ດິສນີ ກຽມປົດພະນັກງານ 32 ພັນຕຳແໜ່ງ

88

ນັກຂ່າວຣອຍເຕີລາຍງານວ່າ: ບໍລິສັດດິສນີ ຜູ້ປະກອບການອຸດສາຫະກຳບັນເທີງລາຍໃຫຍ່ຂອງສະຫະລັດອາເມຣິກາ ປະກາດປົດພະນັກງານ ຈຳນວນ 32 ພັນຄົນ ອອກຈາກຕຳແໜ່ງ ໃນຕົ້ນປີໜ້າ ໂດຍເລີ່ມຈາກພະນັກງານສວນສະນຸກກ່ອນ ເຊິ່ງເປັນການຫຼຸດພະນັກງານລົງອີກ ຈາກແຜນເດີມທີ່ເຄີຍປະກາດໄວ້ໃນເດືອນກັນຍາຜ່ານມາທີ່ປະກາດປົດພະນັກງານ ຈຳນວນ 28 ພັນຄົນອອກ.

ການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ຄົນບໍ່ກ້າໄປທ່ຽວສວນສະນຸກ ໂດຍເມື່ອຕົ້ນເດືອນນີ້ ດິສນີ ກໍໄດ້ອະນຸຍາດໃຫ້ພະນັກງານສວນສະນຸກໃນລັດແຄລິຟໍເນຍລາພັກເພີ່ມຂຶ້ນ ເນື່ອງຈາກຍັງບໍ່ຮູ້ວ່າທາງການລັດດັ່ງກ່າວຈະອະນຸຍາດໃຫ້ເປີດສວນສະນຸກໄດ້ເມື່ອໃດ, ໃນຂະນະທີ່ສວນສະນຸກຂອງດິສນີຢູ່ທີ່ລັດຟລໍຣີດາ ແລະ ອີກຫຼາຍແຫ່ງທັງພາຍໃນ ແລະ ຕ່າງປະເທດ ເຖິງວ່າໃນຕົ້ນປີນີ້ຈະອະນຸຍາດໃຫ້ເປີດບໍລິການ ແຕ່ກໍຕ້ອງໃຊ້ມາດຕະການເວັ້ນໄລຍະຫ່າງ.

ສ່ວນສວນສະນຸກຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ຢຸດຕິບໍລິການມາແຕ່ເດືອນຕຸລາຜ່ານມາ ເນື່ອງຈາກລັດຖະບານຝຣັ່ງປະກາດມາດຕະການລັອກດາວເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບ 2. ດ້ານສວນສະນຸກຂອງບໍລິສັດດິສນີຢູ່ນະຄອນຊຽງໄຮ້, ຮົງກົງ ແລະ ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ ຍັງເປີດບໍລິການ ແຕ່ມີຄົນໄປໃຊ້ບໍລິການໜ້ອຍລົງ.