45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການພະລັງງານ ແລະ ບໍ່ແຮ່ - Laoedaily

45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການພະລັງງານ ແລະ ບໍ່ແຮ່

45 ປີຜ່ານມາ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາສ້າງສາປະເທດຊາດ. ຮອດປັດຈຸບັນ 93% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ, ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ, ການສົ່ງອອກໄດ້ 6.935 ເມກາວັດ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເຖິງຜົນງານ 45 ປີ ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ວ່າ: ກ່ອນປີ 1975 ວຽກງານພະລັງງານຢູ່ປະເທດເຮົາແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດ. ໃນເວລານັ້ນ, ທົ່ວປະເທດພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານໍ້າຕົກຂະໜາດໃຫຍ່ພຽງແຕ່ 1 ແຫ່ງ ຄື: ເຂື່ອນໄຟຟ້ານໍ້າງື່ມ 1 ເຊິ່ງມີກໍາລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນໍ້າດົງ ຢູ່ແຂວງຫຼວງພະບາງ ມີກໍາລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນແຊລະບໍາ ຢູ່ແຂວງຈໍາປາສັກ ມີກໍາລັງຕິດຕັ້ງ 1 ເມກາວັດ. ນອກຈາກນີ້, ກໍມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນໍ້າມັນຢູ່ບາງຕົວເມືອງໃຫຍ່ຈໍານວນໜຶ່ງ.

ສະນັ້ນ, ສັງລວມແລ້ວຢູ່ໃນທົ່ວປະເທດປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງ  ພະບາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພັກ ແລະ ລັດຖະບານກໍໄດ້ເອົາໃສ່ພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເປັນກ້າວໆມາ.

ປີ 1997 ກົດໝາຍວ່າດ້ວຍໄຟຟ້າ ໄດ້ຖືກປະກາດໃຊ້ ແລະ ໄດ້ມີນະໂຍບາຍດຶງດູດການລົງທຶນຕ່າງປະເທດ ເຮັດໃຫ້ມີນັກລົງທຶນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທຶນ ນັບທັງໃນຮູບແບບໂຄງການພະລັງງານເອກະຊົນ ( IPP ) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ.

ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ

ອັນທີ່ພົ້ນເດັ່ນແມ່ນໄດ້ສຸມໃສ່ການພັດທະນາແຫຼ່ງຜະລິດກະແສໄຟຟ້າຢ່າງແຂງແຮງ ເຊິ່ງມາຮອດປັດຈຸບັນນີ້ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.972 ເມກາວັດ ( MW ), ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ.

ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ, ຕາມການຄາດຄະເນໃນທ້າຍປີ 2020 ນີ້, ຈະມີແຫຼ່ງຜະລິດໄຟຟ້າກໍ່ສ້າງສໍາເລັດ ອີກ 13 ແຫ່ງ, ກໍາລັງຕິດຕັ້ງປະມານ 732 ເມກາວັດ; ລວມຮອດທ້າຍປີ 2020 ຈະມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ກໍາລັງຕິດຕັ້ງປະມານ 10.704 ເມກາວັດ.

ດ້ານການພັດທະນາລະບົບສາຍສົ່ງ

ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.

ການສົ່ງອອກໄປຈໍາໜ່າຍຕ່າງປະເທດ

ສາມາດບັນລຸໄດ້ແລ້ວ 6.935 ເມກາວັດ. ໃນນີ້, ສົ່ງອອກໄປປະເທດໄທ ແລ້ວ 5.935 ເມກາວັດ, ຫວຽດນາມ 570 ເມກາວັດ, ກໍາປູເຈຍ 320 ເມກາວັດ, ມຽນມາ 10 ເມກາວັດ. ນອກນີ້, ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ ເຊິ່ງໃນກຸ່ມປະເທດອາຊຽນ ສປປ ລາວ ຂອງພວກເຮົາແມ່ນປະເທດທໍາອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ. ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດລາວ – ໄທ – ມາເລເຊຍ, ໃນປີ 2001 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້, ສືບຕໍ່ເຈລະຈາຊື້ – ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.

