5 ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດ ໃນບານເຕະທົ່ວປະເທດ 2020

162

ການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 6-21 ພະຈິກ 2020 ຈົບໄປຢ່າງຈົບງາມ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ເປັນໝາກຜົນແຫ່ງຄວາມສໍາເລັດອັນຍິ່ງໃຫຍ່ຂອງວົງການບານເຕະລາວ. ນອກຈາກຈະມີນັກເຕະໜ້າໃໝ່ແຈ້ງເກີດກັບລາຍການແລ້ວ ຍັງເປັນການຟື້ນຄືນບັນຍາກາດແຟນບານທີ່ເຂົ້າໄປເຊຍໃນສະໜາມຢ່າງຄຶກຄັກ ແລະ ຍິ່ງໃຫຍ່ກວ່າເກົ່າ.

ດັ່ງນັ້ນ, ມື້ນີ້ທາງທີມຂ່າວພວກເຮົາຈະມາພາມາເບິ່ງ 5 ນັດທີ່ມີແຟນເຂົ້າຊົມໃນສະໜາມຫຼາຍທີ່ສຸດຕາມການປະເມີນຂອງຄະນະກໍາມະການ ໃນ 5 ສະໜາມໄດ້ແກ່ສະໜາມກີລາແຫ່ງຊາດ ຫຼັກ 16 ຈໍານວນ 2 ສະໜາມ, ສະໜາມກີລາມະຫາວິທະຍາໄລແຫ່ງຊາດ, ສະໜາມກີລາກອງທັບ ແລະ ສະໜາມສູນຝຶກສະຫະພັນບານເຕະແຫ່ງຊາດລາວ ທີ່ບ້ານຫ້ວຍຫົງ ຈໍານວນ 2 ສະໜາມ ( ບານເຕະຊາຍ 39 ນັດ ແລະ ບານເຕະຍິງ 15 ນັດ ) ສະເພາະລາຍການບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີດັ່ງນີ້:

-ອັນດັບ 1 ນັດຊີງຊະນະເລີດທີ່ຕ້ອງຕັດສິນກັນດ້ວຍການດວນຈຸດໂທດເຊິ່ງເປັນແຂວງຈໍາປາສັກ ທີ່ເອົາຊະນະ ແຂວງຫຼວງພະບາງ 3-2 ຫຼັງສະເໝີກັນໃນເວລາປົກກະຕິ 1-1 ໂດຍນັດນີ້ຈັດຂຶ້ນທີ່ສະໜາມກີລາແຫ່ງຊາດຫຼັກ 16 ສະໜາມໃນເປັນນັດທີ່ມີແຟນບານເຂົ້າຊົມສູງເປັນປະຫວັດສາດສະເພາະລາຍການພາຍໃນຂອງ ສປປ ລາວ ເພາະມີເຖິງ 21.500 ກວ່າຄົນໃນວັນທີ 21 ພະຈິກ 2020.

ແນ່ນອນວ່າ ນັດດັ່ງກ່າວເປັນນັດໃນຮອບຫຼາຍປີທີ່ສະໜາມດັ່ງກ່າວເຄີຍມີແຟນບານເຂົ້າຊົມຫຼາຍຂະໜາດນີ້ກໍຄືໃນຊີເກມ 2009 ຮອບ 4 ທີມທີ່ທີມຊາດລາວ ເສຍໃຫ້ກັບ ມາເລເຊຍ 1-3 ມີແຟນບານເຂົ້າໃນສະໜາມເຕັມສະໜາມຄວາມບັນຈຸ 25.000 ຄົນ ແລະ ການແຂ່ງຂັນບານເຕະຊີງແຊັມອາຊຽນ 2011 ຮຸ່ນອາຍຸບໍ່ເກີນ 16 ປີທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງ 7-21 ກໍລະກົດ 2011 ທີ່ຢູ 16 ລາວ ທະລຸເຂົ້າຮອບຊີງຊະນະເລີດກ່ອນເສຍໃຫ້ ໄທ 0-1 ເຊິ່ງນັດດັ່ງກ່າວທີ່ສະໜາມກີລາແຫ່ງຊາດຫຼັກ 16 ມີແຟນບານເຂົ້າເຖິງ 30.000 ຄົນເກີນຄວາມບັນຈຸ.

-ອັນດັບ 2 : ນັດລະຫວ່າງ ແຂວງຈໍາປາສັກ ພິກເອົາຊະນະ ນະຄອນຫຼວງວຽງຈັນ 2-1 ມີແຟນບານເຂົ້າຊົມໃນສະໜາມເຖິງ 16.353 ຄົນ ໃນວັນທີ 19 ພະຈິກ 2020 ທີ່ສະໜາມກີລາແຫງ່ຊາດ ຫຼັກ 16 ສະໜາມໃນ.

-ອັນດັບ 3 : ນັດລະຫວ່າງ ແຂວງຈໍາປາສັກ ຊະນະ ແຂວງຫົວພັນ 5-0 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ໃນວັນທີ 17 ພະຈິກ 2020 ມີແຟນບານເຂົ້າຊົມເຖິງ 8.118 ຄົນ.

-ອັນດັບ 4 : ນັດລະຫວ່າງ ຫຼວງພະບາງ ເອົາຊະນະ ແຂວງຊຽງຂວາງ ທີ່ສະໜາມກີລາມະຫາວິທະຍາແຫ່ງຊາດ ໃນວັນທີ 17 ພະຈິກ 2020 ມີແຟນບານເຂົ້າຊົມໃນສະໜາມ 6.555 ຄົນ.

-ອັນດັບ 5 : ທີ່ສະໜາມມະຫາວິທະຍາໄລແຫ່ງຊາດ ທີ່ມີແຟນບານເຂົ້າຊົມ 3.820 ຄົນໃນນັດທີ່ ແຂວງຈໍາປາສັກ ບຽດເອົາຊະນະ ເຊກອງ 4-3 ເມື່ອວັນທີ 11 ພະຈິກ 2020.

ນອກນັ້ນ, ການແຂ່ງຂັນຄັ້ງນີ້ຍັງໃຊ້ອີກ 2 ສະໜາມກໍຄື: ໜາມກີລາແຫ່ງຊາດ ຫຼັກ 16 ສະໜາມນອກ ແລະ ສະໜາມກີລາກອງທັບ ແມ່ນຢູ່ໃນລະດັບປະມານ 500-1.000 ກວ່າຄົນຂຶ້ນໄປໃນນັດທີ່ຜ່ານມາ. ສ່ວນອີກ 2 ສະໜາມທີ່ສູນຝຶກຂອງສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ໃຊ້ແຂ່ງຂັນສະເພາະບານເຕະຍິງ ແມ່ນຢູ່ໃນລະດັບ 50-100 ຄົນຂຶ້ນໄປໃນແຕ່ລະນັດ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