ຄຊກມດ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່

80

ໃນວັນທີ 25 ພະຈິກ 2020 ໄດ້ມີພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ທີ່ມີຜົນງານການເຄື່ອນໄຫວ ແລະ ເຮັດວຽກສິດທິເດັກຢູ່ ສປປ ລາວ ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ.

ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເອກອັກຄະລັດຖະທູດ,ຜູ້ຕາງໜ້າອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ປະຈຳ ສປປ ລາວ, ຫຼານນ້ອຍນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ບັນດິດ ປະທຸມ ວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ – ເດັກ ກ່າວບາງຕອນວ່າ: ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກສິດທິເດັກ, ການພັດທະນາເດັກ ໂດຍການວາງນະໂຍບາຍ ແລະ ແຜນງານແຕ່ລະໄລຍະ, ພ້ອມທັງເປັນພາຄີຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສົນທິສັນຍາສາກົນທີ່ກ່ຽວຂ້ອງກັບເດັກ ທັງໄດ້ຜັນຂະຫຍາຍເນື້ອໃນຂອງສົນທິສັນຍາດັ່ງກ່າວເຂົ້າໃນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆພາຍໃນ.

ທ່ານໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະເວລາ 30 ປີຜ່ານມາ, ໃນຖານະທີ່ເປັນລັດພາຄີຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມຕື່ມ ລັດຖະບານ ສປປ ລາວ ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ໄດ້ມີນະໂຍບາຍ, ກົດໝາຍ, ແຜນງານ, ໂຄງການປົກປ້ອງສິດທິເດັກ, ການສະກັດກັ້ນການຄ້າຂາຍເດັກ ແລະ ຄ້າປະເວນີເດັກ, ການແກ້ໄຂບັນຫາສິ່ງລາມົກອານາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ ຄວາມຮຸນແຮງຕໍ່ເດັກ, ການສົ່ງເສີມ ແລະ ພັດທະນາເດັກ ແລະ ວຽກງານອື່ນໆທີ່ຕິດພັນກັບການປະຕິບັດພັນທະ ແລະ ສົນທິສັນຍາສາກົນທີ່ກ່ຽວກັບເດັກ ເຊິ່ງມີຜົນສໍາເລັດ ແລະ ຄວາມຄືບໜ້າ.

ດັ່ງນັ້ນ, ໃນມື້ນີ້ ຄຊກມດ ຈຶ່ງໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ແກ່ພາກສ່ວນຕ່າງໆ ເພື່ອເປັນການສັນລະເສີນຄຸນງາມ ຄວາມດີຜົນງານທີ່ໄດ້ປະກອບສ່ວນເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ຢ່າງສົມກຽດ.

ໃນນີ້, ປະດັບຫຼຽນໃຫ້ບັນດາ ຄຊກມດ ກະຊວງ/ອົງການ, ບັນດາແຂວງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຄັ້ງນີ້ ປະກອບມີປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ 11 ພາກສ່ວນ, ຫຼຽນໄຊແຮງງານຊັ້ນ II ໃຫ້ 12 ພາກສ່ວນ, ຫຼຽນໄຊແຮງງານຊັ້ນ III ໃຫ້ 14 ພາກສ່ວນ, ຫຼຽນກາແຮງງານ 18 ພາກສ່ວນ, ຫຼຽນໄຊພັດທະນາ ຊັ້ນ II ໃຫ້ອົງການຢູນີເຊັບ ປະຈຳລາວ, ຫຼຽນໄຊພັດທະນາຊັ້ນ III ໃຫ້ອົງການ Child Fund Lao, ໃບຍ້ອງຍໍຂັ້ນລັດຖະບານ 3 ພາກສ່ວນ ແລະ ໃບຍ້ອງຍໍຂັ້ນ ຄຊກມດ ໃຫ້ແກ່ໂຮງຮຽນ 52 ພາກສ່ວນ.

ເປັນກຽດປະດັບຫຼຽນໄຊ ໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການ ຄະນະກຳມາທິການແຫ່ງຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ – ເດັກ.