ການສົ່ງອອກໃນອະນາຄົດຍັງຈະເພີ່ມຂຶ້ນເລື້ອຍໆ ຕາມບັນທຶກຄວາມເຂົ້າໃຈການຮ່ວມມືດ້ານພະລັງງານ ( MOU ) ທີ່ ສປປ ລາວເຮົາມີກັບບັນດາປະເທດໃກ້ຄຽງ ເຊັ່ນ: ມີບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ ກັບ ຣາຊະອານາຈັກໄທ 9.000 ເມກາວັດ, ກັບຣາຊະອານາຈັກກໍາປູເຈຍ 6.000 ເມກາວັດ ແລະ ມີກັບ ສສ ຫວຽດນາມ 5.000 ເມກາວັດ ທັງໝົດນີ້ຈະສົ່ງອອກໃຫ້ຄົບຕາມຈໍານວນທັງ 3 ປະເທດ ພາຍໃນປີ 2030.

ການຊົມໃຊ້ພະລັງານໄຟຟ້າພາຍໃນ

ສໍາລັບການຊົມໃຊ້ຢູ່ໃນສັງຄົມ ແມ່ນໄດ້ສະໜອງກະແສໄຟຟ້າຢ່າງພຽງພໍຢູ່ໃນພາກທີ່ຢູ່ອາໄສ, ອຸດສາຫະກໍາ, ກະສິກໍາ, ຊົນລະປະທານ, ການລ້ຽງສັດ, ຫັດຖະກໍາ, ການບໍລິການ, ການທ່ອງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການອື່ນໆ ເຊິ່ງໄດ້ກາຍເປັນພື້ນຖານໃຫ້ແກ່ການຜະລິດ, ການຜະລິດເປັນສິນຄ້າ ແລະ ການແກ້ໄຂວຽກເຮັດງານທໍາຢູ່ໃນສັງຄົມຢ່າງກວ້າງຂວາງ.

ຜົນສໍາເລັດທີ່ສໍາຄັນອີກອັນໜຶ່ງກໍແມ່ນໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າໄປສູ່ຊົນນະບົດ ໂດຍຕິດພັນຢ່າງສະໜິດແໜ້ນກັບການພັດທະນາຊົນນະບົດ. ມາຮອດປັດຈຸບັນສາມາດສະໜອງໄຟຟ້າຮັບໄດ້ 100% ຢູ່ໃນທຸກເທສະບານແຂວງ, ນະຄອນຫຼວງ, ເທສະບານເມືອງ ແລະ ນະຄອນ; 93% ຂອງຈໍານວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ສໍາລັບວຽກງານຂະແໜງການບໍ່ແຮ່:

ກ່ອນປີ 1975, ວຽກງານທໍລະນີສາດ ແລະ ແຮ່ທາດ ເກືອບເວົ້າໄດ້ວ່າບໍ່ໄດ້ຮັບການພັດທະນາເລີຍ, ເຖິງວ່າມີເລັກໆນ້ອຍໆກໍເປັນກິດຈະກໍາທີ່ອ່ອນນ້ອຍ, ບໍລິມາດບໍ່ພໍເທົ່າໃດ ແລະ ກໍບໍ່ໄດ້ຮັບການສົ່ງເສີມຈາກພາກລັດເລີຍ ເຊັ່ນ: ບໍ່ກົ່ວໂພນຕິ້ວ ເປັນຕົ້ນ.

ແຕ່ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ ເຊິ່ງເຫັນວ່າ ສປປ ລາວ ເປັນປະເທດທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ເຊິ່ງມາຮອດປັດຈຸບັນສາມາດຄົ້ນພົບຈຸດປາກົດແຮ່ທາດ ໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລແມັດ ເທົ່າກັບ 68,46% ຂອງເນື້ອທີ່ທົ່ວປະເທດ ເຊິ່ງປະກອບດ້ວຍຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດ, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະ ອື່ນໆ.

ນັບແຕ່ປີ 1990 ເປັນຕົ້ນມາ ລັດຖະບານລາວ ໄດ້ເປີດກວ້າງໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກໍາບໍ່ແຮ່. ມາຮອດປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ ໂດຍຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ – ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ; ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ    ມີຈໍານວນທັງໝົດ 80 ບໍລິ ສັດ 141 ກິດຈະການ; ໂຄງ   ການດ້ານແຮ່ທາດ ທີ່ໄດ້ຮັບອະນຸຍາດມີເນື້ອທີ່ທັງໝົດ 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