ກຸ່ມປີ້ງໄກ່ບ້ານນາປົ່ງ ເມືອງຄົງເຊໂດນ ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ

89

ພິທີມອບ – ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ແກ່ກຸ່ມປີ້ງໄກ່ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ມີຂຶ້ນໃນວັນທີ 18 ພະຈິກ 2020 ທີ່ສະໂມສອນຂອງເມືອງ.

ເຂົ້າຮ່ວມໃນພິທີມີທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ  ແລະ ທ່ານ ແຫວນເພັດ ລັດດາວົງ ເລຂາພັກເມືອງ ເຈົ້າເມືອງຄົງເຊໂດນ  ພ້ອມພາກສ່ວນຕ່າງໆ.

ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ເລົ່າປະຫວັດຄວາມເປັນມາຂອງຜະລິດຕະພັນປີ້ງໄກ່ນາປົ່ງ ເມືອງຄົງເຊໂດນ ວ່າ: ສໍາລັບບ້ານນາປົ່ງແມ່ນ 1 ໃນ 84 ບ້ານ ທີ່ຂຶ້ນກັບຈຸດສຸມນາປົ່ງ ມີ 3 ຮ້ອຍຫຼັງຄາເຮືອນ, ມີ 300 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 2 ພັນກວ່າຄົນ ຍິງ 1 ພັນກວ່າຄົນ, ຊົນເຜົ່າລາວລຸ່ມ, ຖືສາສະໜາພຸດ, ປະຊາຊົນສ່ວນຫຼາຍແມ່ນຢຶດຖືອາຊີບກະສິກໍາ, ລ້ຽງສັດ ແລະ ຄ້າຂາຍ.

ປີ້ງໄກ່ນາປົ່ງກໍາເນີດເກີດຂຶ້ນໃນປີ 1917 ມາຮອດປັດຈຸບັນເປັນເວລາ 103 ປີ, ໃນເບື້ອງຕົ້ນແມ່ນເປັນການປີ້ງຂາຍແບບແຍກສ່ວນ ມີແຕ່ 1 ຄອບຄົວປີ້ງໄກ່ຂາຍເທົ່ານັ້ນ. ມາຮອດປີ 1982 ການສັນຈອນໄປ – ມາຂອງຜູ້ຄົນມີການຂະຫຍາຍຕົວ ປີ້ງໄກ່ນາປົ່ງເລີ່ມເປັນທີ່ຮູ້ຈັກຫຼາຍຂຶ້ນ, ການຊື້ – ການຂາຍກໍດີຂຶ້ນໃນໄລຍະນີ້ ຈຶ່ງຫັນມາປີ້ງໄກ່ເປັນໂຕ.

ມາຮອດປີ 1986 ປີ້ງໄກ່ນາປົ່ງໄດ້ຮັບການສ້າງຕັ້ງເປັນກຸ່ມສະຫະກອນ ປະມານ 3 – 4 ຮ້ານ, ປີຕໍ່ມາການຊື້ – ຂາຍແບບເປັນກຸ່ມສະຫະກອນໄດ້ຖືກຍຸບເລີກ ປະຊາຊົນກໍຫັນມາຊື້ – ຂາຍແບບຮ້ານໃຜຮ້ານລາວ ແລະ ໄດ້ເພີ່ມຂຶ້ນຈາກ 3 – 4 ຮ້ານໃນເມື່ອກ່ອນມາເປັນ 26 ຮ້ານໃນປັດຈຸບັນ, ສໍາລັບຂັ້ນຕອນການຜະລິດແມ່ນເນັ້ນໃຫ້ມີລົດຊາດທີ່ເປັນເອກະລັກສະເພາະ ເຊິ່ງເລີ່ມຈາກການຄັດເລືອກພັນໄກ່ລາດພື້ນເມືອງລາວ, ຫຼັງຈາກນັ້ນກໍນໍາມາເອືອບເກືອ, ແປ້ງນົວ, ຜັກທຽມ, ຄະນໍ, ຫົວສີໃຄ ແລ້ວນໍາມາປີ້ງໃຫ້ສຸກ ເພື່ອຈໍາໜ່າຍໃຫ້ລູກຄ້າ. ສະເລ່ຍລາຍຮັບໄດ້ 624 ໂຕຕໍ່ມື້ ຄິດເປັນມູນຄ່າ 28 ລ້ານກວ່າກີບຕໍ່ມື້.