ອີຢູ ພ້ອມຮັບມື ຫາກອັງກິດອອກ ໂດຍບໍ່ມີຂໍ້ຕົກລົງດ້ານການຄ້າ

97

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ເອີຊ ຊູລາ ຟອນເດີ ເລເຢນ ປະທານກຳມາທິການເອີຣົບ ( EC ) ກ່າວວ່າ: ສະຫະພາບເອີຣົບ ( EU ) ພ້ອມຮັບມືໃນກໍລະນີອັງກິດແຍກຕົວອອກຈາກອີຢູ ໂດຍບໍ່ມີການເຮັດຂໍ້ຕົກລົງດ້ານການຄ້າ  ( no-deal Brexit ), ໃນຂະນະນີ້ ສອງຝ່າຍຍັງມີຄວາມເຫັນແຕກຕ່າງກັນໃນການເຈລະຈາຂໍ້ຕົກລົງດ້ານການຄ້າ ຫຼັງເບຣັກຊິດ.

ປະທານ ອີຊີ ກ່າວວ່າ: ການເຈລະຈາດັ່ງກ່າວຈະຮູ້ຜົນພາຍໃນມໍ່ໆນີ້ ແຕ່ສອງຝ່າຍຈະບັນລຸຂໍ້ຕົກລົງໄດ້ຫຼື ບໍ່ນັ້ນ ບໍ່ສາມາດຄາດການໄດ້ ເນື່ອງຈາກການເຈລະຈາຄືບໜ້າບາງປະເດັນ ແຕ່ກໍຍັງມີ 3 ປະເດັນທີ່ມີຄວາມຄິດເຫັນແຕກຕ່າງກັນ ເຊັ່ນ: ນະໂຍບາຍສົ່ງເສີມການແຂ່ງຂັນຢ່າງເທົ່າທຽມ, ລະບົບການຈັດການ ແລະ ການປະມົງ ເຊິ່ງອາດຈະເຮັດໃຫ້ມີຂໍ້ຕົກລົງ ຫຼື ບໍ່ມີ ເປັນໄປໄດ້ທັງສອງຢ່າງ.

ນອກຈາກນີ້, ປະທານ ອີຊີ ຍັງເຕືອນອັງກິດວ່າ: ຈົ່ງຍົກເລີກຄວາມພະຍາຍາມໃນການຮັກສາໄວ້ ເຊິ່ງຜົນປະໂຫຍດຈາກການເປັນສະມາຊິກອີຢູ ທັງໆທີ່ອັງກິດກຳລັງຈະອອກຈາກການເປັນສະມາຊິກອີຢູຢ່າງເປັນທາງການແລ້ວ.

ບໍ່ວ່າຜົນຈະອອກມາແນວໃດ ກໍຍ່ອມມີຄວາມແຕກຕ່າງລະຫວ່າງການເປັນສະມາຊິກຢ່າງເຕັມຕົວ ກັບການເປັນພຽງຄູ່ຮ່ວມມືທີ່ສຳຄັນປະເທດໜຶ່ງເທົ່ານັ້ນ, ປະທານອີຊີ ກ່າວ.