ລັດຖະບານອອກ ມາດຕະການປ້ອງກັນ ແລະ ຜ່ອນຜັນເພີ່ມຕື່ມ ປ້ອງກັນໂຄວິດ-19 ແຕ່ນີ້ຮອດ 31 ທັນວາ 2020

222

ໃນວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບບາງມາດຕະການທີ່ຕ້ອງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຕ່ນີ້ ຫາວັນທີ 31 ທັນວາ 2020.

ທ່ານ ບຸນກອງ ສີຫາວົງ ຖະແຫຼງຕາມແຈ້ງການສະບັບເລກທີ 1291/ຫສນຍ, ລົງວັນທີ 26 ພະຈິກ 2020 ວ່າ: ການປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັບແຕ່ນີ້ ຮອດວັນທີ 31 ທັນວາ 2020 ດັ່ງນີ້:

1 ໃຫ້ໂຈະການອອກວີຊາ ສຳລັບຜູ້ເດີນທາງມາຈາກປະເທດຕົ້ນທາງ ທີ່ມີການລະບາດ ຂອງພະຍາດ ໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020.

2 ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລຳ ຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ, ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາ ທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດ ຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ເປັນແຕ່ລະກໍລະນີ. ພ້ອມກັນນີ້, ກໍ່ໃຫ້ກວດກາຜູ້ໂດຍສານຖ້ຽວບິນເໝົາລຳ ຈາກປະເທດບໍ່ມີການລະບາດ ຂອງເຊື້ອພະຍາດ ໂຄວິດ-19 ໃນຊຸມຊົນ ທີ່ໄດ້ຮັບອະນຸຍາດ, ເດັດຂາດ ບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປະເທດທີ່ມີການລະບາດ ຂອງພະຍາດ ໂຄວິດ-19 ໃນຊຸມຊົນ ມານໍາຖ້ຽວບິນເໝົາລໍາດັ່ງກ່າວ.

3 ເຫັນດີ ໃຫ້ຈັດງານສະເຫຼີມສະຫຼອງ ວັນສຳຄັນຂອງພັກ, ຂອງຊາດ ແລະ ວັນສຳຄັນອື່ນໆ, ໂດຍໃຫ້ມີການກໍານົດເປົ້າໝາຍຜູ້ເຂົ້າຮ່ວມ ໃນລະດັບທີ່ເໝາະສົມ, ພ້ອມທັງ ປະຕິບັດມາດຕະ ການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ມີນ້ຳຢາ ຫຼື ສະບູລ້າງມື.

4 ເຫັນດີໃຫ້ສືບຕໍ່ຈັດງານບຸນປະເພນີບັນດາເຜົ່າ ແລະ ຈັດກິດຈະກຳຕ່າງໆຂອງສັງຄົມ, ສຳລັບບຸນກິນຈຽງຂອງບາງເຜົ່າໃຫ້ຈັດຢູ່ຄອບຄົວ ແລະ ບ້ານ. ຖ້າຈຳເປັນຈະຈັດແບບລວມໃນລະດັບທົ່ວແຂວງ ຫຼື ທົ່ວເມືອງ ແມ່ນຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເສຍກ່ອນ, ໂດຍໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າ, ຫຼີກເວັ້ນ ການຫຼີ້ນກິນຟຸມເຟືອຍ ແລະ ຕ້ອງປະຕິບັດມາດຕະ ການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ ແລະ ມີນ້ຳຢາ ຫຼື ສະບູລ້າງມື.

5 ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈວ່າ ເຖິງແມ່ນວ່າປະເທດເຮົາ ບໍ່ມີການລະບາດພາຍໃນ ກໍ່ຕາມ ແຕ່ພະຍາດ ໂຄວິດ-19 ຍັງບໍ່ທັນຫາຍໄປຈາກໂລກ, ຍ້ອນແນວນັ້ນ ທຸກຄົນຕ້ອງຍົກສູງສະຕິຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢ່າງເປັນເຈົ້າການຮ່ວມກັນ.

6 ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາການເຂົ້າ-ອອກ ຕາມດ່ານຊາຍແດນເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດ ໂຄວິດ-19 ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.

7 ສະເໜີ ໃຫ້ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີບົດບາດການຄຸ້ມຄອງ, ການຕິດຕາມ, ກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຮັບຊາບ ຢ່າງເປັນປົກກະຕິ ແລະ ທັນເວລາ.

ຂະນະດຽວກັນ ທ່ານພູທອນ ເມືອງປາກ ກ່າວວ່າ: ກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ພວກເຮົາຈະໄດ້ເນັ້ນບາງວຽກງານຕື່ມເປັນຕົ້ນແມ່ນການຄຸ້ມຄອງການເຂົ້າມາຂອງຄົນທີ່ເດີນທາງມາຈາກຕ່າງປະເທດພາຍຫຼັງເດີນທາງມາຮອດປະເທດເຮົາ ດັ່ງນັ້ນ, ຂໍໃຫ້ພໍ່ແມ່ປະຊາຊົນເຊື່ອໝັ້ນໃນມາດຕະການກວດກາຄົນເຂົ້າເມືອງ, ມາດຕະການຈໍາກັນບໍລິເວນ, ຊອກຫາຜູ້ຕິດເຊື້ອ ກ່ອນຈະໃຫ້ອອກໄປເຄື່ອນໄຫວໃນສັງຄົມ.

ທັງນີ້, ມີ 4ກະຊວງຫຼັກທີ່ຮັບຜິດຊອບວຽກງານນີ້ ຈະໄດ້ມີການຄົ້ນຄ້ວາລະອຽດ, ຮັດກຸມ, ກວດກາຢ່າງເຄັ່ງຄັດ ໂຈະການອອກວີຊາສໍາລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ຍັງມີການລະບາດໃນຊຸມຊົນ ແລະ ໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ຍັງມີການລະບາດໂຄວິດ-19 ໃນຊຸມຊົນ (ຍົກເວັ້ນຖ້ຽວບິນມະນຸດສະທຳ) ໃນນີ້ພວກເຮົາຕ້ອງໄດ້ເຄັ່ງຄັດກວດບໍ່ໃຫ້ມີຜູ້ທີີ່ມາຈາກປະເທດທີ່ມີການລະບາດໂຄວິດຢູ່ໃນຊຸມຊົນມານຳຖ້ຽວບິນນັ້ນ; ຄຸມເຂັ້ມການປະຕິບັດລະບຽບຢູ່ຈຸດຈຳກັດບໍລິເວນບໍ່ໃຫ້ອອກໄປຂ້າງນອກ, ບໍ່ໃຫ້ຄົນຂ້າງນອກເຂົ້າໄປພົບ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນ.