ຄຳແນະນຳເບື້ອງຕົ້ນ ຫາກສົງໄສວ່າຂໍ້ມູນສ່ວນຕົວໃນໂລກອອນລາຍຮົ່ວໄຫຼ

200

ທຸກວັນນີ້ການມີຕົວຕົນໃນໂລກອອນລາຍບໍ່ພຽງແຕ່ບໍ່ປອດໄພ ແຕ່ໃນບາງໂອກາດເຖິງຂັ້ນອັນຕະລາຍ ເພາະບໍ່ອາດຮູ້ໄດ້ວ່າໂຊຊຽວມີເດຍທີ່ໃຊ້ຢູ່ນັ້ນ ລວມເຖິງອຸປະກອນເຕັກໂນໂລຊີທີ່ທັນສະໄໝທັງຫຼາຍ ໄດ້ເກັບບັນທຶກຂໍ້ມູນສ່ວນຕົວ ແລະ “ ຖືກເກັບຂໍ້ມູນຢູ່ຕະຫຼອດເວລາ ” ເຊັ່ນ: ຊື່, ທີ່ຢູ່, ອາຍຸ, ເພດ, ຄວາມສຳພັນ, ລະດັບການສຶກສາ, ຄວາມສົນໃຈ, ນິດໄສ, ສິນຄ້າທີ່ມັກ, ສຸຂະພາບ ແລະ ອື່ນໆ ລວມທັງມິຕິທາງການເງິນ.

ດັ່ງນັ້ນ, ໃນຄໍລຳໄອທີສະບັບນີ້ ຈຶ່ງມີຄຳແນະນຳເພື່ອບໍ່ໃຫ້ຂໍ້ມູນສ່ວນຕົວຫຼຸດສູ່ມືມິດສາຊີບມາຝາກ ຫຼື ຍັງບໍ່ຫຼຸດ ກໍຄວນປ້ອງກັນໄວ້ ເພື່ອຄວາມປອດໄພຂອງຂໍ້ມູນ ຄື:

1 ປ່ຽນລະຫັດຜ່ານທັນທີ: ການໂຈລະກຳຂໍ້ມູນເກີດຂຶ້ນໄດ້ຢ່າງວ່ອງໄວພາຍໃນເວລາວິນາທີ. ດັ່ງນັ້ນ, ຫາກສົງໄສວ່າຕົນເອງຈະເປັນໜຶ່ງໃນ ເຫຍື່ອທີ່ຂໍ້ມູນຫຼຸດສູ່ມືມິດສາຊີບໃຫ້ຮີບປ່ຽນລະຫັດຜ່ານທັນທີ, ການປ່ຽນລະຫັດໃຫ້ເຂົ້າໄປປ່ຽນຈາກໜ້າແພຼັດຟອມໃຊ້ໂດຍກົງ ຫ້າມຄລິກລິງທີ່ສົ່ງມາຢ່າງບໍ່ຮູ້ທີ່ມາທີ່ໄປເດັດຂາດ.

2 ກວດສອບຄວາມຖືກຕ້ອງຂອງແຫຼ່ງທີ່ມາຂອງຂ່າວ: ປົກກະຕິແລ້ວຫາກມີເຫດການໂຈລະກຳຂໍ້ມູນເກີດຂຶ້ນ ຜູ້ໃຫ້ບໍລິການແພຼັດຟອມຈະມີປະກາດແຈ້ງເຕືອນວ່າພົບຄວາມຜິດປົກກະຕິ, ມີຂໍ້ມູນລູກຄ້າບາງສ່ວນຮົ່ວໄຫຼ ລາຍງານຄວາມເສຍຫາຍທີ່ເກີດຂຶ້ນ.

3 ຕັດການເຊື່ອມຕໍ່ກັບຂໍ້ມູນດ້ານການເງິນ: ໂດຍສະເພາະແພຼັດຟອມ ຫຼື ບັນຊີທີ່ມີການເຮັດທຸລະກຳທາງການເງິນ ເຊັ່ນ: ແອັບພລິເຄຊັນຊັອບປິ້ງອອນລາຍ ຫຼື ລະບົບທີ່ເຊື່ອມໄວ້ ເພື່ອຊື້ບໍລິການເພີ່ມຈາກລະບົບສະມາດໂຟນ ເນື່ອງຈາກມີຄົນຈຳນວນບໍ່ໜ້ອຍທີ່ຜູກຂໍ້ມູນການເງິນຂອງຕົນໄວ້ກັບແພຼັດຟອມເຫຼົ່ານັ້ນຕະຫຼອດເວລາ ເພື່ອໃຫ້ງ່າຍຕໍ່ການໃຊ້ງານ ຫຼື ຕັດເງິນໄດ້ອັດຕະໂນມັດ ຍິ່ງສະດວກກໍຍິ່ງອັນຕະລາຍ ເພາະຫາກມິດສາຊີບໄດ້ຂໍ້ມູນສ່ວນໜຶ່ງໄປ ການລັກເຂົ້າໃຊ້ເງິນດ້ວຍໝາຍເລກບັດເຄຣດິດ ຫຼື ເດບິດ ບໍ່ແມ່ນເລື່ອງຍາກ.

4 ສັງເກດ ແລະ ກວດສອບຄວາມຜິດປົກກະຕິທີ່ເກີດຂຶ້ນກັບບັນຊີຜູ້ໃຊ້ງານ: ທັງນີ້ອາດຈະຕ້ອງສັງເກດ ແລະ ກວດສອບໃນໄລຍະຍາວ ເພາະເປັນໄປໄດ້ວ່າຂໍ້ມູນທີ່ຖືກລັກໄປຈະຍັງບໍ່ຖືກນຳມາໃຊ້ສໍ້ໂກງ ຫຼື ກໍ່ອາດຊະຍາກຳໃນທັນທີ ຫາກເລີ່ມມີອີເມລ ຫຼື ຂໍ້ຄວາມແປກໆສົ່ງເຂົ້າມາຫາແບບບໍ່ຮູ້ທີ່ມາທີ່ໄປຢ່າເປີດອ່ານເດັດຂາດ ເລີ່ມມີລະຫັດ OTP ສົ່ງມາທີ່ເບີໂທລະສັບ ຫຼື ມີອີເມລແຈ້ງເຕືອນວ່າບັນຊີຖືກຜູ້ອື່ນພະຍາຍາມເຂົ້າໃຊ້ງານ ກໍໝາຍຄວາມວ່າຂໍ້ມູນໃນໂລກອອນລາຍບໍ່ປອດໄພອີກຕໍ່ໄປແລ້ວ.

ທີ່ມາ: https://www.sanook.com