ການສະແດງເຝິກຊ້ອມການທະຫານ ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈັດຂຶ້ນວິທະຍາຄານກົມມະດຳ

451

Lao people’s Army News, ການສະແດງເຝິກຊ້ອມການທະຫານ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ( 2 /12/1975-2/12/2020) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃນຕອນເຊົ້າ ຂອງວັນທີ 30 ພະຈິກ 2020 ນີ້ ທີ່ ສະໜາມຫັດແອບ ວິທະຍາຄານກົມມະດຳ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາການນຳຂັ້ນສູງພັກ-ລັດ, ແຂກຖືກເຊີນ ຈາກບັນດາທູດ ປະເທດເພື່ອນມິດ ຕະຫຼອດຮອດ ວິລະຊົນ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ , ນາຍ ແລະ ພົນທະຫານ ພ້ອມດ້ວຍ ບັນດາກຳລັງເຫຼົ່າຮົບຕ່າງໆ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຮັບຊົມຢ່າງຟົດຟື້ນ.


ການເຝິກຊ້ອມການທະຫານ ສະເຫຼີມສະຫຼອງວັນສໍາຄັນຂອງຊາດດັ່ງກ່າວ ໄດ້ເລີ່ມຈາກການສະແດງ ສິລະປະ-ວັນນະຄະດີ ຈາກ ກອງສິລະປະກອນ ກອງທັບ . ຈາກນັ້ນ, ກອງຍິງປືນອາຊຽນ ໄດ້ສະແດງ ຍິງປືນ ເປີດປາຍຄໍາຂ້ວນ 2 ທັນວາ ໝັ້ນຍືນ ແລະ ນຳໃຊ້ປືນສັ້ນຊາຍ-ຍິງ ຍິງເປົ້າຈານເຫຼັກ.

ຈາກນັ້ນ ກໍໄດ້ເລີ່ມ ທຳການສະແດງ ເຝິກຊ້ອມການທະຫານ ເຊິ່ງປະກອບມີ: ເຫຼົ່າຮົບສືບຂ່າວສົມທົບທະຫານອາກາດ,ກອງຫຼອນແຂວງ ວຽງຈັນ ເຮັດໜ້າທີ່ກອບກູ້ຕົວປະກັນ,ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູ ພັກທັບຊົ່ວຄາວ , ທະຫານອາກາດ ນໍາໃຊ້ຍົນ ເເຊັສ-9 ແລະ ຍັກ -130 ດັບສູນເປົ້າໝາຍໜ້າດິນ ,ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນ ຊູ-23 ,ຍິງລູກສອນອີທຽນ ແລະ ລູກສອນ ເຄ-38 ດັບສູນເປົ້າໝາຍເທິງອາກາດ , ເຫຼົ່າຮົບປືນໃຫຍ່ໜ້າດິນ ນໍາໃຊ້ປືນ ບີເອັມ-21 , ແລະ ປືນໃຫຍ່ 152 ມມ, 122 ມມ ຍິງກະກຽມ ແລະ ຍົກຍ້າຍ.

ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນ ເປີດທາງໄຂ , ທະຫານຍານເກາະ ສົມທົບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີ ສັດຕູ ຈັ້ງທ່າ, ເຫຼົ່າຮົບ ເສນາຮັກ ກອບກູ້ຄົນເຈັບໃນສະໜາມ ເຫຼົ່າຮົບເຄມີ ລົບລ້າງທາດພິດເຄມີ ໃຫ້ ກຳລັງ ,ພາຫະນະອາວຸດ ແລະ ລາຍການສຸດທ້າຍ ເຫຼົ່າຮົບທະຫານອາກາດນໍາໃຊ້ຍົນທຸກຊະນິດບິນສວນສະໝາມ.ເຊິ່ງການສະແດງຂອງກຳລັງແຕ່ລະເຫຼົ່າຮົບ ແມ່ນມີຄວາມເປັນເອກະພາບ ງົດງາມ, ສະແດງໃຫ້ເຫັນເຖິງຄວາມ ເຂັ້ມແຂງແລະການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ ລາວ ທັງ ເປັນການເອກອ້າງທະນົງໃຈຕໍ່ຜົນງານທີ່ຍາດມາໄດ້ ໃນຕະຫຼອດໄລຍະ 45 ປີ ຜ່ານມາ ໃນການປະຕິບັດໜ້າທີ່ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຄວາມໝັ້ນຄົງ ແລະ ຮຸ່ງເຮືອງສີວິໄລ ຈົນເຖີງປັດຈຸບັນ.


ພາຍຫຼັງສຳເລັດການເຝິກຊ້ອມ , ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດສຳພັດມື ຄະນະຊີ້ນຳລວມການເຝິກຊ້ອມ ແລະ ຊົມເຊີຍ ຕໍ່ກໍາລັງປະກອບອາວຸດທຸກເຫຼົ່າຮົບ ໃນການປະຕິບັດໜ້າທີ່ຂອງຕົນເຂົ້າໃນວຽກງານຈັດຕັ້ງສະເຫຼີມສະຫຼອງວັນສຳຄັນຂອງຊາດຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ແລະ ເຫັນໄດ້ວ່າການເຝິກຊ້ອມການທະຫານ ແມ່ນມີຄວາມເຂັ້ມແຂງ ສົມບູນ, ແມ້ນຢໍາ ສົມກັບເປັນກຳລັງທີ່ມີ ແບບແຜນ ທັນສະໄໝ ແລະ ປະກອບສ່ວນເຂົ້າໃນການ ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ໄດ້ຢ່າງເຂັ້ມແຂງ.

.

.