ຄະນະກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຂຶ້ນຮອດຈອມພູເບ້ຍ

136

ທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານທ່ອງທ່ຽວ ແລະ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ນຳພາຄະນະນຳຈາກກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຂຶ້ນຈອມພູເບ້ຍຢູ່ແຂວງໄຊສົມບູນ ໃນວັນທີ 26 ພະຈິກ ໂດຍມີພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມຂະບວນການ.

ການຂຶ້ນພິຊິດຈອມພູເບ້ຍຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຄັ້ງນີ້ ຜູ້ເຂົ້າຮ່ວມຂະບວນການໄດ້ຊົມທິວທັດຄວາມສວຍງາມຂອງພູ້ເບ້ຍທີ່ໄດ້ກຳນົດໄວ້ຕາມຈຸດຕ່າງໆດ້ວຍຄວາມເພີດເພີນ ແລະ ປະທັບໃຈ ທີ່ສຳຄັນຂະບວນການໄດ້ຂຶ້ນພິຊິດເຖິງເປົ້າໝາຍສູງສຸດ ກໍຄືຈອມພູເບ້ຍຢ່າງສະຫງ່າຜ່າເຜີຍ ເຊິ່ງເປັນຈອມພູທີ່ມີຄວາມສູງອັນດັບໜຶ່ງຂອງ ສປປ ລາວ ໂດຍມີ ຄວາມສູງໃນລະດັບ 2.820 ແມັດ ຈາກລະດັບໜ້ານໍ້າທະເລ ເຊິ່ງໄດ້ຮັບຂະໜານນາມວ່າ: ຫຼັງຄາຂອງປະເທດລາວ.

ພູເບ້ຍແຫ່ງນີ້ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ຖືກຫຸ້ມຫໍ່ດ້ວຍຂົນ ທີ່ມີ ຄວາມສວຍງາມເປັນພິເສດ ແລະ ອັດສະຈັນເມື່ອໄດ້ເຫັນ. ນອກນີ້, ຈຸດເດັ່ນທີ່ສຳຄັນຂອງພູເບ້ຍ ກໍຄືຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊ້ອນເທິງຈອມພູຢ່າງສວຍງາມຕາມທຳມະຊາດ ໂດຍມີມ່ານໝອກປົກຄຸມຕະຫຼອດເວລາ ເຮັດໃຫ້ບັນຍາກາດໂດຍຮອບມີຄວາມງົດງາມທັງໜາວເຢັນຕະຫຼອດປີ.

ຄຽງຄູ່ກັນນີ້, ຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ຕາມ 5 ທ່າແຮງ ທີ່ວາງໄວ້ໃຫ້ປາກົດຜົນເປັນຈິງ.