ບໍລິສັດ ຫົວເຫວີຍ ຊ່ວຍ China Unicom Beijing ຂະຫຍາຍຕົວ 40 ເທົ່າ ຂອງການບໍລິການສາຍເອກະຊົນ OTN

169

ນະຄອນປັກກິ່ງ ປະເທດຈີນ, ວັນທີ 24 ພະຈິກ 2020 ສອງປີທີ່ຜ່ານມາ, ສາຍເອກະຊົນປະເຊີນກັບການແຂ່ງຂັນທີ່ຮຸນແຮງ ແລະ ພົບກັບຄວາມຕ້ອງການທີ່ມີຫຼາຍຂຶ້ນ ເຊັ່ນວ່າ: ການກຳນົດຄວາມໄວຕ່ຳ, ການປັບຄວາມໄວໃນການບໍລິການຕົນເອງທີ່ມີຄວາມຢືດຢຸ່ນ ( ປັບຕາມຄວາມຕ້ອງການ, BoD ) ແລະ ການຄຸ້ມຄອງບໍລິການຕົນເອງ, ດ້ວຍເຫດຜົນນີ້ ສາຍເອກະຊົນທີ່ມີຄ່ານິຍົມແຕກຕ່າງກັນແມ່ນມີຄວາມຈຳເປັນສຳລັບຜູ້ປະກອບການທີ່ຈະໂດດເດັ່ນໃນການແຂ່ງຂັນ.

ບໍລິສັດ China Unicom Beijing ( Beijing Unicom ) ໄດ້ເປີດຕົວ SmartLink ສ່ວນຕົວໃນເດືອນພະຈິກປີ 2018 ເຊິ່ງແມ່ນຜະລິດຕະພັນສາຍເອກະຊົນທີ່ຈັດເປັນລະດັບສູງຂອງໂລກ ດ້ວຍການປັບປຸງແພັກເກັດ OTN ( PeOTN ) ແລະ ການສະໜັບສະໜູນ iMaster NCE, ໃຫ້ບໍລິການສາຍເອກະຊົນທີ່ແຕກຕ່າງກັນທີ່ມີຄວາມປອດໄພ, ສາມາດຄວບຄຸມຕົນເອງ, ວ່ອງໄວ ແລະໂປ່ງໃສສຳລັບຜູ້ໃຊ້ທົ່ວປະເທດຈີນ.

ໃນໄລຍະສອງປີທີ່ຜ່ານມາ, ການໃຫ້ບໍລິການສາຍເອກະຊົນຂອງ SmartLink ແມ່ນຫຼາຍກວ່າ 6.500 ແຫ່ງ ( ການເພີ່ມຂຶ້ນ 40 ເທົ່າຕົວ ) ໃນຂະແໜງອຸດສາຫະກຳຈຳນວນໜຶ່ງ ເຊັ່ນ: ການເງິນ, ອິນເຕີເນັດ, ການບໍລິການສາທາລະນະ ແລະ ການຄົ້ນຄວ້າວິໄຈ; ໃນປັດຈຸບັນຜູ້ໃຊ້ສາຍສ່ວນຕົວຂອງ SmartLink ເຂົ້າເຖິງການບໍລິການດ້ວຍຕົນເອງ ໂດຍສະເລ່ຍ 1,5 ເທື່ອຕໍ່ເດືອນ ແລະ ສາມາດສອບຖາມພາລາມິເຕີຕ່າງໆ ເຊັ່ນ: ແບນວິດ, ຄວາມຊ້າ, ຄວາມພ້ອມ ແລະ ສະພາບການ. ຈາກການບໍລິການຕົນເອງສາມາດເຫັນໄດ້ວ່າ ຜູ້ນໍາໃຊ້ເພີ່ມຂຶ້ນທຸກໆເດືອນຂອງທັງໝົດ 61 ເທົ່າ ເມື່ອທຽບກັບສອງປີກ່ອນ. ພ້ອມດຽວກັນນີ້, ການນຳໃຊ້ຟັງຊັນການສອບຖາມການບໍລິການດ້ວຍຕົນເອງ ຍັງເຮັດໃຫ້ການບໍລິການມີມູນຄ່າເພີ່ມຂຶ້ນ ເຊັ່ນວ່າ Online BoD ມີຄວາມນິຍົມຫຼາຍຂຶ້ນ, ໃນເດືອນກັນຍາປີ 2020, Beijing Unicom ໄດ້ປະຕິບັດຄຳຮ້ອງຂໍເລັ່ງຄວາມແຮງອອນໄລ 352 ເຊິ່ງມີປະສິດທິຜົນສູງກວ່າ 100 ເທົ່າ ເມື່ອສອງປີກ່ອນ, ຮູບແບບການຈ່າຍເງິນເດືອນໃໝ່ ໄດ້ເຫັນວ່າ BoD ສ້າງລາຍໄດ້ຫຼາຍກວ່າ CNY 300.000 ສຳລັບ Beijing Unicom ໃນເດືອນກັນຍາ.

