ສະຫວັນນະເຂດ ຈະສູ້ຊົນເຮັດໃຫ້ມູນຄ່າການນຳເຂົ້າ – ສົ່ງອອກ ບັນລຸຫຼາຍກວ່າ 2.362 ລ້ານໂດລາ

126

ເຖິງວ່າໃນປີ 2020 ນີ້ ຫຼາຍຂະແໜງການຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19, ແຕ່ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ຍັງຕັ້ງເປົ້າສູ້ຊົນໃຫ້ມູນຄ່າການນໍາເຂົ້າ – ສົ່ງອອກໝົດປີບັນລຸ 2.362 ລ້ານໂດລາ ໂດຍໃນ 9 ເດືອນຜ່ານມາ ບັນລຸ 1.590 ລ້ານກວ່າໂດລາ.

ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດວ່າ: ໃນໄລຍະ 9 ເດືອນຜ່ານມາ ສະພາບເສດຖະກິດຂອງໂລກ ແລະ ພາກພື້ນຍັງພົບກັບ ຄວາມສັບສົນ ສົມທົບກັບໃນໄລຍະຕົ້ນປີ 2020 ກໍໄດ້ເກີດການລະບາດຂອງໂຄວິດ – 19 ໄປທົ່ວໂລກ ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍເຮັດໃຫ້ເສດຖະກິດໄດ້ຮັບຜົນກະທົບຢ່າງຮຸນແຮງໃນທົ່ວໂລກ; ເວົ້າສະເພາະ ສປປ ລາວ ກໍຄືແຂວງສະຫວັນນະເຂດ ແມ່ນໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວຢ່າງຫຼີກລຽງບໍ່ໄດ້, ດັ່ງນັ້ນຈຶ່ງເຮັດໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ແຕ່ພວກເຮົາກໍສູ້ຊົນປະຕິບັດໜ້າທີ່ຕົນໃຫ້ສຸດຄວາມສາມາດຈົນມີຜົນງານ ດັ່ງນີ້:

ການສົ່ງອອກໃນ 9 ເດືອນບັນລຸຫຼາຍກວ່າ 902 ລ້ານໂດລາ ສິນຄ້າທີ່ສົ່ງອອກຕົ້ນຕໍ່ມີແຜ່ນທອງແດງ 220,4 ລ້ານໂດລາ ( ກວມ 24,4% ),          ເຫຍື່ອເຈ້ຍ 166,8 ລ້ານໂດລາ ( ກວມ 18,48% ), ກ້ອງ – ຊິ້ນສ່ວນກ້ອງ 90,32 ລ້ານໂດລາ ( ກວມ 9,9% ), ອຸປະກອນເຄື່ອງເອເລັກໂຕຣນິກ 40,9 ລ້ານໂດລາ ( ກວມ 4,4% ), ຜະລິດຕະພັນນໍ້າຕານ 36 ລ້ານໂດລາ ( ກວມ 3,9% ), ຢາງພາລາ 24,7 ລ້ານໂດລາ ( ກວມ 2,6% ), ຜະລິດຕະພັນກະສິກໍາຕ່າງໆ 16,4 ລ້ານໂດລາ ( ກວມ 1,7% ).

