Unitel ມີສ່ວນຮ່ວມໃນການສ້າງ ແລະ ພັດທະນາລັດຖະບານເອເລັກໂຕຣນິກໃນລາວ

244

ໃນໄລຍະ 12 ປີທີ່ຜ່ານມາ ຂອງການສ້າງຕັ້ງ ແລະ ພັດທະນາ, ບໍລິສັດ ສະຕາໂທລະຄົມ ກັບເຄື່ອງໝາຍການຄ້າ Unitel ນອກເໜືອຈາກການເປັນບໍລິສັດທີ່ສະໜອງບໍລິການດ້ານໂທລະຄົມມະນາຄົມຊັ້ນນຳໃນປະເທດລາວ, ມາຮອດປັດຈຸບັນ Unitel ຍັງບໍ່ຢຸດຢັ້ງໃນການກໍ່ສ້າງ ແລະ ກ້າວໄປສູ່ການນຳສະເໜີໂຊລູຊັນເຕັກໂນໂລຊີທີ່ທັນສະໄໝ ໂດຍມີຈຸດປະສົງໃນການສ້າງ “ ລັດຖະບານເອເລັກ  ໂຕຣນິກ ” ເພື່ອຮັບໃຊ້ລັດຖະບານ ແລະ ສັງຄົມ, ເຊື່ອມໂຍງທ່າອ່ຽງການຫັນເປັນດິຈີຕອນຂອງໂລກ.

ປັດຈຸບັນ Unitel ກຳລັງສະໜອງລະບົບ, ໂຊລູຊັນເຕັກໂນໂລຊີຂໍ້ມູນ – ຂ່າວສານໃນທຸກຂົງເຂດ ເຊັ່ນ: ລະບົບການບໍລິຫານຮ້ານອາຫານ ” Cuk Cuk ” ແມ່ນຊ໊ອຟ   ແວຣ໌ຄຸ້ມຄອງຮ້ານອາຫານທີ່ເໝາະສົມກັບຮ້ານອາຫານທຸກປະເພດ ສາມາດຈັດການໄດ້ທຸກທີ່, ທຸກເວລາ ໂດຍຜ່ານອຸປະກອນມືຖື ຫຼື ແທັບເລັດ, ຊ່ວຍໃຫ້ເຈົ້າຂອງທຸລະກິດສາມາດຈັດການທຸກໆວຽກໃນຮ້ານອາຫານຂອງພວກເຂົາ, ລະບົບ ” SMSBRANDNAME ” ແມ່ນບໍລິການສົ່ງຂໍ້ຄວາມຂອງແບຣນ ຫຼື ຍີ່ຫໍ້ການຄ້າ, ເພື່ອສົ່ງການແຈ້ງເຕືອນໃຫ້ລູກຄ້າເມື່ອມີກິດຈະກຳ… ເປັນຊ່ອງທາງໜຶ່ງທີ່ໄວທີ່ສຸດ.

ໂຊລູຊັນ ” WIFI MARKETING ” ແມ່ນໂຊລູຊັນທີ່ສະໜອງ Wifi ສາທາລະນະ, ສະໜັບສະໜູນການຄຸ້ມຄອງ ແລະ ເກັບຮັກສາຂໍ້ມູນຂອງລູກຄ້າຕາມບັນຊີທີ່ໄດ້ເຂົ້າເຖິງ Wifi ແລະ ມີຄວາມສາມາດໃນການສ້າງໂຄສະນາ, ເບິ່ງແຍງລູກຄ້າອັດຕະໂນມັດ ໂດຍຜ່ານ SMS, ອີເມລ, ເຟສບຸ໊ກ ແລະ Zalo ມີ ຄວາມສາມາດດ້ານການຕະຫຼາດທີ່ມີປະສິດທິຜົນ.

