ແຂວງສະຫວັນນະເຂດ ຈະສຸມໃສ່ກະຕຸ້ນການທ່ອງທ່ຽວພາຍໃນ

316

ການທ່ອງທ່ຽວຢູ່ແຂວງສະຫວັນນະເຂດ ໃນ 10 ເດືອນປີ 2020 ຫຼຸດລົງ 72%. ດັ່ງນັ້ນ, ເພື່ອກະຕຸ້ນການທ່ອງທ່ຽວໃຫ້ມີບັນຍາກາດດີຂຶ້ນ ຖວທ ແຂວງ ຈະເອົາໃຈໃສ່ພັດທະນາສະຖານທີ່ທ່ອງທ່ຽວຕິດພັນກັບການຮ່ວມມືກັບພາກທຸລະກິດປິ່ນອ້ອມການທ່ອງທ່ຽວໂຄສະນາຜ່ານສື່ຕ່າງໆໃຫ້ຫຼາຍຂຶ້ນ ພ້ອມກຽມກິດຈະກຳຫຼາຍຢ່າງເພື່ອດຶງດູດທ່ອງທ່ຽວໃນຕໍ່ໜ້າ.

ທ່ານ ໂພໄຊ ສິດທິຊົນ ຮອງຫົວໜ້າຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດວ່າ: ສະພາບລວມວຽກງານການທ່ອງທ່ຽວຂອງ ແຂວງສະຫວັນນະເຂດ ໃນໄລຍະຜ່ານມາເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນຕົວເລກສະຖິຕິນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແຂວງສະຫວັນນະເຂດ ຈາກປີ 2013 – 2015 ເພີ່ມຂຶ້ນຢ່າງຕໍ່ເນື່ອງປີ 2015 ມີເຖິງ 1.120.021 ຄົນ ແຕ່ຕົກມາປີ 2016 – 2020 ຕົວເລກນັກທ່ອງທ່ຽວໄດ້ຫຼຸດລົງຢ່າງຕໍ່ເນື່ອງ ໃນປີ 2020 ( 10 ເດືອນ ເລີ່ມແຕ່ເດືອນ 1 ຫາ ເດືອນ 10 ມີນັກທ່ອງທ່ຽວ 148.604 ຄົນ, ທຽບໃສ່ໄລຍະດຽວກັນໃນປີ 2019 ຫຼຸດລົງ 72%.

ສຳລັບສາເຫດທີ່ພາໃຫ້ນັກທ່ອງທ່ຽວທີ່ເດີນທາງເຂົ້າມາແຂວງສະຫວັນນະເຂດຫຼຸດລົງ ເນື່ອງຈາກຫຼາຍປັດໄຈ ເຊັ່ນ:

1.ສ່ວນໃຫຍ່ນັກທ່ອງທ່ຽວເຂົ້າມາແຂວງສະຫວັນນະເຂດ ເປັນນັກທ່ອງທ່ຽວມາຈາກປະເທດໄທ ເປັນອັນດັບໜຶ່ງໃນການເກັບກໍາສະຖິຕິເຂົ້າ – ອອກດ່ານສາກົນ, ໃນໄລຍະປີຜ່ານມານີ້ ລັດຖະບານໄທ ມີນະໂຍບາຍສົ່ງເສີມການທ່ອງທ່ຽວພາຍໃນ ແລະ ເຮັດໃຫ້ນັກທ່ອງໄທ ຫຼຸດລົງ.

2.ນັກທ່ອງທ່ຽວຈໍານວນໜຶ່ງແມ່ນນັກທ່ອງທ່ຽວເດີນທາງຜ່ານໄປປະເທດທີ 3 ( ປະເທດຫວຽດນາມ ) ການເດີນທາງມີຄວາມສະດວກຂຶ້ນສໍາລັບນັກທ່ອງທ່ຽວທີ່ສາມາດຜ່ານໄປປະເທດທີ 3 ໄດ້ຫຼາຍເສັ້ນທາງ ເຊັ່ນ: ຜ່ານທາງສາຍການບິນ, ດ່ານສາກົນຂົວມິດຕະພາບ ລາວ – ໄທ ຂອງແຕ່ລະແຂວງເຮັດໃຫ້ນັກທ່ອງທ່ຽວຫຼຸດລົງ.

