ເປີດນໍາໃຊ້ລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊ

160

ການກໍ່ສ້າງລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງໃຈກາງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸປະຕູໄຊ ທີ່ລົງມືກໍ່ສ້າງມາແຕ່ກາງເດືອນກັນຍາ ໄດ້ສຳເລັດໂດຍພື້ນຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນຕອນແລງວັນທີ27 ພະຈິກ 2020 . ສ່ວນໜ້າວຽກທີ່ຍັງເຫຼືອຈະໃຫ້ສຳເລັດສົມບູນໃນທ້າຍເດືອນກຸມພາ 2021.


ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການຍົກລະດັບໄຟຟ້າໃນນະຄອນຫຼວງວຽງຈັນ ເລີ່ມສຶກສາສໍາຫຼວດປີ 2016 ໄດ້ສ້າງເປັນໂຄງການສະເໜີຂໍທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ຮອດປີ 2018 ແມ່ນໄດ້ຮັບການຕົກລົງຊ່ວຍເຫຼືອ.


ໂຄງການນີ້ນອນໃນຂອບສັນຍາ ວ່າດ້ວຍການຮ່ວມມືເສດຖະກິດ ເຕັກນິກ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ສະບັບລົງວັນທີ 30 ພຶດສະພາ 2018 ໃນວັນທີ 6 ທັນວາ 2019 ທັງສອງຝ່າຍເຊັນບົດບັນທຶກການສໍາຫຼວດພາກສະໜາມຮ່ວມກັນ ເຊິ່ງປະກອບມີ 3 ໜ້າວຽກຫຼັກທີ່ຈັດຕັ້ງປະຕິບັດ ຄື:


1. ຍົກລະດັບໄຟຟ້າເຂດເທສະບານ ແລະ ຊານເມືອງໃນນະຄອນຫຼວງວຽງຈັນ ດ້ວຍການຍົກລະດັບລະບົບຕາຂ່າຍໄຟຟ້າແຮງດັນກາງ 22 ກິໂລວັດ ແລະ ໝໍ້ແປງໄຟຟ້າ 22/0,4 ກິໂລວັດ


2. ປັບປຸງລະບົບນໍ້າພຸ, ໄຟເຍືອງ ແລະ ລະບົບຫົດສວນຫຍ້າຢູ່ສວນປະຕູໄຊ.


3. ຍົກລະດັບລະບົບໄຟແສງສະຫວ່າງໄຟຟ້າເຍືອງທາງ ຈໍານວນ 7 ເສັ້ນ ທາງໃນໃຈກາງນະຄອນຫຼວງວຽງຈັນ.


ຕາງໜ້າລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນສັນຍາປະຕິບັດໂຄງການ ຄັ້ງວັນທີ 18 ມິຖຸນາ 2020 ປະກອບມີ 2 ໜ້າວຽກ ຄື: 1. ປັບປຸງລະບົບນໍ້າພຸ, ໄຟເຍືອງສວນ, ລະບົບນໍ້າຢູ່ສວນປະຕູໄຊ ແລະ 2. ຍົກລະດັບໄຟເຍືອງທາງ ຈໍານວນ 7 ເສັ້ນທາງຢູ່ໃນເຂດໃຈກາງເມືອງ ນະຄອນຫຼວງວຽງຈັນ.


ໂຄງການດັ່ງກ່າວໄດ້ເລີ່ມລົງມືປະຕິບັດມາແຕ່ວັນທີ 12 ກັນຍາ 2020 ຮອດວັນທີ 27 ພະຈິກ 2020 ໄດ້ສໍາເລັດໂດຍພື້ນຖານການກໍ່ສ້າງ ຕິດຕັ້ງ ແລະ ສາມາດເປີດນໍາໃຊ້ຢ່າງເປັນທາງການ ທັນຕາມກໍານົດເວລາທີ່ສອງພັກ – ລັດກໍານົດໄວ້ ເພື່ອເປັນຂອງຂວັນຄຳນັບຊົມເຊີຍ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ.


ສ່ວນວຽກທີ່ຍັງເຫຼືອຈະຕ້ອງສືບຕໍ່ປະຕິບັດ ຫຼັງເປີດນໍາໃຊ້ປະກອບມີການຟື້ນຟູທາງຍ່າງ, ການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມລະບົບສັນຍານສົ່ງຂໍ້ມູນ, ປັບປຸງເສົາໄຟເຍືອງທາງບາງຈຸດຄືນໃໝ່ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ເຊິ່ງຈະໃຫ້ສໍາເລັດໃນວັນທີ 25 ກຸມພາ 2021 ແລະ ຄາດຄະເນມອບ – ຮັບໂຄງການ ວັນທີ 25 ມີນາ 2021.


ພິທີເປີດນໍາໃຊ້ລະບົບແສງສະຫວ່າງເຍືອງທາງ 7 ເສັ້ນທາງ ແລະ ລະບົບນໍ້າພຸປະຕູໄຊ ມີຂຶ້ນໃນວັນທີ 27 ພະຈິກ 2020 ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ບັນດາລັດຖະມົນຕີ ແລະ ແຂກຈາກພາກສ່ວນຕ່າງໆ.