Monthly Archives: November, 2020

ບົດສະຫຼຸບ ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດ 2020

ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ປະຈໍາປີ 2020 ເປີດສາກຂຶ້ນຢ່າງເປັນທາງການແລ້ວໃນວັນທີ 28 ພະຈິກ 2020 ແລະ ຈົບລົງວັນທີ 29 ພະຈິກ 2020 ທີ່ເດີ່ນຮົມບູຢອງ ( ດົງໂດກ ), ເຊິ່ງໃນມື້ການແຂ່ງຂັນຕົວຈິງມີເຖິງ 27 ສະໂມສອນ ແລະ ນັກກີລາ 400 ກວ່າຄົນເຂົ້າຮ່ວມຊີງໄຊ. ການແຂ່ງຂັນຄັ້ງນີ້ມີການແຂ່ງຂັນທັງປະເພດຕໍ່ສູ້...

ໂອກາດລ້າງຕາລະຫວ່າງ ແຂວງຈໍາປາສັກ ກັບ ຫຼວງພະບາງ ມີໂອກາດເກີດຂຶ້ນສູງກາງເດືອນໜ້າ

ເປັນເຫດການທີ່ຊາວລາວ ໃຫ້ຄວາມສົນໃຈເປັນທີ່ສຸດ ຫຼັງກ່ອນໜ້ານີ້ມີຂ່າວອອກມາວ່າ: ທີມບານເຕະຊາຍແຂວງຈໍາປາສັກ ທີມແຊັມ ກັບ ທີມບານເຕະຊາຍແຂວງຫຼວງພະບາງ ທີມຮອງແຊັມ ລວມເຖິງ ນະຄອນຫຼວງວຽງຈັນ ມີໂອກາດທີ່ຈະໄດ້ລ້າງຕາກັນອີກຄັ້ງ ໃນກາງເດືອນທັນວາ 2020 ຫຼັງຈົບລາຍການທີ່ແຂວງຈໍາປາສັກ. ຫຼ້າສຸດມີຄວາມເປັນໄປໄດ້ສູງເມື່ອ ທ່ານ ສຸບິນ ແກ້ວເພັດ ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຈາກການກອງປະຊຸມ (ເມື່ອທ້າຍອາທິດທີ່ຜ່ານມາ) ທີ່ແຂວງຈໍາປາສັກ ເຊິ່ງທ່ານເຈົ້າແຂວງໄດ້ມີທິດຊີ້ນໍາໃຫ້ມີການແຂ່ງຂັນບານເຕະມິດຕະພາບ...

ກະຊວງ ອຄ ຈັດຕັ້ງຂະບວນລະນຶກວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ - ຊາຍ ເນື່ອງໃນໂອກາດຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ...

ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຄຳມ່ວນ ຄັ້ງທີ X

ກອງປະຊຸມໃຫຍ່ ອົງຄະນະແຂວງຄຳມ່ວນ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ29 ພະຂິກ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ເຊິ່ງຈະດຳເນີນເປັນເວລາ 2 ວັນ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ວັນ​ໄຊ ພອງ​ສະຫວັນ ​ເລຂາ​ພັກ​ແຂ​ວງ, ຮັກສາ​ການ​ເຈົ້າ​​ແຂວງໆ​​ຄຳ​ມ່ວນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ຄຳ​ພັນ ພົມ​ມະ​ທັ​ດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລຂາທິການ​ສູນ​ກາງ​ພັກ,...

ປະມວນພາບ ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດ ມື້ເປີດສະໜາມ

ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ປະຈໍາປີ 2020 ເປີດສາກຂຶ້ນຢ່າງເປັນທາງການແລ້ວໃນວັນທີ 28 ພະຈິກ 2020 ແລະ ຈະຈົບລົງວັນທີ 29 ພະຈິກ 2020 ທີ່ເດີ່ນຮົມບູຢອງ ( ດົງໂດກ ) ມີ 22 ສະໂມສອນເຂົ້າຮ່ວມຊີງໄຊ ໂດຍມີນັກກີລາລວມ 356 ຄົນ. ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 28...

ກ້າວອີກຂັ້ນ! ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການບໍລິການທະນາຄານ ໃຫ້ແກ່ ໂຄງການພັດທະນາເມືອງໃໝ່ ທັນສະໄໝ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການບໍລິການທະນາຄານ ໃຫ້ແກ່ ໂຄງການພັດທະນາເມືອງໃໝ່ ທັນສະໄໝ ອຳມະຕະ ຊິດຕີ້ ລະຫວ່າງ ບໍລິສັດ ອຳມະຕະ ຊິດຕີ້ ລາວ ຈຳກັດຜູ້ດຽວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ. ຕາງໜ້າລົງນາມລະຫວ່າງທ່ານ...

ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ

ກຸ່ມບໍລິສັດ ຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ທ່າງ ຢົງຄົ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ...

ສັ້ນທາງດ່ວນນະຄອນຫຼວງວຽງຈັນ ຫາເມືອງວັງວຽງສຳເລັດ 99% ! ພ້ອມເປີດນຳໃຊ້ຕົ້ນເດືອນທັນວາ

ໜັງສືພິມປະຊາຊົນ, ໂຄງການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນໄດ້ ສຳເລັດ 99% ໃນຂະນະທີ່ຍັງເຫຼືອແຕ່ວຽກອານາໄມ,ຕິດຕັ້ງປ້າຍ ແລະ ປັບປຸງບາງຈຸດ ຊຶ່ງຄາດວ່າຈະມີພິທີມອບ-ຮັບຢ່າງເປັນທາງການໃນເດືອນ ທັນວາ 2020 ທີ່ຈະມາເຖິງນີ້. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະວິຊາການໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມເປີດໃຫ້ບໍລິການຂອງໂຄງການເສັ້ນທາງດັ່ງກ່າວເມື່ອວັນທີ 26 ພະຈິກ ຜ່ານນີ້:ການລົງມາກວດກາຄວາມພ້ອມເພື່ອກະກຽມໃຫ້ແກ່ການມອບ-ຮັບເປີດການນຳໃຊ້ໂຄງການກໍ່ສ້າງເສັ້ນທາງດ່ວນ...

ເປີດນໍາໃຊ້ລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊ

ການກໍ່ສ້າງລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງໃຈກາງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸປະຕູໄຊ ທີ່ລົງມືກໍ່ສ້າງມາແຕ່ກາງເດືອນກັນຍາ ໄດ້ສຳເລັດໂດຍພື້ນຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນຕອນແລງວັນທີ27 ພະຈິກ 2020 . ສ່ວນໜ້າວຽກທີ່ຍັງເຫຼືອຈະໃຫ້ສຳເລັດສົມບູນໃນທ້າຍເດືອນກຸມພາ 2021. ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການຍົກລະດັບໄຟຟ້າໃນນະຄອນຫຼວງວຽງຈັນ ເລີ່ມສຶກສາສໍາຫຼວດປີ 2016...

ລັດຖະບານອອກ ມາດຕະການປ້ອງກັນ ແລະ ຜ່ອນຜັນເພີ່ມຕື່ມ ປ້ອງກັນໂຄວິດ-19 ແຕ່ນີ້ຮອດ 31 ທັນວາ 2020

ໃນວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບບາງມາດຕະການທີ່ຕ້ອງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຕ່ນີ້ ຫາວັນທີ 31...
- Advertisment -
Slide
Slide

Most Read

error: Content is protected !!