ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ລາວ – ຈີນ ຄືບໜ້າຫຼາຍກວ່າ 94%

183

ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ລາວ – ຈີນ ມາຮອດທ້າຍເດືອນຕຸລາ 2020 ຄືບໜ້າຫຼາຍກວ່າ 94%. ສ່ວນການມອບພື້ນທີ່ກໍ່ສ້າງ ໄລຍະທີ 1 ແຕ່ຊາຍແດນລາວ – ຈີນ ແຂວງຫຼວງນໍ້າທາ ຫາ ສະຖານີໂດຍສານນະຄອນຫຼວງວຽງຈັນ ລວມ ຄວາມຍາວ 409 ກິໂລແມັດ ແມ່ນສຳເລັດ 100%.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ( ຜູ້ປະຈຳການ ) ໄດ້ລາຍງານຄວາມຄືບໜ້າໂຄງການ ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ແລະ ກອງປະຊຸມວຽກງານປ້ອງກັນ ເມື່ອວັນທີ 25 ພະຈິກຜ່ານມາວ່າ: ສັງລວມ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 8 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ຄັ້ງວັນທີ 22 ມິຖຸນາ 2020 ລວມມີທັງໝົດ 35 ໜ້າວຽກ; ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນສາມາດສັງລວມ ແລະ ຕີລາຄາ ແຕ່ລະໜ້າວຽກແມ່ນໄດ້ຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໄດ້ເປັນຢ່າງດີ ເປັນຕົ້ນການມອບພື້ນທີ່ການກໍ່ສ້າງ ໄລຍະທີ 1 ແຕ່ຊາຍແດນລາວ – ຈີນ ແຂວງຫຼວງນໍ້າທາ ຫາ ສະຖານີໂດຍສານນະຄອນຫຼວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ແມ່ນສຳເລັດ 100% ແລະ ໄລຍະທີ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີວຽງຈັນໃຕ້ ( ທ່ານາແລ້ງ ) ຄວາມຍາວ 17 ກິໂລແມັດ ແມ່ນສຳເລັດ 69,44%.

ຂະນະທີ່ ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄດ້ລາຍງານຕໍ່ກອງປະຊຸມວ່າ:  ການຈັດຕັ້ງປະຕິບັດມາເຖິງວັນທີ 31 ຕຸລາ 2020 ມີຄື: ຄວາມຄືບໜ້າທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຂອງໂຄງການກໍ່ສ້າງ, ໄລຍະທີ 1 ( 409 ກິໂລແມັດ ) ປະຕິບັດສໍາເລັດ 94,15% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ( ທຽບໃສ່ເດືອນ 9/2020 ເພີ່ມຂຶ້ນ 1,95% ).

ໃນນີ້, ມີໜ້າວຽກລະອຽດ ຄື: ການລົງມືກໍ່ສ້າງຂົວ 165 ແຫ່ງ ໃນຈໍານວນທັງໝົດ 165 ແຫ່ງ. ໃນນີ້, ສ້າງເສົາຂົວສໍາເລັດ 2.041 ເສົາ     ( ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 13 ເສົາ ), ສໍາເລັດການວາງຂາງຂົວ 1.842 ຊ່ວງເສົາ ( ທຽບໃສ່ເດືອນ 9/2020 ເພີ່ມຂຶ້ນ 108 ຊ່ວງເສົາ ) ກວມເອົາ 88,70% ຂອງການອອກແບບທັງໝົດ.

ສໍາລັບວຽກງານການວາງລາງລົດໄຟ ລາວ – ຈີນ ແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ມາຮອດວັນທີ 31 ຕຸລາ 2020 ສໍາເລັດ 161,60 ກິໂລແມັດ ເທົ່າກັບ 39,51% ຂອງຄວາມຍາວທັງໝົດ 409 ກິໂລແມັດ.

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໄລຍະທີ 2 ( 17 ກິໂລແມັດ ) ມີດັ່ງ ນີ້: ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ – ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ປະຕິບັດສໍາເລັດ 8,49% ( ທຽບໃສ່ເດືອນ 9/2020 ເພີ່ມຂຶ້ນ 3,49% ).

ຫຼັງຈາກໄດ້ຮັບຟັງບົດລາຍງານທັງສອງບົດແລ້ວ, ທ່ານປະທານກອງປະຊຸມ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ກັບບົດລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ໃຫ້ທິດຊີ້ນໍາ, ການວາງທິດທາງແຜນງານສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໃຫ້ກໍ່ສ້າງສໍາເລັດທັນກັບເວລາທີ່ກໍານົດໄວ້.

ກອງປະຊຸມຄົບຄະນະ  ຄັ້ງທີ 9 ຂອງຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ   ລາວ – ຈີນ ແລະ ກອງປະຊຸມວຽກງານປ້ອງກັນ ມີຂຶ້ນໃນວັນທີ 25 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ.

( ແຫຼ່ງທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ )