ຍີ່ປຸ່ນ ກຳຈັດໄກ່ກວ່າ 1,8 ລ້ານໂຕ ສະກັດໄຂ້ຫວັດສັດປີກ

214

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກກະຊວງກະສິກຳຂອງຍີ່ປຸ່ນໃຫ້ຮູ້ວ່າ: ຍີ່ປຸ່ນກວດພົບໄຂ້ຫວັດສັດປີກລະບາດທີ່ຟາມແຫ່ງໜຶ່ງ ໃນແຂວງຮຽວໂງະ ເຊິ່ງເປັນແຂວງທີ 3 ທີ່ພົບການລະບາດຂອງພະຍາດດັ່ງກ່າວໃນປີນີ້ ແລະ ຮຸນແຮງທີ່ສຸດໃນຮອບ 4 ປີ.

ລາຍງານຂ່າວລະບຸວ່າ: ຍີ່ປຸ່ນພົບການລະບາດໄຂ້ຫວັດສັດປີກໃນຟາມໄກ່ພັນໄຂ່ແຫ່ງໜຶ່ງໃນເມືອງອາວະຈິ ແຂວງຮຽວໂງະ ຕັ້ງຢູ່ທາງທິດຕາເວັນຕົກຂອງນະຄອນຫຼວງໂຕກຽວ ໃກ້ກັບແຂວງ ຄາງາຫວະ ແລະ ຟູກູໂອໂກະ ທີ່ພົບການລະບາດຂອງພະຍາດດັ່ງກ່າວກ່ອນໜ້ານີ້.

ທັງນີ້, ໄກ່ຈຳນວນ 146 ພັນໂຕ ຈາກຟາມດັ່ງກ່າວໃນເມືອງອາວະຈິ ຈະຖືກຂ້າຝັງດິນ ລວມທັງຈຳກັດການເຄື່ອນຍ້າຍໄກ່ໃນລັດສະໝີ 3 ກິໂລແມັດ ຈາກຟາມດັ່ງກ່າວ, ໂດຍມາດຕະການຫຼ້າສຸດນີ້ ສົ່ງຜົນໃຫ້ໄກ່ຫຼາຍກວ່າ 1,8 ລ້ານໂຕຖືກຂ້າ ນັບແຕ່ມີການລະບາດໃນຕົ້ນເດືອນພະຈິກເປັນຕົ້ນມາ.