ການຄ້າເດືອນຕຸລາ ບັນລຸ 729 ລ້ານໂດລາ

273

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາ ບັນລຸໄດ້ປະມານ 729 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 347 ລ້ານໂດລາ; ສິນຄ້າສົ່ງອອກຫຼັກແມ່ນຄຳປະສົມ ( ຄຳແທ່ງ ) ມູນຄ່າ 54 ລ້ານໂດລາ, ຮອງມາແມ່ນຢາງພາລາ 34 ລ້ານໂດລາ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນຕຸລາ 2020 ບັນລຸໄດ້ປະມານ 729 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 347 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 382 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 34 ລ້ານໂດລາ.

ໝວດສິນຄ້າສົ່ງອອກຫຼັກ ມີຄຳປະສົມ ( ຄຳແທ່ງ ) 54 ລ້ານໂດລາ, ຢາງພາລາ 34 ລ້ານໂດລາ, ແຮ່ທອງ ມູນຄ່າ 30 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາ, ໝາກກ້ວຍ 23 ລ້ານໂດລາ, ໂຄງຮ່າງ ( ຊິ້ນສ່ວນກ້ອງບັນທຶກພາບ ) 19 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 9 ລ້ານໂດລາ, ນໍ້າຕານ 5 ລ້ານໂດລາ ແລະ ສາລີ ມູນຄ່າປະມານ 8 ລ້ານໂດລາ.

ໝວດສິນຄ້ານໍາເຂົ້າຫຼັກມີ: ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມີມູນຄ່າປະມານ 30 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 24 ລ້ານໂດລາ, ນ້ຳມັນກາຊວນ 23 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 20 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 16 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) 13 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສ ຕິກ 12 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 10 ລ້ານໂດລາ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 8 ລ້ານໂດລາ, ນ້ຳມັນແອັດຊັງ ແລະ ນໍ້າມັນແອັດຊັງພິເສດ 7 ລ້ານໂດລາ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ສປ ຈີນ ມູນຄ່າ 128 ລ້ານໂດລາ, ໄທ 79 ລ້ານໂດລາ, ສສ ຫວຽດນາມ 63 ລ້ານໂດລາ, ອິນເດຍ 12 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ,

ສ່ວນ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ ມູນຄ່າ 209 ລ້ານໂດລາ, ສປ ຈີນ 92 ລ້ານໂດລາ, ສສ ຫວຽດນາມ 45 ລ້ານໂດລາ, ຍີ່ປຸ່ນ 8 ລ້ານໂດລາ ແລະ ສະຫະລັດອາເມຣິກາ 4 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນຕຸລານີ້ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.