ຄົນລາວຮຸ່ນປີ 2030 ຢາກໃຫ້ເນັ້ນພັດທະນາການສຶກສາ

273

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຫຼື ຄຊກມດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮັບຟັງສຽງຂອງເດັກ ທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 24 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ນາງ ຈົງຈິດ ຈັນທະລານົນ ຮອງເລຂາທິການຄະນະປະຈຳ ຄຊກມດ, ທ່ານ ດຣ. ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ,ຕົວແທນນ້ອງນັກຮຽນຈາກ 18 ແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມນີ້ມີຂຶ້ນເພື່ອທົບທວນວິໄສທັດການພັດທະນາຄົນລາວ ຮຸ່ນປີ 2030 ເຊິ່ງເປັນບ່ອນທີ່ສາມາດໃຫ້ເຂົາເຈົ້າໄດ້ອອກມາຊີ້ແຈງຄວາມກັງວົນຂອງພວກເຂົາ ແລະ ສະເໜີວິທີແກ້ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ( CRC ) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ( SDGs ) ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ -19.

ໃນນີ້, ແມ່ນມີຕົວແທນນ້ອງໆ ທັງໝົດ 42 ຄົນ ຈາກ 18 ແຂວງທົ່ວປະເທດ ເຊິ່ງມີອາຍຸແຕ່ 11 ຫາ 17 ປີ ທີ່ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ຈະເປັນການປະກອບສ່ວນເຂົ້າໃນການຈິນຕະນາການຄືນໃໝ່ເຖິງວິໄສທັດຂອງພວກເຂົາ ສຳລັບປີ 2030.

ກອງປະຊຸມຄັ້ງນີ້ ແມ່ນຈະນຳໄປປຶກສາຫາລື ແລະ ນຳສະເໜີໃນງານລະດັບສູງກັບລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ( CSO ) ແລະ ພາກເອກະຊົນທີ່ຈະຈັດຂຶ້ນໃນວັນທີ 25 ເດືອນພະຈິກນີ້ ທີ່ນະຄອນຫຼວງ ວຽງຈັນ.

ທ່ານ ນາງ ຈົງຈິດ ຈັນທະລານົນ ກ່າວບາງຕອນວ່າ: ເດັກແມ່ນຜູ້ນຳໃນມື້ອື່ນ, ເດັກແມ່ນຜູ້ໄດ້ຮັບຜົນປະໂຫຍດ ແລະ ເປັນເປົ້າໝາຍຂອງນະໂຍບາຍໃນປັດຈຸບັນ, ແຕ່ພວກເຂົາຍັງເປັນຜູ້ທີ່ເຮັດໃຫ້ມີການປ່ຽນແປງອີກ, ຈາກການຕັດສິນໃຈໃນມື້ນີ້, ເດັກ ແລະ ໄວໜຸ່ມເຫຼົ່ານີ້ຈະເປັນຜູ້ສືບທອດ ແລະ ກຳນົດອະນາຄົດຂອງປະເທດໃນຊຸມປີຕໍ່ໜ້າ.

ທ່ານ ດຣ. ນາງ ເພຍ ເຣເບລໂລ ບຣິດໂຕ ກ່າວວ່າ: ວິໄສທັດຂອງເດັກທັງຫຼາຍໃນການສ້າງປະເທດທີ່ເໝາະສົມກັບເດັກທຸກຄົນແມ່ນສິ່ງສຳຄັນ ແລະ ພວກເຮົາບໍ່ສາມາດລໍຄອຍ ເພື່ອຮັບຟັງສິ່ງທີ່ເດັກທັງຫຼາຍຢາກບອກພວກເຮົາອີກແລ້ວ ພວກເຮົາຈະສາມາດສ້າງຄວາມມຸ່ງໝັ້ນເພື່ອບັນລຸວິໄສທັດນີ້ໄປໃຫ້ໄດ້.

ນາງ ສາຍຄຳ ອິນທະວີ ນັກຮຽນຈາກໂຮງຮຽນ ມ.ສ ເທສະບານຫຼວງນ້ຳທາ ເວົ້າວ່າ: ໃນນາມທີ່ນ້ອງເປັນຕົວແທນຂອງແຂວງ ຫຼວງນ້ຳທາ ສິ່ງທີ່ທ້າທາຍຂອງເດັກນ້ອຍ ແມ່ນ ຄວາມທຸກຍາກ ດ້ອຍໂອກາດຂອງເດັກ ໂດຍເດັກທີ່ຢູ່ພາຍໃນແຂວງແມ່ນມີຄອບຄົວທຸກຍາກ ເຊິ່ງເຮັດໃຫ້ພໍ່ແມ່ຂອງເຂົາຕ້ອງໄດ້ໃຫ້ລູກລາອອກຈາກໂຮງຮຽນເພື່ອໄປເຮັດວຽກ ມັນເປັນສິ່ງທີ່ໜ້າເສຍດາຍ ເພາະເດັກເຫຼົ່ານັ້ນລ້ວນແຕ່ມີອະນາຄົດ. ດັ່ງນັ້ນ, ການຮຽນມັນຈຶ່ງເປັນສິ່ງທີ່ສຳຄັນຫຼາຍຕໍ່ເດັກ ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນຢາກໃຫ້ເນັ້ນເລື່ອງການສຶກສາໃຫ້ຫຼາຍຂຶ້ນ.

ທ້າວ ຕາວັນ ສຸທຳມະວົງ ນັກສຶກສາຈາກຄະນະວິທະຍາສາດສັງຄົມ ສາຂາວິຊາສັງຄົມສົງເຄາະ ທີ່ໄດ້ຮ່ວມໂຄງການໃນປີທີ່ຜ່ານມາ ໄດ້ເວົ້າວ່າ: ຈາກທີ່ໄດ້ເຂົ້າຮ່ວມໂຄງການແມ່ນໄດ້ມີປະສົບການກ່ຽວກັບໂຄງການດັ່ງກ່າວນີ້ກໍໄດ້ 1 ປີແລ້ວ, ນ້ອງໄດ້ບົດຮຽນຫຼາຍສິ່ງຫຼາຍຢ່າງໃນການເຂົ້າຮ່ວມໂຄງການ ເຊິ່ງນ້ອງໄດ້ມາຮ່ວມເປັນອາສາໃຫ້ແກ່ງານໃນປີນີ້; ໃນງານຄັ້ງນີ້ນ້ອງໄດ້ມີການປຸກລະດົມໃຫ້ຄຳຄິດເຫັນແກ່ນ້ອງໆຕົວແທນທັງ 18 ແຂວງ ໃຫ້ເຂົາເຈົ້າໄດ້ມີ ຄວາມຮູ້, ສອນທັກສະຕ່າງໆ ແລະ ແນະນຳບົດຮຽນ ເພື່ອໃຫ້ເຂົາເຈົ້າໄດ້ນຳເອົາຄຳຄິດເຫັນຂອງເຂົາເຈົ້າອອກມາ ເພື່ອສະແດງທັດສະນະໃຫ້ເປັນ ຜົນດີ ແລະ ນຳໄປພັດທະນາພາຍໃນແຂວງຂອງນ້ອງໆ.

ກອງປະຊຸມປຶກສາຫາລືນີ້ແມ່ນສ່ວນໜຶ່ງຂອງກິດຈະກຳຕ່າງໆ ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນເດັກໂລກ ວັນທີ 20 ເດືອນພະຈິກ.