18 ແຂວງທົ່ວປະເທດ ຈະພັດທະນາແຜນການເພື່ອແກ້ໄຂບັນຫາຄວາມທຸກຍາກ

112

ໃນວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານຮອງເຈົ້າແຂວງທັງໝົດຈາກ 18 ແຂວງ ແລະ ນະຄອນຫຼວງ ໄດ້ເຂົ້າຮ່ວມກອງປະຊຸມ ເພື່ອປະເມີນຜົນຄວາມຄືບໜ້າຂອງວຽກງານການສົ່ງເສີມສິດທິເດັກ ທີ່ທຸກແຂວງທົ່ວປະເທດໄດ້ໃຫ້ຄຳໝັ້ນສັນຍາໄວ້ໃນປີທີ່ຜ່ານມາ ເພື່ອພັດທະນາແຜນງານ ແລະ ງົບປະມານ ສຳລັບການຈັດຕັ້ງປະຕິບັດວຽກງານສະເພາະແຂວງທີ່ສຸມໃສ່ການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນຫຼາຍໆລະດັບ.

ກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານ ຄຊກມດ, ທ່ານ ດຣ. ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ, ບັນດາທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາລຸນແກ້ວ ກິດຕິຄຸນ ກ່າວເປີດກອງປະຊຸມວ່າ: ການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງບັນດາທ່ານຮອງເຈົ້າແຂວງ ໃນການພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ເຮັດໃຫ້ເດັກມີໂອກາດພັດທະນາ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງຕົນຢ່າງເຕັມສ່ວນໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆໃຫ້ຫຼຸດລົງໃນຂອບເຂດທົ່ວປະເທດ.

ໃນວັນທີ 20 ພະຈິກຂອງປີທີ່ຜ່ານມາ, ສປປ ລາວ ໄດ້ດໍາເນີນຂະບວນການສະເຫຼີມສະຫຼອງວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ເປັນຂະບວນການໜຶ່ງທີ່ມີ ຄວາມສໍາຄັນ ເຊິ່ງການນໍາຂັ້ນສູງຂອງ ສປປ ລາວ, ຄະນະນໍາຂັ້ນກະຊວງ, ຂັ້ນແຂວງ, ຜູ້ວາງນະໂຍບາຍ, ພາກສ່ວນທຸລະກິດເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມປະກອບສ່ວນ ແລະ ສະແດງຄວາມຮັບຜິດຊອບປົກປ້ອງສິດ, ຜົນປະໂຫຍດຂອງເດັກ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ກໍຄືການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆໃຫ້ຫຼຸດລົງໃນຂອບເຂດທົ່ວປະເທດ ດ້ວຍການໃຫ້ຄວາມໝາຍໝັ້ນ ແລະ ສ້າງເປັນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ການຈັດຕັ້ງປະຕິບັດບັນດາຄວາມໝາຍໝັ້ນຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດພັດທະນາທ່າແຮງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປາກົດຜົນເປັນຈິງເປັນກ້າວໆ.

ທ່ານ ດຣ. ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ອະທິບາຍວ່າ: ໃນການປະເມີນສະພາບການໂດຍລວມຂອງ ສປປ ລາວ, ພວກເຮົາສາມາດເຫັນໄດ້ວ່າປະເທດເຮົາສາມາດສ້າງຜົນດີໄດ້ຫຼາຍພໍສົມຄວນໃນການຫຼຸດຜ່ອນ ຄວາມທຸກຍາກໃນທົດສະວັດທີ່ຜ່ານມາ ໂດຍອີງຕາມຂໍ້ມູນທີ່ໄດ້ຮັບແມ່ນສະແດງໃຫ້ເຫັນວ່າຄວາມທຸກຍາກທາງດ້ານການເງິນໃນປັດຈຸບັນແມ່ນຢູ່ທີ່ 18% ແລະ ຈຳນວນເດັກທີ່ອາໄສຢູ່ໃນຄົວເຮືອນເຫຼົ່ານີ້ແມ່ນປະມານ 17%. ເຖິງຢ່າງໃດກໍຕາມ, ຍັງມີອີກຫຼາຍສິ່ງທີ່ພວກເຮົາຕ້ອງເຮັດ ເພື່ອແກ້ໄຂ ຄວາມທຸກຍາກຂອງເດັກ.

ອີງຕາມຂໍ້ມູນທີ່ໄດ້ຮັບໃນປີ 2018 Multiple Overlapping Deprivation Analysis ( MODA ), 88% ຂອງເດັກອາຍຸຕໍ່າກວ່າ 18 ປີ ໃນ ສປປ ລາວ ແມ່ນມີການດ້ອຍໂອກາດໃນຫຼາຍໆດ້ານ, ໝາຍຄວາມວ່າພວກເຂົາປະສົບກັບຄວາມທຸກຍາກໃນຫຼາຍກວ່າ 1 ຕົວຊີ້ວັດ; ເດັກຈຳນວນ 70% ແມ່ນຍັງປະສົບກັບຄວາມທຸກຍາກຢ່າງໜ້ອຍ 2 ຕົວຊີ້ວັດ ແລະ ຈຳນວນ 50% ແມ່ນໄດ້ປະສົບກັບຄວາມທຸກຍາກຈາກ 3 ຕົວຊີ້ວັດ ຫຼື ຫຼາຍກວ່ານັ້ນ.

ໃນລະດັບຂັ້ນແຂວງ, ອັດຕາຂອງຄວາມທຸກຍາກໃນຫຼາຍໆດ້ານທີ່ມີຄວາມຮ້າຍແຮງທີ່ສຸດ ແມ່ນສາມາດພົບເຫັນໄດ້ຢູ່ໃນ 5 ແຂວງ ກໍຄືແຂວງຜົ້ງສາລີ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ໄຊສົມບູນ.   ແຂວງທີ່ມີອັດຕາຂອງຄວາມທຸກຍາກໃນຫຼາຍໆດ້ານທີ່ໜ້ອຍທີ່ສຸດແມ່ນນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ພວກເຮົາຈໍາເປັນຕ້ອງໄດ້ພັດທະນາແຜນການສະເພາະສຳລັບແຕ່ລະແຂວງ ແລະ ຈັດສັນຊັບພະຍາກອນເພື່ອຈັດຕັ້ງປະຕິບັດແຜນການ ໃນສະຖານະການຕົວຈິງ ແລະ ຕ້ອງໃຫ້ເດັກມີສ່ວນຮ່ວມ.