ອົງຄະນະພັກກະຊວງອຄ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

176

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດກອງປະຊຸມຕົວແທນສະມາຊິກພັກຂອງອົງຄະນະພັກກະຊວງ ອຄ ຂຶ້ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາໃນ 5 ປີ ຂອງອົງຄະນະພັກກະຊວງ ອຄ, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ; ມີຄະນະບໍລິຫານພັກກະຊວງ, ບັນດາສະຫາຍເລຂາໜ່ວຍພັກ, ຜູ້ແທນສົມບູນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ.

ສະຫາຍ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການຈັດກອງປະຊຸມແມ່ນຢູ່ໃນໄລຍະມ້ວນທ້າຍສະໄໝການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ມະຕິ X ຂອງພັກ ເຊິ່ງຈະກາຍເປັນພື້ນຖານໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ V ເພື່ອກ້າວເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິ XI ຂອງພັກ.

ການຈັດກອງປະຊຸມຄັ້ງນີ້ ຍັງເປັນການປະຕິບັດຕາມແຈ້ງການຂອງຄະນະເລຂາທິການສູນກາງພັກ ໂດຍມີຄຳສັ່ງໃຫ້ບັນດາກະຊວງ – ອົງການຂອງພັກ – ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຈຳນວນໜຶ່ງ ລວມທັງໝົດ 19 ພາກສ່ວນ, ໃນນັ້ນລວມມີ ກະຊວງ ອຄ ໃຫ້ເລື່ອນການຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຂັ້ນຕົນ ແລະ ໃຫ້ຈັດພາຍຫຼັງສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ. ດ້ວຍເຫດນີ້, ກະຊວງ ອຄ ຈຶ່ງໄດ້ເລື່ອນການຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງ ອຄ ຄັ້ງທີ V ໄປຈັດໃສ່ພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ສະຫາຍ ນາງ ເຂັມມະນີ ພົນເສນາ ກ່າວຕື່ມອີກວ່າ: ໂດຍປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງການດັ່ງກ່າວ, ກອງປະຊຸມໃນຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານນຳພາຂອງອົງຄະນະພັກ ກະຊວງ ອຄ ໄລຍະ 5 ປີ ແຕ່ 2016 – 2020 ແລະ ທິດທາງແຜນການ 5 ຕໍ່ໜ້າ ແຕ່ 2021 – 2025 ເຊິ່ງບັນດາສະຫາຍທັງໝົດໄດ້ພ້ອມກັນປະກອບຄຳເຫັນລົງປະຊາມະຕິ ເພື່ອຮັບຮອງບົດລາຍງານດັ່ງກ່າວ.

ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາບຸກຄະລາກອນ ເພື່ອເປັນຜູ້ແທນຂອງອົງຄະນະພັກ ກະຊວງ ອຄ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຊິ່ງມີບັນດາສະຫາຍຜູ້ແທນລົງສະໝັກ 11 ສະຫາຍ, ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ.

.