3.ພື້ນຖານໂຄງລ່າງໃນການເຂົ້າເຖິງບັນດາແຫຼ່ງທ່ອງທ່ຽວພາຍໃນແຂວງ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ປັບປຸງເທົ່າທີ່ຄວນ ການເຂົ້າເຖິງຂອງນັກທ່ອງທ່ຽວທີ່ໃຊ້ຍານພາຫະນະລົດເມມາເປັນໝູ່ຄະນະ ຍັງເດີນທາງບໍ່ສະດວກ ແລະ ຫຍຸ້ງຍາກ.

4.ກິດຈະກໍາການທ່ອງທ່ຽວໃນສະຖານທີ່ທ່ອງທ່ຽວພາຍໃນແຂວງ ຍັງບໍ່ທັນຫຼາກຫຼາຍ ແລະ ກິດຈະກໍາທີ່ມີຢູ່ຍັງບໍ່ເປັນທີ່ດຶງດູດຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເທົ່າທີ່ຄວນ ຖ້າທຽບໃສ່ບັນດາແຂວງພາຍໃນປະເທດ.

5.ການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ໄພທໍາມະຊາດທີ່ແຜ່ວົງກວ້າງໄປຫຼາຍເມືອງ ແລະ ເຮັດໃຫ້ມີຜົນກະທົບແຫຼ່ງທ່ອງທ່ຽວທໍາມະຊາດ ແລະ ບັນດາຫົວ ໜ່ວຍທຸລະກິດບໍລິການດ້ານການທ່ອງທ່ຽວພັກແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ, ບໍລິສັດທ່ອງທ່ຽວ ແລະ ອື່ນໆ ແມ່ນຖືກຜົນກະທົບໂດຍກົງ, ມີທຸລະກິດຈໍານວນໜຶ່ງໄດ້ຢຸດການບໍລິການເນື່ອງຈາກຂາດທຶນ.

ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນແຂວງສະຫວັນນະເຂດມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີ ແລະ ຮອງຮັບທັງໝົດ 116 ແຫ່ງ ( ທໍາມະຊາດ 29 ແຫ່ງ, ວັດທະນະທໍາ 73 ແລະ ປະຫວັດສາດ 13 ແຫ່ງ ).

ດັ່ງນັ້ນ, ເພື່ອເປັນການກະຕຸ້ນວຽກງານການທ່ອງທ່ຽວພາຍໃນແຂວງ ໄດ້ມີແຜນການຮ່ວມມື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂະແໜງການບໍລິການດ້ານການທ່ອງທ່ຽວ ເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີສີສັນ ເຊັ່ນ: ຈັດຄາຣາວານ,ຈັດທັດສະນະສຶກສາໃຫ້ແກ່ບໍລິສັດທ່ອງທ່ຽວ ແລະ ສື່ມວນຊົນ ໂດຍສົມທົບກັບທຸລະກິດບໍລິການທ່ອງທ່ຽວພາຍໃນແຂວງ ເຊັ່ນ: ຈັດຂະບວນລົດທ່ອງທ່ຽວ ( ລາວທ່ຽວລາວ ) ໄປຢ້ຽມຢາມແຫຼ່ງທ່ອງທ່ຽວພາຍໃນແຂວງ ໂດຍເລັ່ງໃສ່ການທ່ອງທ່ຽວພາຍໃນແຂວງ; ຈັດກິດຈະກໍາຮ່ວມກັບທຸລະກິດບໍລິການທ່ອງທ່ຽວພາຍໃນແຂວງ, ຈັດງານເທສະການ ສະຫວັນສຸກສັນຫັນສາ ແລະ ພັດທະນາໃຫ້ເປັນໂຄງການປະຈໍາປີຂອງງານເທສະການດັ່ງກ່າວ.

ພ້ອມນັ້ນ, ກໍຈັດກອງປະຊຸມປຶກສາຫາລືຮ່ວມກັບທຸລະກິດທ່ອງທ່ຽວ ແລະ ທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເພື່ອລະດົມແນວຄວາມຄິດໃນການດຶງດູດນັກທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວພາຍໃນແຂວງ ຫຼັງຈາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19 ໂດຍຮູບແບບມີສ່ວນຫຼຸດລາຄາການບໍລິການໃນຂະແໜງການທ່ອງທ່ຽວ.