ມຊ ສຸມໃສ່ປັບປຸງຫຼັກສູດໃຫ້ໄດ້ມາດຕະຖານ ແລະ ສ້າງຫຼັກສູດໃໝ່ທີ່ມີຄວາມຈໍາເປັນ

404

ນັບແຕ່ມື້ສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ປັດຈຸບັນມີ 13 ຄະນະວິຊາ ແລະ 2 ສະຖາບັນຫຼັກ ເຂົ້າໃນການສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ຕອບສະໜອງແກ່ການພັດທະນາສ້າງສາປະເທດຊາດ.

ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ:ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຮັບການສ້າງຕັ້ງປີ 1996 ມາຮອດປັດຈຸບັນແມ່ນຄົບຮອບ 24 ປີ ມຊ ໃນເບື້ອງຕົ້ນມະຫາວິທະຍາໄລແຫ່ງຊາດ ມີພຽງແຕ່ 7 – 8 ຄະນະວິຊາ ແຕ່ມາຮອດປັດຈຸບັນມີເຖິງ 13 ຄະນະວິຊາ. ນອກຈາກນີ້ ມະຫາວິທະຍາໄລແຫ່ງຊາດຍັງໄດ້ມີ 2 ສະຖາບັນຫຼັກຄື ສະຖາບັນລາວ – ຍີ່ປຸ່ນ ແລະ ສະຖາບັນຂົງຈື ທີ່ໄດ້ຮັບການພັດທະນາຂຶ້ນຢູ່ໃນມະຫາວິທະຍາໄລແຫ່ງຊາດ.

ວິໄສທັດຂອງ ມຊ ແມ່ນພັດທະນາຄູ – ອາຈານ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ໂດຍສະເພາະຜູ້ທີ່ຈະມາສິດສອນໄດ້ກໍຕ້ອງແມ່ນລະດັບປະລິນຍາໂທ, ປະລິນຍາເອກ ຫຼື ເປັນຊ່ຽວຊານເຖິງຈະສອນໄດ້ ມາຮອດໄລຍະນີ້ ມຊ ໄດ້ມີການປະຕິບັດການສ້າງຄູ – ອາຈານໄດ້ຫຼາຍສົມຄວນ.

ໃນປັດຈຸຸບັນທາງ ມຊ ໄດ້ຄ່ອຍລົບລ້າງລະບົບອະນຸປະລິນຍາ, ຊັ້ນສູງ ແລະ ກໍກຽມທີ່ຈະໂຈະສອງຄະນະວິຊາທີ່ມີຫຼັກສູດຊັ້ນສູງ.

ມຊ ໄດ້ສຸມໃສ່ຫຼັກສູດປະລິນຍາຕີ, ປະລິນຍາໂທ ພ້ອມທັງກຳລັງສຸມໃສ່ຂະຫຍາຍຫຼັກສູດປະລິນຍາເອກ ແລະ ຊ່ຽວຊານ ເຊິ່ງ ມຊ ໄດ້ສົ່ງຄູ – ອາຈານໄປຮຽນຕ່າງປະເທດໂດຍໄດ້ມີການເຮັດ MOU ທີ່ໄດ້ທຶນໃນການຊ່ວຍເຫຼືອເພື່ອຍົກລະດັບຄູ – ອາຈານທີ່ຢູ່ພາຍໃນມະຫາວິທະຍາໄລແຫ່ງຊາດ, ທ່ານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວ.

ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ໄດ້ປັບປຸງຫຼັກສູດທີ່ບໍ່ທັນໄດ້ມາດຕະຖານ ແລະ ສ້າງຫຼັກສູດໃໝ່ທີ່ມີ ຄວາມຈໍາເປັນ ເຊັ່ນ: ຫຼັກສູດສາກົນ ເພື່ອເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ, ຫຼັກສູດອາຊຽນສຶກສາ ແລະ ກຽມພ້ອມຍົກລະດັບພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດໃຫ້ແກ່ພະນັກງານ – ຄູອາຈານ, ເນັ້ນໃຫ້ນັກສຶກສາກາຍເປັນນັກວິຊາການທີ່ມີຄຸນສົມບັດ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄຸນນະພາບທາງດ້ານຄວາມຮູ້ ແລະ ຄວາມສາມາດຢູ່ໃນລະດັບນໍາໜ້າຂອງຊາດ, ໃກ້ຄຽງກັບພາກພື້ນ ແລະ ສາກົນ.

ພັດທະນາລະບົບກົງຈັກການຄຸ້ມຄອງຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ມີປະສິດທິພາບ, ປະສິດທິຜົນ, ມີ ຄວາມໂປ່ງໃສ ວ່ອງໄວ ສັບຊ້ອນພະນັກງານເພື່ອໃຫ້ສອດຄ່ອງກັບວິຊາສະເພາະ ແລະ ສອດຄ່ອງກັບວຽກງານຕົວຈິງ, ສືບຕໍ່ປັບປຸງກົນໄກ, ວິທີການດໍາເນີນງານຂອງພະນັກງານບໍລິຫານແຕ່ລະຂັ້ນ; ວິທີເຮັດວຽກຜ່ານປະຕູດຽວ ແລະ ການເກັບມ້ຽນເອກະສານໃຫ້ຖືກລະບົບ.

ຍຸດທະສາດໃນຕໍ່ໜ້າ ມະຫາວິທະຍາໄລແຫ່ງຊາດ ຈະສຸມໃສ່ການປັບປຸງການວາງແຜນພັດທະນາການສຶກສາ, ພັດທະນາລະບົບການຮຽນ – ການສອນ E-learning, ສົ່ງເສີມຄູ – ອາຈານໃນການສ້າງເນື້ອໃນວິຊາການຮຽນ – ການສອນແບບ E-Learning ເພື່ອສະໜອງໃຫ້ລະບົບການຮຽນແບບ E-Learning, ສ້າງ, ຜ່ານ ແລະ ຮັບຮອງນິຕິກໍາກ່ຽວກັບການຈັດຕັ້ງການຮຽນ – ການສອນທາງໄກ ພ້ອມສ້າງລະບົບການບໍລິຫານຈັດການການຮຽນ – ການສອນ ( LMS ).