ເອດີບີ ປ່ອຍເງິນກູ້ຢືມໃຫ້ກຳປູເຈຍ 70 ລ້ານໂດລາ ສົ່ງເສີມການຜະລິດ

122

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານພັດທະນາອາຊີ ( ເອດີບີ ) ປະກາດຈະປ່ອຍເງິນກູ້ຢືມ 70 ລ້ານໂດລາສະຫະລັດ ໃຫ້ກຳປູເຈຍ ເພື່ອຍົກສູງຄວາມສາມາດການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ.

ກຳປູເຈຍ ມີພົນລະເມືອງທີ່ດໍາລົງຊີວິດຢູ່ຊົນນະບົດ ກວມເອົາ 76% ຂອງພົນລະເມືອງທັງໝົດ. ສຳລັບປີຜ່ານມາ ລວມຍອດການຜະລິດດ້ານກະສິກຳ ໄດ້ກວມເອົາ 20,7% ຂອງຈີດີພີ, ນັບແຕ່ປີ2010 ຮອດປີ 2019, ສະເລ່ຍແລ້ວການຜະລິດກະສິກຳ ໄດ້ເພີ່ມຂຶ້ນ 1,7% ຕໍ່ປີ.

ປັດຈຸບັນການປຸງແຕ່ງຜະລິດຕະພັນກະສິກຳ ກວມຈີດີພີ ພຽງ 4% ເທົ່ານັ້ນ. ຂະນະທີ່ ເອດີບີ ຄາດວ່າການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈະຊ່ວຍຜູ້ປະກອບການດ້ານກະສິກຳເຂົ້າເຖິງສິນເຊື່ອງ່າຍຂຶ້ນ.