ມີໄຊ ພັດທະນາຟາມ ສາມາດເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

157

ວິສາຫະກິດສ່ວນບຸກຄົນ ມີໄຊພັດທະນາຟາມ ຕັ້ງຢູ່ບ້ານພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; ປະກອບກິດຈະການຟາມລ້ຽງນົກກະທາ ໃນຮູບແບບຟາມປິດ ປະກອບມີ 3 ໂຮງເຮືອນຄື: (1) ໂຮງເຮືອນລ້ຽງນົກຊີ້ນ; (2) ໂຮງເຮືອນລ້ຽງນົກໄຂ່ ແລະ (3) ໂຮງເຮືອນລ້ຽງນົກກະທາແລກເກີດ ໃນເນື້ອທີ່ 8 ເຮັກຕາ, ມີພະນັກງານທັງໝົດ 15 ຄົນ, ປັດຈຸບັນມີສິນຄ້າສະໜອງໃຫ້ຕະຫຼາດເຖິງ 3 ປະເພດ ຄື: ຊີ້ນນົກກະທາ, ໄຂ່ລົມ ແລະ ໄຂ່ລູກ.

ວິສາຫະກິດສ່ວນບຸກຄົນ ມີໄຊພັດທະນາຟາມ ໄດ້ຮັບສິນເຊື່ອບ້ວງ 3% ຕໍ່ປີ ຜ່ານການປ່ອຍກູ້ຂອງທະນາຄານຮ່ວມທຸລະກິດລາວ – ຫວຽດ ມູນຄ່າ 600 ລ້ານກີບ ເພື່ອນຳໃຊ້ເປັນທຶນຊື້ອຸປະກອນ ແລະ ຂະຫຍາຍຟາມລ້ຽງນົກກະທາຕື່ມອີກ 2 ໂຮງເຮືອນ.

ທ່ານ ບຸນມາ ສໍມີໄຊ ເຈົ້າຂອງວິສາຫະກິດສ່ວນບຸກຄົນ ມີໄຊພັດທະນາຟາມ ອະດີດພະນັກງານທະຫານອາກາດ ໄດ້ເລົ່າວ່າ: ເລີ່ມຕົ້ນຕົນເອງລ້ຽງນົກກະທາເພື່ອບໍລິໂພກໃນຄອບຄົວ ແຕ່ເມື່ອເຫັນວ່າສາມາດສ້າງລາຍຮັບກໍໄດ້ລ້ຽງເພື່ອຂາຍ ຄັ້ງທຳອິດໃນປີ 1995 ທີ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນຕອນນັ້ນມີນົກກະທາພຽງ 200 ໂຕ, ຕໍ່ມາໄດ້ຂະຫຍາຍເປັນຟາມນ້ອຍ ລ້ຽງນົກກະທາເພີ່ມຂຶ້ນເປັນຈໍານວນ 3.000 ໂຕ ເມື່ອເບິ່ງເຫັນທ່າແຮງການຂະຫຍາຍທຸລະກິດຍ້ອນມີຄວາມຕ້ອງການຊີ້ນ ແລະ ໄຂ່ນົກກະທາໃນຕະຫຼາດທີ່ເພີ່ມຂຶ້ນ ໃນປີ 2015 ໄດ້ຍ້າຍຟາມລ້ຽງນົກກະທາມາຕັ້ງທີ່ບ້ານພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈົນເຖິງປັດຈຸບັນ.

ໃນເບື້ອງຕົ້ນຟາມຂອງເພິ່ນຂາຍແຕ່ນົກກະທາ ( ໂຕເປັນໆ ) ລູກຄ້າຫຼັກແມ່ນຕະຫຼາດສົດ ແລະ ຮ້ານອາຫານ ໂດຍມີຜູ້ມາຮັບຊື້ກັບທີ່ 7 – 8 ລາຍ ເມື່ອຮອດປີ 2017 ເລີ່ມມີ ຄວາມຕ້ອງການໄຂ່ນົກກະທາ ເພິ່ນຈຶ່ງເລີ່ມລ້ຽງນົກໄຂ່ ແລະ ໃນປີ 2019 ຈຶ່ງເລີ່ມຂາຍໄຂ່.

ປັດຈຸບັນຟາມດັ່ງກ່າວມີນົກກະທາ 120.000 ໂຕ ສາມາດສະໜອງນົກຊີ້ນ 4.000 ໂຕຕໍ່ວັນ ( 500 ກິໂລຕໍ່ວັນ ) ແລະ ໄຂ່ນົກກະທາ 30.000 ໜ່ວຍຕໍ່ວັນ.

ໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ແມ່ນສາມາດຂາຍໄຂ່ນົກກະທາໄດ້ເຖິງ 30.000 ໜ່ວຍຕໍ່ວັນ; ການແຜ່ລະບາດຂອງໂຄວິດ – 19 ຖືວ່າໄດ້ສ້າງກາລະໂອກາດເຮັດໃຫ້ສາມາດເພີ່ມຍອດຂາຍໄດ້ຫຼາຍຂຶ້ນ ຍ້ອນບໍ່ສາມາດນຳເຂົ້າໄຂ່ນົກກະທາຈາກປະເທດເພື່ອນບ້ານ ກໍຄື: ໄທ ແລະ ສສ ຫວຽດນາມ.

ທ່ານ ບຸນມາ ໄດ້ຮັບການອະນຸມັດສິນເຊື່ອ ຈຳນວນ 600 ລ້ານກີບ ແລະ ຜ່ານການຝຶກອົບຮົມໃນຫົວຂໍ້ການຂຽນແຜນທຸລະກິດ, ການເງິນ ແລະ ການບັນຊີ. ພ້ອມນີ້, ຍັງກຳລັງກະກຽມເພື່ອເຂົ້າລະບົບບັນຊີຖືກຕ້ອງຕາມກົດໝາຍ ວ່າດ້ວຍລະບົບບັນຊີໃຫ້ສຳເລັດ ໃນປີ 2020.

ທ່ານ ບຸນມາ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ກັບລັດຖະບານ ກໍຄືກອງທຶນສົ່ງເສີມ SME ທີ່ໄດ້ສະໜອງທຶນດອກເບ້ຍຕ່ຳໃຫ້ SME ເພື່ອຊ່ວຍເຫຼືອການດຳເນີນທຸລະກິດໃຫ້ສາມາດຕໍ່ຍອດໄດ້, ຍ້ອນໄດ້ຮັບສິນເຊື່ອ ເຮັດໃຫ້ເພິ່ນສາມາດຂະຫຍາຍກຳລັງການຜະລິດ ເພື່ອຕອບສະໜອງນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າຂອງລັດຖະບານ, ມີການຈ້າງງານຫຼາຍຂຶ້ນ ແລະ ເຮັດໃຫ້ຄອບຄົວເພິ່ນມີຄວາມອຸດົມສົມບູນ ເຊິ່ງເປັນການປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແນວທາງຂອງພັກ ແລະ ລັດຖະບານ.