ຂາຍສິນຄ້າຕາມກະແສແນວໃດ ໃຫ້ປະສົບຜົນສຳເລັດ?

397

ການຂາຍສິນຄ້າ ຫຼື ເຮັດທຸລະກິດຕາມກະແສ ໂດຍມີຄົນອື່ນເຮັດກ່ອນແລ້ວໄດ້ດີ ກໍຈະມີຄົນອື່ນໆມາເຮັດຕາມ ຈະບໍ່ມີຄວາມຍືນຍົງເພາະເປັນການຂາຍສິນຄ້າທີ່ຄົນອື່ນໆເຮັດໄດ້, ຮຽນແບບໄດ້ງ່າຍ ແຕ່ຫາກເບິ່ງໃນແງ່ກັບກັນ ກໍຈະເຫັນວ່າການຂາຍສິນຄ້າຕາມກະແສ ກໍສາມາດສ້າງເງິນໄດ້ໄວ, ລູກຄ້າເຫັນກໍຕັດສິນໃຈຊື້ໄດ້ທັນທີ ເພາະເປັນສິນຄ້າຢູ່ໃນກະແສ ຫຼື ຈັງຫວະທີ່ຄົນຢາກໄດ້.

ມື້ນີ້ຄໍລຳຊື້ໄດ້ຂາຍໝານ ນຳສະເໜີວິທີການຂາຍສິນຄ້າຕາມກະແສໃຫ້ປະສົບ ຄວາມສຳເລັດ ໂດຍມີ 4 ຂໍ້ແນະນຳດັ່ງລຸ່ມນີ້:

1.ມີຄວາມພ້ອມດ້ານເງິນທຶນ: ການຂາຍສິນຄ້າຕາມກະແສຈະຕ້ອງມີເງິນທຶນສຳລັບການໄປຫາຊື້ເຄື່ອງທີ່ຄົນຕ້ອງການໃນເວລານັ້ນມາຂາຍ, ສິນຄ້າຕາມກະແສຈະມາໄວໄປໄວ ຄົນທີ່ເປັນພໍ່ຄ້າແມ່ຄ້າຕ້ອງໄວໃນການສວຍໂອກາດໃນແຕ່ລະໄລຍະໃນການຫາສິນຄ້າມາຂາຍ ຖ້າບໍ່ມີເງິນທຶນພຽງພໍກໍຊື້ສິນຄ້າມາຂາຍຕໍ່ບໍ່ໄດ້ ໂອກາດທີ່ຈະໄດ້ເງິນໃນໄລຍະນັ້ນຈະຫາຍໄປ ທີ່ສຳຄັນການຊື້ສິນຄ້າຕາມກະແສມາຂາຍແຕ່ລະໄລຍະອາດຈະເຮັດໃຫ້ຕົ້ນທຶນສູງຕ່ຳບໍ່ເທົ່າກັນ.

2.ຄິດໄວເຮັດໄວ: ການຂາຍສິນຄ້າຕາມກະແສຈະມີການປ່ຽນແປງຕະຫຼອດເວລາ ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຕາມການອອກຂ່າວຂອງສື່ຕ່າງໆ, ພໍ່ຄ້າແມ່ຄ້າທີ່ຄິດຈະຂາຍສິນຄ້າຕາມກະແສຕ້ອງເປັນຄົນທີ່ຄິດໄວເຮັດໄວ ຫຼື ເຂົ້າ – ອອກໄວ ເອີ້ນວ່າກະແສນັ້ນກຳລັງມາ ກໍກຽມຫາສິນຄ້ານັ້ນມາຖ້າໄດ້ເລີຍ ເມື່ອຮູ້ວ່າຈະບໍ່ໄດ້ຮັບ ຄວາມນິຍົມຈາກຜູ້ບໍລິໂພກແລ້ວ ກໍຕ້ອງຮີບອອກຈາກບ່ອນນັ້ນໃຫ້ໄວ ເພື່ອຊອກຫາສິນຄ້າຕາມກະແສອື່ນໆມາຂາຍຕໍ່ໄປ ເອີ້ນໄດ້ວ່າຖ້າຂາຍສິນຄ້າກະແສກ່ອນຄົນອື່ນຈະໄດ້ປຽບແນ່ນອນ.

3.ບໍ່ຊື້ສິນຄ້າມາສະຕ໊ອກໄວ້: ການຂາຍສິນຄ້າໃນກະແສນັ້ນ ສິ່ງໜຶ່ງທີ່ພໍ່ຄ້າແມ່ຄ້າຄວນຄຳນຶງຄື ເມື່ອຊື້ສິນຄ້າມາແລ້ວຕ້ອງເຮັດການຂາຍໃຫ້ໄວ ຢ່າໃຫ້ສິນຄ້າເຫຼືອເດັດຂາດ ເພາະຖ້າສິນຄ້າເຫຼືອ ເກີດຜູ້ບໍລິໂພກບໍ່ນິຍົມ ຫຼື ບໍ່ໃຊ້ສິນຄ້ານັ້ນໆໄປໃນໄລຍະນັ້ນ ກໍຕ້ອງຂາດທຶນເພາະສິນຄ້າຍັງຄົງຄ້າງສະຕ໊ອກ ຂາຍຍັງບໍ່ໝົດພໍ່ຄ້າແມ່ຄ້າຢ່າລົງທຶນຊື້ເຄື່ອງມາຫຼາຍໆ, ຢ່າຄິດກັກຕຸນ ເພາະອາດຈະຫຼຸບທຶນໄດ້.

ຕິດຕາມສະແສ ຫຼື ເທຣນຕະຫຼອດເວລາ: ຄົນທີ່ຈະເປັນພໍ່ຄ້າແມ່ຄ້າ ຂາຍສິນຄ້າຕາມກະແສໄດ້ຈະຕ້ອງຫາຄວາມຮູ້ ຕິດຕາມຂ່າວການເຄື່ອນໄຫວທາງເສດຖະກິດ ແລະ ສັງຄົມຢູ່ຕະຫຼອດ ເບິ່ງວ່າຂ່າວທາງເສດຖະກິດ ຫຼື ທຸລະກິດໃດພໍຈະສ້າງກະແສ ເຮັດໃຫ້ສັງຄົມຕິດຕາມເຮັດໃຫ້ສັງຄົມຕ້ອງເຮັດຕາມ ຫຼື ຊີ້ນຳສັງຄົມໄດ້ ກໍໄປຫາສິນຄ້າທີ່ຄິດວ່າສັງຄົມຕ້ອງໃຊ້ມາຂາຍ ແລະ ຢ່າລືມສຶກສາຫາຊ່ອງທາງການຂາຍໃໝ່ໆ ໂດຍສະເພາະທາງອອນລາຍ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍ.

ທັງນີ້, ໃນ 4 ຂໍ້ ແນະນຳການຂາຍສິນຄ້າຕາມກະແສໃຫ້ປະສົບຜົນສຳເລັດນັ້ນ ຫວັງວ່າຈະເປັນປະໂຫຍດຕໍ່ບັນດາພໍ່ຄ້າແມ່ຄ້າ ລວມທັງຜູ້ທີ່ກຳລັງຊອກຫາຊ່ອງທາງການຂາຍສິນຄ້າ ເພື່ອຫາລາຍໄດ້ເສີມ ຢ່າເບິ່ງຂ້າມສິນຄ້າຕາມກະແສ ລອງເອົາມາຂາຍອາດຈະສ້າງລາຍໄດ້ ແລະ ເຮັດໃຫ້ທ່ານປະສົບຜົນສຳເລັດດ້ານການຂາຍສິນຄ້າຕາມກະແສໄດ້.