93% ຂອງບ້ານທົ່ວປະເທດໄດ້ຊົມໃຊ້ໄຟຟ້າ

192

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ປີ 1975 ເປັນຕົ້ນມາ ລັດວິສາຫະກິດໄຟຟ້າລາວ ( ຟຟລ ) ໄດ້ສຸມໃສ່ການສະໜອງກະແສໄຟຟ້າຢ່າງ ພຽງພໍຢູ່ພາຍໃນ ໂດຍສະເພາະພາກທີ່ຢູ່ອາໄສ, ອຸດສາຫະກຳ, ກະສິກຳ, ຊົນລະປະທານ, ການລ້ຽງສັດ, ຫັດຖະກຳ, ການບໍລິການ, ການທ່ອງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການອື່ນໆ ກາຍເປັນພື້ນຖານໃຫ້ແກ່ການຜະລິດ, ແກ້ໄຂວຽກເຮັດງານທຳຢູ່ໃນສັງຄົມໄດ້ຢ່າງກວ້າງຂວາງ, ມີໄຟຟ້າຊົມໃຊ້ຢ່າງທົ່ວເຖິງ ແລະ ພຽງພໍ.

ທ່ານ ຈັນທະບູນ ສຸກອາລຸນ ເລຂາຄະນະພັກຮາກຖານ ຜູ້ວ່າການອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໃຫ້ສຳພາດວ່າ: ຕະຫຼອດໄລຍະ 45 ປີຜ່ານມາ ຈົນເຖິງປັດຈຸບັນ ຟຟລ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າພັດທະນາວຽກງານໄຟຟ້າໄປສູ່ຊົນນະບົດ, ສາມາດສະໜອງພະລັງງານໄຟຟ້າຮັບໃຊ້ທັງໝົດ 148 ເມືອງ ຄິດເປັນ 100% ທີ່ຢູ່ໃນທຸກເທສະບານແຂວງ, ນະຄອນຫຼວງ, ເທສະບານເມືອງ ແລະ ນະຄອນ. ຈຳນວນບ້ານທີ່ໄດ້ໃຊ້ໄຟຟ້າທັງໝົດມີ 8.449 ບ້ານ ເທົ່າກັບ 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ໄດ້ມີການຄຸ້ມຄອງລະ    ບົບສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ຍາວທັງໝົດ 6.700 ກິໂລແມັດ, 115 ກິໂລໂວນ ຍາວ 2.640 ກິໂລແມັດ, ແຮງກາງ ຍາວ 33.757 ກິໂລແມັດ ແລະ ແຮງຕໍ່າ ຍາວ 20.158 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 68 ແຫ່ງ, ໝໍ້ແປງ 31.916 ໜ່ວຍ ມີກຳລັງຕິດຕັ້ງ 5.301 MVA ແລະ ໝໍ້ນັບໄຟ 1.582.812 ໜ່ວຍ.

ການຈໍາໜ່າຍພະລັງງານໄຟຟ້າ ສາມາດປະຕິບັດໄດ້ທັງໝົດ 5.201 ລ້ານກິໂລວັດໂມງ. ໃນນັ້ນ, ຈຳໜ່າຍພາຍໃນປະເທດ 4.069 ລ້ານກິໂລວັດໂມງ, ຈໍາໜ່າຍອອກຕ່າງປະເທດ ( ໄທ, ກໍາປູເຈຍ, ມຽນມາ ) 949,33 ລ້ານກິໂລວັດໂມງ, ຂາຍໃຫ້ລູກຄ້າລາຍໃຫຍ່ພາຍໃນປະເທດ 185 ລ້ານກິໂລວັດໂມງ.

ພ້ອມນັ້ນ, ໃນກຸ່ມປະເທດອາຊຽນ ສປປ ລາວ ແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດລາວ – ໄທ – ມາເລເຊຍ ໃນໂຄງການ LTM. ນອກຈາກນັ້ນ, ໃນປີ 2021 ຈະສົ່ງອອກໃຫ້ໄດ້ 300 ເມກາວັດ, ພ້ອມຈະສືບຕໍ່ເຈລະຈາຊື້ – ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.

ສ່ວນທິດທາງ, ໜ້າທີ່ລວມໃນການພັດທະນາວຽກງານໄຟຟ້າໃນຕໍ່ໜ້າ ລັດວິສາຫະກິດໄຟຟ້າລາວ ຈະອີງໃສ່ຄໍາຂວັນທີ່ວ່າ: “ ເພີ່ມລາຍຮັບຫຼຸດລາຍຈ່າຍ, ຈໍາໜ່າຍໄຟໃຫ້ມີຄຸນນະພາບ ”, ຈະສືບຕໍ່ຄົ້ນຄວ້າໂຄງສ້າງລາຄາໄຟຟ້າ ພາກຈໍາໜ່າຍຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ຄືນໃໝ່ ໂດຍອີງຕາມການຊີ້ນໍາຂອງລັດຖະບານ ເພື່ອໃຫ້ລາຄາໄຟເໝາະສົມກັບສະພາບເສດຖະກິດ – ສັງຄົມຂອງຊາດ ແລະ ຄວາມຢູ່ລອດຂອງໄຟຟ້າລາວ; ເນັ້ນໃສ່ການບໍລິການລູກຄ້າໃຫ້ມີ ຄວາມເພິ່ງພໍໃຈ, ຫຼີກລຽງຫາງສຽງຂອງສັງຄົມໃຫ້ໄດ້ໜ້ອຍທີ່ສຸດ, ພັດທະນາໄຟຟ້າໃຫ້ກາຍເປັນລະບົບແຫ່ງຊາດທີ່ເປັນລະບົບຄົບຊຸດ, ຮັບປະກັນການສະໜອງໄຟຟ້າ ເພື່ອການຊົມໃຊ້ຢູ່ພາຍໃນໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມປອດໄພ, ທົ່ວເຖິງ, ພຽງພໍ ແລະ ດ້ວຍລາຄາທີ່ສົມເຫດສົມຜົນ.

ພັດທະນາການເຊື່ອມໂຍງດ້ານພະລັງງານກັບປະເທດເພື່ອນບ້ານໃກ້ຄຽງ ແລະ ພາກພື້ນ ແນໃສ່ສ້າງລາຍຮັບທີ່ເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດ ທັງໃນສະເພາະໜ້າ ແລະ ໃນໄລຍະຍາວ, ສ້າງພື້ນຖານໃຫ້ແກ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃຫ້ສົມກັບຄຳຂວັນຂອງໄຟຟ້າລາວທີ່ວ່າ: “ ສະໜອງໄຟໃຫ້ພໍ, ບໍລິການໄວ ດ້ວຍຄວາມປອດໄພ ຊົມໃຊ້ໃຫ້ເກີດຜົນ ”.

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ທ່ານ ຈັນທະບູນ ສຸກອາລຸນ ຕາງໜ້າໃຫ້ຄະນະພັກ, ຄະນະອໍານວຍການ, ພະນັກງານ – ກໍາມະກອນທົ່ວ ຟຟລ ອວຍພອນມາຍັງການນໍາພັກ – ລັດ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບເຂັ້ມແຂງ.