ກະຊວງ ອຄ ຈັດຕັ້ງຂະບວນລະນຶກວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ

112

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ – ຊາຍ ເນື່ອງໃນໂອກາດຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ວິໄລວັນ ບຸບຜານຸວົງ ຮອງຫົວໜ້າຫ້ອງການກອງເລຂາຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່ – ເດັກ ( ຄຊກມດ ) ເມື່ອວັນທີ 27 ພະຈິກ 2020 ຜ່ານມາ.

ທ່ານ ສົມຈິດ ອິນທະມິດ ກ່າວບາງຕອນສຳຄັນວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນປາກົດການຫຍໍ້ທໍ້ຂອງສັງຄົມອັນຮ້າຍແຮງອີກຮູບແບບໜຶ່ງ, ຄວາມຮຸນແຮງປະກອບມີຫຼາຍຮູບແບບ ເຊັ່ນ: ການບັງຄັບແຕ່ງດອງ, ການແຕ່ງດອງແຕ່ອາຍຸຍັງນ້ອຍ, ການຄ້າມະນຸດ, ການບັງຄັບຮ່ວມເພດ ແລະ ການຂົ່ມຂືນກະທໍາຊໍາເລົາ ເຊິ່ງສາມາດເກີດຂຶ້ນໃນຄອບຄົວ, ຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ທີ່ເກີດຂຶ້ນກັບແມ່ຍິງໃນທຸກປະເທດ ແລະ ມີຜົນກະທົບໂດຍກົງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ໃນນີ້, ບັນຫາຄວາມຮຸນແຮງເປັນບັນຫາທີ່ແຜ່ລາມໄປຫຼາຍຂົງເຂດໃນທົ່ວໂລກ ແລະ ເປັນສາເຫດອັນໜຶ່ງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຄອບຄົວ ແລະ ສັງຄົມ. ສະນັ້ນ, ເພື່ອເປັນການແກ້ໄຂ ແລະ ຫຼຸດຜ່ອນບັນຫາດັ່ງກ່າວ ສປປ ລາວ ໄດ້ດໍາເນີນການໂຄສະນາດ້ວຍຫຼາຍຮູບການ, ປັບປຸງ ແລະ ໄດ້ສ້າງນິຕິກໍາ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາເປັນຕົ້ນ ໄດ້ສ້າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງໄດ້ກໍານົດຮູບການ, ປະເພດຄວາມຮຸນແຮງ. ນອກຈາກນັ້ນ, ຍັງໄດ້ກໍານົດມາດຕະການລົງໂທດຕໍ່ຜູ້ລະເມີດກົດໝາຍ ກໍຄືຜູ້ກະທໍາຜິດອີກດ້ວຍ.