ຢືນຢັນແລ້ວ ແຂວງຈໍາປາສັກ ມອບເງິນທີ່ໄດ້ຈາກລາງວັນ-ອັດສີດ 450 ລ້ານກີບໃຫ້ ຄູຝຶກ-ນັກເຕະ ທັງໝົດ

127

ສະຫະພັນບານເຕະແຂວງຈໍາປາສັກ ເຫັນໄດ້ເຖິງແຮງກະຕຸ້ນ ແລະ ເພື່ອເປັນການໃຫ້ກໍາລັງໃຈ ຈິ່ງໄດ້ມອບເງິນຈໍານວນ 450 ລ້ານ ເບິ່ງເປັນໄດ້ຈາກລາງວັນຊະນະເລີດບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ຈໍານວນ 100 ລ້ານກີບ ແລະ ຈາກການປະກອບສ່ວນຈາກສັງຄົມອີກ 350 ລ້ານ ໃຫ້ກັບຄະນະ, ຄູູຝຶກ ແລະ ນັກກີລາບານເຕະຊາຍແຂວງຈໍາປາສັກ ທັງໝົດ.

ກ່ອນໜ້ານີ້ ທີມບານເຕະຊາຍ ແຂວງຈໍາປາສັກ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານເຕະທົ່ວປະເທດ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ປາກົດວ່າ: ແຂວງຈໍາປາສັກ ສ້າງຜົນງານໂດດເດັ່ນຊະນະ 4 ນັດລວດໃນຮອບແບ່ງກຸ່ມ, ຊະນະ ແຂວງຫົວພັນ 5-0 ໃນຮອບ 8 ທີມ, ຮອບ 4 ທີມຊະນະ ນະຄອນຫຼວງ 2-1 ແລະ ຮອບຊີງຊະນະເລີດ ຊະນະ ຫຼວງພະບາງ ໃນການດວນຈຸດໂທດ 3-2 ຫຼັງສະເໝີກັນ 1-1 ຄວ້າແຊັມພ້ອມເງິນລາງວັນ 100 ລ້ານກີບ, ເຊິ່ງໃນຕົ້ນອາທິດນີ້ໄດ້ກັບຮອດແຂວງຈໍາປາສັກ ພ້ອມໄດ້ສະຫຼອງກັນຢ່າງຍິ່ງໃຫຍ່ ແລະ ໄດ້ຮັບການອັດສີດເພີ່ມ 350 ລ້ານກີບ.

ທ່ານ ສຸບິນ ແກ້ວເພັດ ເລຂາທິການສະຫະພັນບານເຕະແຂວງຈໍາປາສັກ ທັງເປັນ 1 ໃນຄະນະຄູຝືກຂອງທີມບານເຕະຊາຍແຂວງຈໍາປາສັກ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ດັ່ງທີ່ມີຂ່າວອອກໄປກ່ອນໜ້ານີ້ແລ້ວວ່າ ປະທານສະຫະພັນບານເຕະແຂວງຈໍາປາສັກ ຈະມອບເງິນທີ່ໄດ້ຈາກລາງວັນ 100 ລ້ານກີບ ແລະ ໄດ້ຈາກການປະກອບສ່ວນຈາກສັງຄົມອີກ 350 ລ້ານກີບລວມເປັນ 450 ລ້ານຈະມອບໃຫ້ເປັນຂອງຂວັນ ແລະ ກໍາລັງໃຈໃຫ້ກັບ ຄະນະ, ຄູຝຶກ ແລະ ນັກເຕະທີມບານເຕະຊາຍ ທີ່ມີຈໍານວນທັງໝົດ 27 ຄົນ.

ທ່ານກ່າວອີກວ່າ: ສໍາລັບ ເງິນຈໍານວນດັ່ງກ່າວແມ່ນຈະແບ່ງໃຫ້ກັບຄະນະຄູຝຶືກ ແລະ ນັກກີລາເທົ່າທຽມກັນ ເພື່ອເປັນການປະຕິບັດນະໂຍບາຍ, ຍ້ອງຍໍຊົມເຊີຍ ແລະ ຊຸກຍູ້ກໍາລັງໃຈໃຫ້ແກ່ນັກກີລາບານເຕະຊາຍ ທີ່ສາມາດຍາດໄດ້ຊະນະເລີດ ໃນການແຂ່ງຂັນບານເຕະທົ່ວປະເທດ ນໍາກຽດ ແລະ ຊື່ສຽງມາສູ່ຊາວແຂວງຈໍາປາສັກ. ນອກນັ້ນ, ທາງສະຫະພັນບານເຕະແຂວງຈໍາປາສັກ ຍັງມີແຜນຊຸກຍູ້ ແລະ ສົ່ງເສີມນັກກີລາພາຍໃນແຂວງຕໍ່ໄປ.