ມູນຄ່າການນໍາເຂົ້າສິນຄ້າທັງໝົດ 687,8 ລ້ານໂດລາ ປະຕິບັດໄດ້ 61,6% ຂອງແຜນການປີ ( 79,8% ຂອງແຜນການ 9 ເດືອນປີ 2020 ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 70,9 ລ້ານໂດລາ ( 9,3% ), ສາເຫດຕົ້ນຕໍທີ່ເຮັດໃຫ້ມີການນໍາເຂົ້າສິນຄ້າຫຼຸດລົງ ຍ້ອນວ່າການນໍາເຂົ້າຜະລິດປຸງແຕ່ງໃນເຂດເສດຖະກິດພິເສດຫຼຸດລົງ, ສິນຄ້ານໍາເຂົ້າຕົ້ນຕໍແມ່ນເຄື່ອງເອເລັກໂຕຣນິກເພື່ອມາປຸງແຕ່ງສົ່ງອອກຄືນ, ເຄື່ອງກົນຈັກຮັບໃຊ້ໃນການຜະລິດ, ວັດຖຸດິບທີ່ນໍາເຂົ້າມາຜະລິດເຫຍື່ອເຈ້ຍ ແລະ ອື່ນໆ. ເມື່ອທຽບກັບໄລຍະດຽວກັນຂອງສົກປີຜ່ານມາ, ແຕ່ກົງກັນຂ້າມໃນໄລຍະ 9 ເດືອນນີ້ ການນໍາເຂົ້າເຄື່ອງອຸປະໂພກ ແລະ ບໍລິໂພກທົ່ວໄປມີທ່າອ່ຽງເພີ່ມຂຶ້ນ ຍ້ອນຢ້ານລັດຖະບານຈະມີການປິດດ່ານເພາະການແຜ່ລະບາດຂອງພະຍາດໂຄວິດ – 19 ເມື່ອສົມທຽບມູນຄ່າການສົ່ງອອກ ແລະ ນໍາເຂົ້າເຫັນວ່າໄດ້ດຸນການຄ້າເປັນມູນຄ່າ 214,3 ລ້ານໂດລາ ສືບຕໍ່ເປັນແຂວງໄດ້ດຸນການຄ້າ.

ລວມຍອດມູນຄ່າຜະລິດຕະພັນໃນທົ່ວແຂວງ 9 ເດືອນ ມີມູນຄ່າ 3.086,61 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ -20,96% ທຽບໃສ່ແຜນການປີ ປະຕິບັດໄດ້ 45,14%; ມູນຄ່າຈໍາໜ່າຍພາຍໃນມີມູນຄ່າ 1.212,19 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ -38.37% ທຽບໃສ່ແຜນການປີ ປະຕິບັດໄດ້ 29,51% ( ສາເຫດຍ້ອນຜົນກະທົບຂອງພະຍາດໂຄວິດ – 19 ເຮັດໃຫ້ຫຼາຍໂຮງງານໄດ້ປິດການຜະລິດຊົ່ວຄາວ ); ມູນຄ່າການສົ່ງອອກຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາ ປະຕິບັດໄດ້ 234,30 ລ້ານໂດລາ, ທຽບໃສ່ແຜນການປີ ປະຕິບັດໄດ້ 60,93%.

ສຳລັບແຜນຄາດຄະເນ 3 ເດືອນທ້າຍປີ 2020 ແຂວງຈະສູ້ຊົນສ້າງມູນຄ່າການນໍາເຂົ້າ ແລະ ສົ່ງອອກໝົດປີ 2020 ບັນລຸ 2.362,6 ລ້ານໂດລາ. ໃນນັ້ນ, ສົ່ງອອກຄາດວ່າຈະສາມາດປະຕິບັດໄດ້ 1.362,8 ລ້ານໂດລາ ໂດຍຈະສຸມໃສ່ໃນການອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນປຸງແຕ່ງທັງພາຍໃນເຂດ ແລະ ນອກເຂດ ເປັນຕົ້ນຜະລິດຕະພັນຢາສູບ, ຜະລິດຕະພັນປຸ໋ຍ, ຊິ້ນສ່ວນຍົນໂບອິ້ງ, ເຄື່ອງເອເລັກໂຕຣນິກ, ເລນແວ່ນຕາ ແລະ ສິນຄ້າກະສິກໍາ ເຂົ້າ, ມັນຕົ້ນແຫ້ງ, ຢາງພາລາ, ເຫຍື່ອເຈ້ຍ…

ສ່ວນມູນຄ່າການນໍາເຂົ້າຈະສູ້ຊົນໃຫ້ບັນລຸ 999,7 ລ້ານໂດລາ. ໃນນັ້ນ, ຈະເອົາໃຈໃສ່ເປັນພິເສດໃນການນໍາເຂົ້າວັດຖຸດິບ ເພື່ອມາປຸງແຕ່ງຢູ່ພາຍໃນເຂດ ແລະ ນອກເຂດ, ໄປຄຽງຄູ່ກັບການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າເຄື່ອງອຸປະໂພກ ແລະ ບໍລິໂພກທົ່ວໄປອັນທີ່ຈໍາເປັນ.