ທ່ຽວ ນໍ້າປຽນ ຢໍລະປາ 1-10 ທັນວາ 2020 ນີ້ ຮັບສ່ວນຫຼຸດທັນທີ 50% ທຸກກິດຈະກຳ.

550

ໃນວັນທີ 29 ພະຈິກ 2020 ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະສື່ມວນຊົນ ເດີນທາງຢ້ຽມຢາມແຫຼ່ງທ່ອງທ່ຽວ ນໍ້າປຽນ ຢໍລະປາ, ໂດຍການຕ້ອນຮັບຂອງທ່ານ ສົມເພັດ ມ້າວປະເສີດ ປະທານແຫຼ່ງທ່ອງທ່ຽວ ນໍ້າປຽນ ຢໍລະປາ ປະທານບໍລິສັດ ແຟເຊັດ ພັດທະນາການທ່ອງທ່ຽວ.

ນໍ້າປຽນ ຢໍລະປາ ຕັ້ງຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນເຂດປ່າສະຫງວນແຫ່ງຊາດພູເຂດຄວາຍ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 80 ກວ່າ ກິໂລແມັດ ເສັ້ນທາງໄປກໍ່ສະດວກສະບາຍສາມາດເຂົ້າໄດ້ຫຼາຍທາງ, ເໝາະແກ່ການພາຄອບຄົວ, ພາໝູ່ເພື່ອນ, ພາຄົນທີ່ຮັກໄປທ່ຽວພັກຜ່ອນຢ່ອນອາລົມໃນວັນພັກທ້າຍອາທິດ ຫຼື ມື້ເທດສະການຕ່າງໆ.

ທີ່ສຳຄັນຢູ່ໃນແຫຼ່ງທ່ອງທ່ຽວນໍ້າປຽນ ຢໍລະປາ ເປັນແຫຼ່ງທ່ອງທ່ຽວທີ່ມີຫຼາກຫຼາຍແບບເຖິງ 12 ກິດຈະກຳໄວ້ຄອຍໃຫ້ບໍລິການທ່ານເຊັ່ນ: ມີຮ້ານອາຫານຫຼາຍປະເພດທັງຄາວ ແລະ ຫວານ, ມີສະລອຍນໍ້າໃຫ້ເດັກ ແລະ ຜູ້ໃຫຍ່ຫຼີ້ນ, ໄຕ່ຂົວອູ່ຊົມທຳມະຊາດ-ເບິ່ງນໍ້າຕົກ, ຂີ່ສະລິງ, ຂີ່ລົດ ATV, ຂີ່ລົດລຸກ, ຂີ່ລົດ, ຂີ່ໂລເລີ້, ຂີ່ສະລິງຢ່ອນໂຕລົງຕາໜ່າງແມງມຸມ, ມີຮ້ານຂາຍເຄື່ອງຫັດຖະກຳທີ່ລະນຶກ, ມີຕູບແຄມນໍ້າສ່ວນຕົວຕິດຕາໜ່າງໄວ້ນອນຫຼີ້ນ ແລະ ອີກຫຼາຍກິດຈະກຳ ຫຼື ເວົ້າໄດ້ມາບ່ອນດຽວມີຄົບທັງກິດຈະກຳເດັກນ້ອຍ ແລະ ຜູ້ໃຫຍ່.


ພິເສດເພື່ອເປັນການຮ່ວມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ເປັນການສົ່ງເສີມໃຫ້ຄົນລາວທ່ຽວລາວ ນີ້ ແຫຼ່ງທ່ອງທ່ຽວ ນໍ້າປຽນ ຢໍລະປາ ມີສ່ວນຫຼຸດໃຫ້ກັບບັນດາລູກຄ້າທີ່ຈະມາທ່ຽວ ໃນລະຫວ່າງວັນທີ 1-10 ທັນວາ 2020 ນີ້ ຫຼີ້ນທຸກກິດຈະກຳຮັບສ່ວນຫຼຸດທັນທີ 50%.