ການນໍາພັກ-ລັດ ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ, ຫໍພິພິດທະພັນໄກສອນ ພົມວິຫານ ແລະສຸສານນັກຮົບປະຕິວັດແຫ່ງຊາດ

224

Lao National Radio, ໃນໂອກາດສະເຫລີມສະຫລອງວັນຊາດ ທີ2 ທັນວາ ຄົບຮອບ 45ປີ, ມາໃນຕອນເຊົ້າວັນທີ 1 ທັນວາ 2020 ການນໍາຂັ້ນສູງພັກ-ລັດ ໄດ້ເດີນທາງໄປວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ, ຫໍພິພິທະພັນໄກສອນ ພົມວິຫານ ແລະ ສຸສານນັກຮົບປະຕິວັດແຫ່ງຊາດ ນະຄອນຫລວງວຽງຈັນ.


ພິທີເລີ່ມຂຶ້ນເມື່ອເວລາປະມານ 6ໂມງ ທີ່ອະນຸສາວະລີ ນັກຮົບນິລະນາມ, ຄະນະທໍາອິດທີ່ເຂົ້າວາງພວງມາລາ ແມ່ນຄະນະບໍລິຫານງານສູນກາງພັກ ນໍາໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດ.

ຕໍ່ມາແມ່ນຄະນະຂອງສະພາແຫ່ງຊາດ ນໍາໂດຍທ່ານນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຄະນະລັດຖະບານນໍາໂດຍ ທ່ານທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.

ສູນກາງແນວລາວສ້າງຊາດ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ກໍາລັງປະກອບອາວຸດ ນໍາໂດຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະຄະນະນະຄອນຫລວວຽງຈັນ ນໍາໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫລວງວຽງຈັນ, ເພື່ອຈາລຶກຄຸນງາມຄວາມດີ ຂອງນັກຮົບນິລະນາມ ທີ່ໄດ້ເສຍສະຫລະຊີວິດ ເພື່ອຊາດ ເພື່ອປະຊາຊົນ.


ເວລາປະມານ 6ໂມງ 30ນາທີ ຄະນະທັງໝົດໄດ້ເດີນທາງໄປວາງພວງມາລາ ແລະກະຕ່າດອກໄມ້ ຢູ່ຫໍພິພິດທະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ ຮູ້ບຸນຄຸນ ອັນສູງສົ່ງຕໍ່ປະທານໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະເຄົາລົບຮັກ ຂອງພັກ-ລັດ ແລະປະຊາຊົນລາວທັງຊາດ.


ເວລາປະມານ 7ໂມງ ຄະນະທັງໝົດ ໄດ້ໄປວາງພວງມາລາ ຢູ່ສຸສານນັກຮົບປະຕິວັດແຫ່ງຊາດ ຫລັກ 24 ນະຄອນຫລວງວຽງຈັນ ເພື່ອຈາລຶກບຸນຄຸນ ແລະຄຸນງາມຄວາມດີຂອງນັກຮົບປະຕິວັດ ທີ່ໄດ້ ເສຍສະຫລະຊີວິດເພື່ອຊາດ ເພື່ອປະຊາຊົນໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