ສະໜອງບໍລິການເບີ “ HOTLINE ” ແມ່ນການບໍລິການສູນກາງເບິ່ງແຍງລູກຄ້າ ສຳລັບບໍລິສັດ ແລະ ອົງກອນ. ນອກຈາກນັ້ນ, ໂຊລູຊັນກ່ຽວກັບ Cloud ເຊັ່ນ: Cloud Camera, Cloud Server ” ແມ່ນລະບົບທີ່ສາມາດຈັດຕັ້ງປະຕິບັດຕາມຄວາມຕ້ອງການຂອງລູກຄ້າ, ການສຳຮອງຂໍ້ມູນ, ການຕິດຕາມກວດກາ 24/7 ແລະ ມີ ຄວາມປອດໄພສູງ ເພື່ອຫຼີກລຽງການເຂົ້າເຖິງຂໍ້ມູນຈາກທາງນອກ…

ນອກເໜືອໄປຈາກໂຊລູຊັນທີ່ໄດ້ກ່າວມາຂ້າງເທິງ Unitel ກຳລັງສຸມໃສ່ການກໍ່ສ້າງ ແລະ ສະໜອງລະບົບ ເພື່ອການຫັນເປັນລັດຖະບານດິຈິຕອນພິເສດ ເຊັ່ນ: ລະບົບການຄຸ້ມຄອງເອກະສານເອເລັກໂຕຣນິກ #Uoffice ກັບເປົ້າໝາຍໃນການຈັດການເອກະສານ ແລະ ການມອບໝາຍວຽກ, ນຳໄປສູ່ຫ້ອງການເອເລັກໂຕຣນິກທີ່ບໍ່ມີເຈ້ຍ.

ລະບົບດັ່ງກ່າວປະກອບມີ 4 ຄຸນສົມບັດຕົ້ນຕໍ ຄື: ການເຊັນເອເລັກໂຕຣນິກ ແລະ ການຄຸ້ມຄອງເອກະສານ, ຕາຕະລາງການປະຊຸມ, ການຄຸ້ມຄອງວຽກງານສ່ວນຕົວ ແລະ ວຽກງານຮັບຜິດຊອບຂອງແຕ່ລະໜ່ວຍງານ, ລະບົບຕາຕະລາງສະແດງຂໍ້ມູນທຸລະກິດ ແລະ ການເງິນ.

ປ່ຽນແທນເອກະສານເຈ້ຍ ຊ່ວຍປະຢັດ 50% ຂອງຄ່າໃຊ້ຈ່າຍເຄື່ອງຮັບໃຊ້ຫ້ອງການ.

ຫຼຸດຜ່ອນ 2/3 ພະນັກງານເຮັດກ່ຽວກັບເອກະສານຫ້ອງການ.

ເວລາຈັດການເອກະສານຫຼຸດລົງ 3 ເທົ່າ.

ບໍ່ພຽງແຕ່ສະໜອງຄຸນສົມບັດຕ່າງໆໃນເວັບໄຊເທົ່ານັ້ນ ແຕ່ຍັງໃຊ້ກັບ iOS ແລະ Android ນຳອີກ.

ນັ້ນແມ່ນຍ້ອນເອກະສານເຈ້ຍແບບດັ້ງເດີມບໍ່ສາມາດເຮັດໄດ້, ລະບົບການຄຸ້ມຄອງເອກະສານເອເລັກໂຕຣນິກ Uoffice ໄດ້ຖືກພັດທະນາໂດຍ Unitel, ເພີ່ມປະສິດທິພາບດ້ານພາສາ, ຄຸນສົມບັດເພື່ອໃຫ້ເໝາະສົມກັບຜູ້ໃຊ້ທຸກຄົນ, ສະໜອງໂຊລູຊັນທີ່ຄົບຖ້ວນ ແລະ ສົມບູນໃນການສົ່ງ – ຮັບເອກະສານ, ລາຍງານໃນລະບົບຢ່າງວ່ອງໄວ, ຖືກຕ້ອງ, ປະຢັດເວລາ ຄ່າໃຊ້ຈ່າຍໃນການຊື້ເຈ້ຍ ແລະ ໝຶກ.

