ສາຍການບິນຟີລິບປິນ ແອລາຍ ຍື່ນສານຂໍຄຸ້ມຄອງຈາກເຈົ້າໜີ້

153

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຄາລອສ ໂດມິງເກຊ ລັດຖະມົນຕີກະຊວງການເງິນຟີລິບປິນ ກ່າວວ່າ: ສາຍການບິນຟີລິບປິນ ແອລາຍ ( PAL ) ເຊິ່ງເປັນສາຍການບິນແຫ່ງຊາດ ຟີລິບປິນ ກຽມຍື່ນຄຳຮ້ອງຕໍ່ສານ ເພື່ອຄຸ້ມຄອງຈາກເຈົ້າໜີ້ ເນື່ອງຈາກສາຍການບິນຍັງຢູ່ລະ ຫວ່າງການປັບໂຄງສ້າງໜີ້ກັບລັດຖະບານ ເພື່ອປະຄອງສາຍການບິນໃຫ້ຢູ່ລອດ.

ລັດຖະມົນຕີກະຊວງການເງິນຟີລິບປິນ ກ່າວວ່າ: ພີເອແອລ ໄດ້ແຈ້ງໃຫ້ລັດຖະບານຊາບກ່ຽວກັບການປັບໂຄງສ້າງໜີ້ເມື່ອບໍ່ດົນມານີ້ ແຕ່ບໍ່ໄດ້ບອກຄວາມຕ້ອງການໃຫ້ລັດຖະບານຊ່ວຍເຫຼືອດ້ານໃດແດ່.

ກ່ອນໜ້ານີ້ມີລາຍງານວ່າ: ພີເອແອລ ໄດ້ປະກາດແຜນຫຼຸດພະນັກງານລົງ 35% ຂອງຈຳນວນພະນັກງານປະມານ 7 ພັນຄົນໃນປັດຈຸບັນ ເພື່ອຫຼຸດຕົ້ນທຶນຂອງບໍລິສັດທີ່ແບກຫາບມານັບແຕ່ການເລີ່ມລະບາດຂອງພະຍາດໂຄວິດ – 19.