ຄວາມເຄື່ອນໄຫວຫຼ້າສຸດ! ກອງປະຊຸມຄົບຄະນະ ຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ມື້ນີ້

211

ກອງປະຊຸມຄົບຄະນະ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ຈັດຂຶ້ນທີ່ກະຊວງໂຍທາທີການ ແລະ ຂົນສົ່ງ ໃນຕອນເຊົ້າວັນທີ 25 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີນໍາໂຄງການກໍ່ສ້າງທາງລົດໄຟລາວຈີນ ເຂົ້າຮ່ວມມີ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ມີບັນດາທ່ານ ຮອງລັດຖະມົນຕີ ຮອງເຈົ້າແຂວງທີ່ແລວທາງລົດໄຟຜ່ານ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ .

ທ່ານ ຈັນຕຸລາ ພະນະລາສີ ກົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟລາວ-ຈີນຄວາມຄວາມຄືບໜ້າພົ້ນເດັ່ນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ມາຮອດວັນທີ 31 ຕຸລາ ປີ 2020 ປະຕິບັດສໍາເລັດ 94,15% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 1,95%), ໃນນີ້ມີ ລົງມືກໍ່ສ້າງຂົວ 165 ແຫ່ງ ໃນຈໍານວນທັງໝົດ 165 ແຫ່ງ, ໃນນີ້ສ້າງເສົາຂົວສຳເລັດ 2.041 ເສົາ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 13 ເສົາ); ສໍາເລັດການວາງຂາງຂົວ 1.842 ຊ່ວງເສົາ (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 108 ຊ່ວງເສົາ) ກວມເອົາ 88,70% ຂອງການອອກແບບທັງໝົດ. ສໍາລັບວຽກງານການວາງລາງທາງລົດໄຟລາວ-ຈີນແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາແຂວງຫຼວງພະບາງ, ມາຮອດວັນທີ 31/10/2020 ສໍາເລັດ 161,60 ກິໂລແມັດ ໃນຄວາມຍາວທັງໝົດ 409 ກິໂລແມັດ ເທົ່າກັບ 39,51%).

ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 2 (17 ກິໂລແມັດ) ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ປະຕິບັດສໍາເລັດ 8,49% (ທຽບໃສ່ເດືອນ 09/2020 ເພີ່ມຂຶ້ນ 3,49%). ການອອກແບບສະຖານີສິນຄ້າວຽງຈັນໃຕ້ ເປັນຕົ້ນການອອກແບບສູນເຕັກນິກ, ສູນສ້ອມແປງລົດໄຟ ແລະ ສະຖານີພັກສິນຄ້າໄດ້ສໍາເລັດແລ້ວ, ຍັງແຕ່ຈຸດຄ່ຽນຖ່າຍສິນຄ້າ ແມ່ນຍັງສືບຕໍ່ການອອກແບບ ພາຍຫຼັງອອກແບບລະອຽດທັງ 3 ຈຸດ ບໍລິສັດທາງລົດໄຟລາວ-ຈີນ ຈະສະເໜີຫາກະຊວງ ຍທຂ ເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາ ຮັບຮອງເອົາເປັນທາງການ, ຫຼັງຈາກນັ້ນ ຈຶ່ງສາມາດດໍາເນີນການກໍ່ສ້າງໄດ້. ນອກນີ້, ວຽກງານດ້ານອື່ນໆກໍ່ມີຄວາມຄືບຫນ້າເຊັ່ນດຽວກັນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ວຽກງານດ້ານຕ່າງໆ ຕາມການເຈາະຈິ້ມຂອງປະທານກອງຊຸມ ທ່ານ ບຸນທອງ ຈິດມະນີ ເພື່ອເຮັດໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນ ດຳເນີນໄປດ້ວຍຄວາມສະດວກ, ວ່ອງໄວ ສາມາດສໍາເລັດຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະ ເຮັດໃຫ້ກາຍເປັນໂຄງການປອດໃສ ຂາວສະອາດຢ່າງແທ້ຈິງ.

ຂ່າວໂດຍ: ແສງເພັດ ແຊ່ຈ່າວ