ສາຍສ່ວນຕົວຂອງ Smart Link ແມ່ນເຄື່ອງມືຕະຫຼອດໄລຍະການແຜ່ລະບາດ, ການຮັບປະກັນການສົ່ງຂໍ້ມູນທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ, ໃນເດືອນກຸມພາຜ່ານມາ ຈີນ ໄດ້ເປີດຕົວໂປຣແກຣມລະຫັດສຸຂະພາບຜ່ານແອັບຕ່າງໆ ເພື່ອຕ້ານການແຜ່ລະບາດຂອງໄວຣັສ, ລະຫັດສຸຂະພາບເຫຼົ່ານີ້ແມ່ນອີງໃສ່ປະຫວັດ ແລະ ການເດີນທາງຂອງຜູ້ຕິດເຊື້ອ, ຂໍ້ມູນທີ່ໃຊ້ໃນການສ້າງລະຫັດເຫຼົ່ານີ້ແມ່ນສັງລວມເຂົ້າໃນການວິເຄາະຂໍ້ມູນການແຜ່ລະບາດຂອງພະແນກສາທາລະນະສຸກແຫ່ງຊາດ ໂດຍຜ່ານສາຍສ່ວນຕົວ.

ສາຍສ່ວນຕົວຂອງ Smart Link ແມ່ນສາຍທີ່ມີ ຄວາມປອດໄພ ແລະ ໂດດດ່ຽວ ເພື່ອເພີ່ມຄວາມປອດໄພທີ່ສູງຂຶ້ນ, ອຸປະກອນ OTN ຖືກຕັ້ງຄ່າດ້ວຍແຜງລະຫັດ ເພື່ອຮັບປະກັນຄວາມປອດໄພໃນການສົ່ງຂໍ້ມູນການລະບາດ ແລະ ຜູ້ຊົມໃຊ້.

SmartLink 2.0 ເພື່ອແຈກຈ່າຍ Cloud-Network Synergy ແລະ ປະສົບການ AI-Powered

ສາຍສ່ວນຕົວຂອງ Smart Link ກຳລັງມີການພັດທະນາໄປສູ່ລະບົບ 2.0 ໃຫ້ບໍລິການເຊື່ອມຕໍ່ E2E ເຕັມຮູບແບບ ເຊິ່ງຈະສາມາດເຊື່ອມຕໍ່ກັບການບໍລິການຕາມແນວຕັ້ງ ເຊັ່ນ: Cloud ຂອງອຸດສາຫະກຳ, Cloud ສ່ວນຕົວ, Cloud ຂອງລັດຖະບານ ແລະ ລວມເອົາການບໍລິການເຂົ້າເຖິງຫຼາຍຢ່າງແບບນອນ ເຊັ່ນ: 5G/MEC ແລະ 10G PON, ຜ່ານການບໍລິການຜ່ານເຄືອຂ່າຍ Cloud ແລະ ການບໍລິການທີ່ຫຼາກຫຼາຍ, ສາຍສ່ວນຕົວຂອງ SmartLink ກຽມພ້ອມທີ່ຈະສະໜັບສະໜູນພື້ນຖານໂຄງລ່າງດ້ານການສື່ສານຂອງອຸດສາຫະກຳ ແລະ ຍັງສະໜັບສະໜູນງານກີລາໂອແລັມປິກລະດູໜາວປັກກິ່ງ ທີ່ຈະມາເຖິງໃນປີ 2022.

▶ ສາຍສ່ວນຕົວຂອງ SmartLink ຈະເລັ່ງເຄືອຂ່າຍ cloud ຜ່ານເຄືອຂ່າຍດຽວ ແລະ ຜ່ານການບໍລິການສາຍ Cloud ສ່ວນຕົວ ເພື່ອໃຫ້ປະສົບການທີ່ບໍ່ມີການແຂ່ງຂັນ, ຊ່ວຍໃຫ້ຜູ້ໃຊ້ສາມາດບັນລຸການບໍລິການດ້ວຍຕົນເອງ ໂດຍຜ່ານການໂຕ້ຕອບຜູ້ໃຊ້ເຄືອຂ່າຍຟັງທີ່ເປັນເອກະພາບ.

▶ ສາຍສ່ວນຕົວທີ່ມີຄຸນນະພາບສູງຂອງ SmartLink ສາມາດໃຫ້ບໍລິການທີ່ກວ້າງ ຂວາງສຳລັບຜູ້ນຳໃຊ້, ສາຍສ່ວນຕົວສາມາດໃຊ້ໄດ້ຢູ່ສະຖານທີ່ທີ່ໃກ້ກັບສູນຂໍ້ມູນ ໂດຍບໍ່ຄຳນຶງເຖິງສະຖານທີ່ຂອງພວກເຂົາ ເພື່ອໃຫ້ການເຂົ້າເຖິງ Cloud ແບບດຽວກັບ ຄວາມໄວສູງສຳລັບຜູ້ຊົມໃຊ້.

