ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ

422

ກຸ່ມບໍລິສັດ ຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ.


ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ທ່າງ ຢົງຄົ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ກັບ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ;  ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ໂຄງການທາງດ່ວນ ນວ-ວັງວຽງ ເປັນອີກໜຶ່ງໃນໂຄງການຮ່ວມມືທີ່ສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງຂອງ ສປປ ລາວ. ໃນນີ້, ທຄຕລ ພວກເຮົາກໍ່ໄດ້ມີສ່ວນຮ່ວມໃນການສະໜອງບໍລິການໃນໂຄງການດັ່ງກ່າວ ໃຫ້ແກ່ບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ເຊິ່ງໃນເບື້ອງຕົ້ນແມ່ນ ທຄຕລ ຈະໃຫ້ບໍລິການໃນການເຄື່ອນຍ້າຍເງິນສົດຕາມຈຸດສະຖານີຕ່າງໆໃຫ້ແກ່ບໍລິສັດ.

ທັງນີ້, ໂຄງການທາງດ່ວນ ນວ-ວັງວຽງ ຖືເປັນເສັ້ນທາງດ່ວນທໍາອິດທີ່ຈະເປີດນໍາໃຊ້ໃນ ສປປ ລາວ, ເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາປະເທດຊາດ ແລະ ກໍເປັນວຽກງານທີ່ສໍາຄັນຂອງ ທຄຕລ ໃນການໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊຳລະຄ່າຜ່ານທາງດ່ວນຂອງປະຊາຊົນຜູ້ຊົມໃຊ້, ຮັບປະກັນການເກັບຄ່າຜ່ານທາງໃຫ້ແກ່ເຈົ້າຂອງໂຄງການຢ່າງຄົບຖ້ວນ ແລະ ໂປ່ງໃສ. ພ້ອມສະແດງຄວາມຂອບໃຈຕໍ່ຄະນະບໍລິຫານໂຄງການທາງດ່ວນທີ່ໃຫ້ຄວາມເຊື່ອໝັ່ນ ແລະ ເລືອກໃຊ້ບໍລິການຂອງ ທຄຕລ, ສັນຍາວ່າຈະເອົາໃຈໃສ່ໃນການໃຫ້ບໍລິການເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າຜ່ານ ທຄຕລ.

ທາງດ່ວນ ນວ-ວັງວຽງ ເປັນໂຄງການກໍ່ສ້າງທາງດ່ວນໄລຍະທີ 1 ມີຄວາມຍາວ 109 ກິໂລແມັດ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ, ໜ້າທາງກວ້າງ 23 ແມັດ ມີ 4 ຊ່ອງທາງຈະລາຈອນ, ມີ 2 ແລວ ໄປ-ກັບ, ມີອຸໂມງ 1 ແຫ່ງ ຢູ່ເຂດພູພະ, ມີຂົວຂ້າມ 34 ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ ແລະ ຈຸດເຊື່ອມຕໍ່ເຂົ້າ-ອອກມີ 7 ຈຸດຄື: ບ້ານສີເກີດ, ບ້ານນາຊອນ, ບ້ານບົວບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ ແລະ ວັງວຽງ

ຂ່າວ: ສັນຕິ