ປະມວນພາບ ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດ ມື້ເປີດສະໜາມ

130

ການແຂ່ງຂັນເທຄວັນໂດ ຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ປະຈໍາປີ 2020 ເປີດສາກຂຶ້ນຢ່າງເປັນທາງການແລ້ວໃນວັນທີ 28 ພະຈິກ 2020 ແລະ ຈະຈົບລົງວັນທີ 29 ພະຈິກ 2020 ທີ່ເດີ່ນຮົມບູຢອງ ( ດົງໂດກ ) ມີ 22 ສະໂມສອນເຂົ້າຮ່ວມຊີງໄຊ ໂດຍມີນັກກີລາລວມ 356 ຄົນ.

ພິທີດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນເທຄວັນໂດແຫ່ງຊາດ, ທ່ານ ກະເສມ ອິນທະລາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສຶກສາທິການ ແລະ ກິລາ ພ້ອມດ້ວຍຄູຝຶກນັກກີລາເຂົ້າຮ່ວມຢ່າງຫຼວງຫຼາຍ

ໂອກາດດັ່ງກ່າວ ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ເປັນບາດກ້າວຕໍ່ການພັດທະນາກີລາເທຄວັນໂດ ຕາມແຜນຍຸດທະສາດ 5 ປີຂອງສະຫະພັນ ເຖິງວ່າຈະມີຄວາມຫຍຸ້ງຍາກດ້ານສະພາບການແພ່ລະບາດຂອງ ໂຄວິດ-19 ເຊິ່ງທາງສະຫະພັນຈິ່ງໄດ້ຫາເວລາທີ່ເໝາະສົມເພື່ອສ້າງກິດຈະກໍາການແຂ່ງຂັນ ພ້ອມທັງເປັນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີໃນລະຫວ່າງວັນທີ 28-29 ພະຈີິກ 2020 ທີ່ເດີ່ນຮົ່ມບູຢອງ ( ດົງໂດກ ).

ສໍາລັບ ການແຂ່ງຂັນຄັ້ງນີ້ມີ 22 ສະໂມສອນທົ່ວປະເທດແຈ້ງເຈດຈໍານົງເຂົ້າຮ່ວມການແຂ່ງຂັນ ໂດຍມີນັກກີລາລວມ 356 ຄົນ, ເຊິ່ງມີການຊີງໄຊຫຼາຍຮຸ່ນ ແລະ ລາງວັນແມ່ນປະກອບມີ ຂັນທີ 2 ລາງວັນຄະແນນລວມທີມສູງສຸດ, ຂັນທີ 2 ແລະ ທີ 3 ລວມເຖິງຂັນນັກກີລາດີເດັ່ນປະເພດຕ່າງໆ, ຫຼຽນລາງວັນໃນແຕ່ລະຮຸ່ນ ແລະ ໃບຢັ້ງຢືນການແຂ່ງຂັນ.

ສ່ວນງົບປະມານໃນການຈັດການແຂ່ງຂັນຄັ້ງນີ້ແມ່ນໃຊ້ງົບລວມ 90 ລ້ານກີບ ແລະ ມາຮອດປັດຈຸບັນແມ່ນມີບໍລິສັດຕ່າງໆໃຫ້ການສະໜັບສະໜູນດັ່ງນີ້:
-ເບຍລາວ ໃຫ້ການອຸປະຖໍາເປັນຜະລິດຕະພັນມູນຄ່າ 15 ລ່ານກີບ ແລະ ເງິນສົດ 5 ລ້ານກີບ
-ທ່ານ ອຸໃດ ສຸວັນນາລີ ໃຫ້ການອຸປະຖໍາ ຈໍານວນ 10 ລ້ານກີບ
-ບໍລິສັດ KLM ບໍລິສັດມິດຊຸບິຊິ ໃຫ້ເງິນສົດ 9.272.000 ກີບ

-ຄູຝຶກ ເກົາຫຼີ ໃຫ້ເງິນສົດ 9.272.000 ກີບ
-ບໍລິສັດ ລາວ ເກດເວ ໃຫ້ 5 ລ້ານກີບ
-ທ່ານ ນາງ ກິ່ງແກ້ວ ໃຫ້ 3.500.000 ກີບ
-ຮ້ານຂາຍຄໍາ ຄໍາພູວົງ ໃຫ້ 2 ລ້ານກີບ
-ຮ້ານອາຫານ ເມຊົງ ໃຫ້ 1.500.000 ກີບ.

ຂ່າວ-ພາບ: ຄໍາສອນ