ໃນຍຸກຂອງການປະຕິວັດ 4.0 ໃນປັດຈຸບັນ, Uniel ກຳນົດຕົນເອງວ່າ Unitel ຕ້ອງກ້າວເຂົ້າສູ່ເວທີໃໝ່ຢ່າງເປັນທາງການ ແລະ ຈະກາຍເປັນບໍລິສັດເຕັກໂນໂລຊີ, ເປັນຜູ້ບຸກເບີກໃນວິວັດການຫັນປ່ຽນປະເທດ, ນຳດິຈິຕອນໃຫ້ໃກ້ຊິດກັບພົນລະເມືອງທຸກຄົນ. ພ້ອມດຽວກັນນີ້ Unitel ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະຄຽງຄູ່ສະໜັບສະໜູນບັນດາກະຊວງ ແລະ ລັດຖະບານໃນການປະຕິວັດດິຈິຕອນ ເພື່ອຮັບໃຊ້ສັງຄົມ – ປະຊາຊົນໃຫ້ດີຂຶ້ນ ເພື່ອຮັບມືກັບທ່າອ່ຽງຂອງໂລກ.

ສະນັ້ນ, Unitel ໄດ້ສົ່ງຄຳຮ້ອງເປັນລາຍລັກອັກສອນໃຫ້ກະຊວງໄປສະນີ – ໂທລະຄົມມະນາຄົມ ແລະ ການສື່ສານ ກ່ຽວກັບການຈັດຕັ້ງປະຕິບັດແບບບໍ່ເສຍຄ່າການນຳໃຊ້ Uoffice ສຳລັບ 18 ກະຊວງ, ອົງການລະດັບລັດຖະມົນຕີ ແລະ 18 ແຂວງໃນທົ່ວປະເທດ ເຊິ່ງບໍລິສັດ Unitel ຈະເປັນຜູ້ຮັບຜິດຊອບທັງໝົດກ່ຽວກັບລະບົບ, ການສ້າງສິດທິໃຫ້ກັບຜູ້ໃຊ້, ຈັດຕັ້ງການຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ ແລະ ການຮັກສາລະບົບ, ຮັບປະກັນຄວາມປອດໄພສຳລັບເອກະສານທັງໝົດ.

ບໍ່ພຽງແຕ່ເທົ່ານັ້ນ, ບໍ່ດົນມານີ້ Unitel ໄດ້ຈັດປະຊຸມການສຳມະນາໂດຍກົງ ເພື່ອນຳສະເໜີ ແລະ ແນະນຳໂຊລູຊັນດ້ານໄອທີ ( ການຄຸ້ມຄອງເອກະສານເອເລັກໂຕຣ ນິກ, ການປະຊຸມທາງວິດີໂອ, Smart City, ກ້ອງຖ່າຍຮູບຄວາມປອດໄພ… ) ໃຫ້ກັບບັນດາຫົວໜ້າຂັ້ນແຂວງ ແລະ ຫົວໜ້າພະແນກ ໃຫ້ກັບ 06/18 ແຂວງ ( ອັດຕະປື, ໄຊສົມບູນ, ວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ, ບໍລິຄຳໄຊ ) ແລະ ສືບຕໍ່ເຮັດແນວນັ້ນໃນແຂວງອື່ນໆທີ່ຍັງເຫຼືອໃນປີ 2020, ທັງໝົດນີ້ອີກຄັ້ງໜຶ່ງທີ່ Unitel ຢັ້ງຢືນບໍ່ພຽງແຕ່ໃຫ້ບໍລິການດ້ານໂທລະຄົມເທົ່ານັ້ນ ແຕ່ຍັງສະໜອງຜະລິດຕະພັນເຕັກໂນໂລຊີຂໍ້ມູນ – ຂ່າວສານທີ່ທັນສະໄໝທີ່ສຸດ ພ້ອມກັບການພັດທະນາລັດຖະບານເອເລັກໂຕຣນິກໃຫ້ແກ່ປະເທດລາວ.