ຮູ້ຈັກ! ທິບພະຈັນ ນັກເຕະອະນາຄົດໄກຂອງແຂວງຈໍາປາສັກ ຜູ້ຍິງປະຕູດັບຝັນ ນະຄອນຫຼວງ ແລະ ຫຼວງພະບາງ

640

ປະຕິເສດບໍ່ໄດ້ວ່າ ທິບພະຈັນ ຄໍາໃບອ່ອນ ນັກເຕະດາວເດັ່ນຊາວແຂວງຈໍາປາສັກ ເປັນນັກເຕະທີ່ຍິງປະຕູດັບຝັນ ທີມບານເຕະຊາຍນະຄອນຫຼວງວຽງຈັນ ໃນຮອບ 4 ທີມ ແລະ ຫຼວງພະບາງ ໃນຮອບຊີງຊະນະເລີດ ຈົນເຮັດໃຫ້ ລາວຄວ້າດາວຍິງສູງສຸດໃນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020.

ທິບພະຈັນ ລົງສະໜາມ 7 ນັດຍິງໄດ້ 5 ປະຕູຄວ້າດາວຍິງສູງສຸດຮ່ວມກັບ ສັງວອນ ພິມມະເສນ ກອງໜ້າປະສົບການສູງຂອງທີມແຂວງຈໍາປາສັກ.

5 ປະຕູຂອງ ທິບພະຈັນ ຍິງໄດ້ 1 ປະຕູນັດຊະນະ ເຊກອງ 4-3 ແລະ ຍິງໄດ້ 1 ປະຕູນັດທີ່ຊະນະ ແຂວງວຽງຈັນ 3-1 ໃນຮອບແບ່ງກຸ່ມ; ສ່ວນຮອບ 4 ທີມສຸດທ້າຍ ທິບພະຈັນ ກາຍເປັນພະເອກຂອງ ແຂວງຈໍາປາສັກ ເມື່ອຍິງ 2 ປະຕູລວດຊ່ວຍໃຫ້ທີມພິກຊະນະ ນະຄອນຫຼວງວຽງຈັນ 2-1 ຜ່ານເຂົ້າຮ່ວມຊີງຊະນະເລີດ.

ນັດຊີງຊະນະເມື່ອທ້າຍອາທິດ ທີ່ຜ່ານມາ ທິບພະຈັນ ຍັງກາຍເປັນພະເອກຂອງທີມແຂວງຈໍາປາສັກ ຫຼັງຈາກທີ່ຕາມຫຼັງ 0-1 ກ່ອນທີ່ໄລຍະຕົ້ນເກມຂອງເຄິ່ງເວລາທີ 2 ທິບພະຈັນ ຈະມາຍິງປະຕູຕີສະເໝີໃຫ້ກັບ ແຂວງຈໍາປາສັກ ໄລ່ສະເໝີກັບ ແຂວງຫຼວງພະບາງ 1-1 ຈົນຕ້ອງໄປຕັດສິນດ້ວຍການດວນຈຸດໂທດ ແລະ ໃນໄລຍະຍິງຈຸດໂທດ ທິບພະຈັນ ກໍຍິງໃຫ້ກັບ ແຂວງຈໍາປາສັກ ຂຶ້ນນໍາ 2-1 ກ່ອນທີ່ສຸດທ້າຍຈໍາປາສັກ ຈະຊະນະໄປ 3-2 ຄວ້າແຊັມໄປຄອງ.

ທິບພະຈັນ ອາຍຸ16ປີ ເກີດວັນທີ 2 ເດືອນສິງຫາ 2004 ເປັນນັກເຕະທີ່ຮູບຮ່າງນ້ອຍ, ແຕ່ມີຄວາມວ່ອງໄວ ແລະ ຫາຊ່ອງໄດ້ດີ ຫຼັງຈົບການແຂ່ງຂັນ ທິບພະຈັນ ເຖິງກັບຮ້ອງໄຫ້ ແລະ ໃຫ້ສໍາພາດດ້ວຍນໍ້າທ່າມກາງຄວາມດີໃຈ ທີ່ໄດ້ແຊັມກັບທີມແຂວງຊຸດໃຫຍ່ ຄັ້ງປະຫວັດສາດ.

ທິບພະຈັນ ເລົ່າຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ຈຸດເລີ່ມຕົ້ນການຫລີ້ນບານເຕະແມ່ນເລີ່ມແຕ່ຍັງນ້ອຍອາຍຸ 7 ປີຕາມບ້ານເກີດ ກ່ອນທີ່ຈະໄດ້ຫຼິ້ນໃຫ້ກັບທີມໂຮງຮຽນຕອນຕົ້ນມັດທະຍົມ ບ້ານກາງ ນະຄອນປາກເຊ ແຂວງຈໍາປາສັກ, ຈົນມາເຖິງປີ 2014 ໄດ້ຕິດທີມອາຄາເດມີ ໄອດີຊີ ຈຳປາສັກ ຮຸ່ນອາຍຸບໍ່ເກີນ 10, 12, 14 ແລະ 17 ປີ.

“ ຈົດຮອດໃນປີ 2018 ໄດ້ໄປຄັດເລືອກທີມຊາດລາວ ແລະ ສາມາດຕິດທິມຊາດ ຮຸ່ນອາຍຸບໍ່ເກີນ 15 ປີລາຍການເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ແລະ ໃນປີ 2019 ໄດ້ຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ເຂົ້າຮ່ວມການແຂ່ງຂັນບານເຕະລາຍການຊີງແຊັມ ແລະ ກ່ອນໜ້າໃນຕົ້ນປີ 2020 ໄດ້ຍ້າຍໄປໃນລາວລີກ 2 ໃຫ້ກັບ ກະຣູດາ ແລະ ປັດຈຸບັນຍ້າຍກັບມາເຕະໃຫ້ກັບທີມ ໄອດີຊີ ປີ່ນແກ້ວ ເຂົ້າຮ່ວມການແຂ່ງຂັນບານເຕະໃນລາຍການວັນຊາດທີ 2 ທັນວາ ທີ່ນະຄອນປາກເຊ ແຂວງຈໍາປາສັກ . ຫຼ້າສຸດຕິດທີມປະສົມແຂວງຈຳປາສັກ ຂຶ້ນມາແຂ່ງຂັນບານເຕະທົ່ວປະເທດ ທີ່ນະຄອນຫຼວງວຽງ.

ສໍາລັບ ທິບພະຈັນ ຖືເປັນນັກເຕະທີ່ແຈ້ງເກີດໃນວົງການບານເຕະທົ່ວປະເທດ ຄັ້ງນີ້ໄດ້ຢ່າງເຕັມຕົວລົງສະໜາມໄປ 7 ນັດຍິງ 5 ປະຕູຄວ້າດາວຍິງສູງສຸດຂອງການແຂ່ງຂັນບານເຕະທົ່ວປະເທດ. ພາລະກິດຕໍ່ໄປຂອງ ທິບພະຈັນ ຄືລຸ້ນຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີເປັນຄັ້ງທໍາອິດ ໂດຍປັດຈຸບັນແມ່ນຕິດ 1 ໃນ 35 ຄົນສຸດທ້າຍ ກ່ອນຄັດໃຫ້ເຫຼືອ 25 ຄົນສຸດທ້າຍ ເພື່ອກຽມໄປຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ທີ່ເລື່ອນການແຂ່ງຂັນອອກໄປ.

ຂ່າວ-ພາບ: ຄໍາສອນ, ສອນໄຊ