▶ ຄວາມແຕກຕ່າງ, ສາຍສ່ວນຕົວຂອງ SmartLink ທີ່ມີຄຸນນະພາບສູງຈະຊ່ວຍໃຫ້ Cloud ແລະ ບໍລິການອື່ນໆ, ປະຕິບັດການ ” Cloud + ສາຍສ່ວນຕົວ + X “.

▶ ສາຍສ່ວນຕົວຂອງ SmartLink ຈະນຳໃຊ້ເຕັກໂນໂລຊີ AI ເພີ່ມຕື່ມ ເພື່ອປັບປຸງຄວາມສາມາດໃນການຂັບຂີ່ແບບອັດຕະໂນມັດ ( ADN ) ໃນການຄາດເດົາ ແລະ ປ້ອງກັນຄວາມຜິດຂອງເຄືອຂ່າຍ, ກວດເບິ່ງວ່າເສັ້ນໃຍໃນຊ່ອງທາງການເຮັດວຽກ ແລະ ການປ້ອງກັນແບ່ງປັນສາຍດຽວກັນ, ວັດແທກຄວາມພ້ອມຂອງການບໍລິການ ແລະ ເພີ່ມປະສິດທິພາບໃຫ້ເໝາະສົມ ຫຼື ບໍ່, ວິເຄາະການບໍລິການ ແລະ ປັບແບນວິດອັດຕະໂນມັດຕາມການຮ້ອງຂໍຂອງລູກຄ້າ, ເຕັກໂນໂລຊີ AI ຈະຊ່ວຍເພີ່ມຄວາມສາມາດ ADN ຂອງເຄືອຂ່າຍເອກະຊົນ Smar tLink ຈາກ L2 ( ຄວາມເປັນອິດສະຫຼະບາງສ່ວນ ) ເຖິງ L3 ( ອັດຕະໂນມັດທີ່ມີເງື່ອນໄຂ ).

ໃນຖານະເປັນຄູ່ຮ່ວມມືສື່ສານທີ່ສຳຄັນສຳລັບງານກີລາໂອແລັມປິກລະດູໜາວປັກກິ່ງ ປີ 2022, Beijing Unicom ຈະໃຫ້ບໍລິການສາຍ ແລະ Cloud ສ່ວນຕົວສຳລັບຄະນະກຳມະການຈັດງານກີລາໂອແລັມປິກ; ໃນສູນຄວບຄຸມຂອງຄະນະກຳມະການ ຜູ້ຊົມໃຊ້ຈະໄດ້ຮັບຄວາມຮູ້ສຶກທີ່ເຕັມໄປດ້ວຍການບໍລິການທີ່ແຕກຕ່າງຂອງ SmartLink ເຊິ່ງປະກອບມີ:

▶ ການຈັດການສ່ວນຂອງເຄືອຂ່າຍສ່ວນຕົວທີ່ໃຊ້ ເພື່ອຈຸດປະສົງທີ່ແຕກຕ່າງກັນ ເຊັ່ນວ່າການແຂ່ງຂັນກີລາຄືນໃໝ່.

▶ ບົດລາຍງານການກວດສຸຂະພາບສາຍເອກະຊົນ     ( ການຄາດຄະເນສຸຂະພາບບໍລິການ ແລະ ການວິເຄາະ ຄວາມຢູ່ລອດ ).

▶ ການກຳນົດຕຳແໜ່ງ GIS ຂອງເສັ້ນທາງ ແລະ ຄວາມສ່ຽງສຳລັບສາຍເອກະຊົນທີ່ມີການເຄື່ອນໄຫວ.

▶ ສາຍເອກະຊົນ SLA ແລະ ການຄຸ້ມຄອງຄວາມພ້ອມດ້ານຊັບພະຍາກອນຂອງເຄືອຂ່າຍ.

▶ ການເລັ່ງຄວາມໄວອັດສະລິຍະ ໂດຍອີງໃສ່ແຜນການແຂ່ງຂັນກີລາ ແລະ ການເຂົ້າຊົມເຄືອຂ່າຍ.

ການບໍລິການເຫຼົ່ານີ້ຈະປະກອບສ່ວນເຂົ້າໃນການຈັດງານກີລາໂອແລັມປິກລະດູໜາວທີ່ປະສົບຜົນສຳເລັດຫຼາຍ.

ຄວາມສຳເລັດຂອງສາຍສ່ວນຕົວຂອງ SmartLink ແມ່ນມາຈາກການປະດິດສ້າງຮ່ວມກັນລະຫວ່າງ Beijing Unicom ແລະ ຫົວເຫວີຍ ແລະ SmartLink 2.0 ຈະຊ່ວຍໃຫ້ຊີວິດທີ່ດີຂຶ້ນສຳລັບລູກຄ້າໃນອະນາຄົດ.