ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະກີລາ ຄັ້ງທີ IX

306

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ສຶກສາທິການ ແລະ ກີລາ ໄດ້ໄຂຂຶ້ນຢ່າງເປັນທາງການເມື່ອວັນທີ 24 ພະຈິກ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກີລາ. ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ;ມີບັນດາຄະນະພັກກະຊວງ, ຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ຂຶ້ນກ່າວເປີດກອງປະຊຸມ ໂດຍແຈ້ງໃຫ້ຮູ້ເຖິງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ພ້ອມຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກກະຊວງ ສສກ ມີບາງຕອນໃຫ້ຮູ້ວ່າ: ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແມ່ນພາລະບົດບາດອັນຕົ້ນຕໍຂອງອົງຄະນະພັກ ກະຊວງ ສສກ, ດັ່ງນັ້ນ ອົງຄະນະພັກກະຊວງ ສສກ ຈຶ່ງຖືເອົາການສະໜອງການສຶກສາທີ່ມີຄຸນນະພາບ ແລະ ທົ່ວເເຖິງໃຫ້ແກ່ພົນລະເມືອງລາທຸກຄົນ ເປັນວຽກງານຕົ້ນຕໍ ແລະສໍາຄັນ.

ພາຍໃຕ້ການນໍາພາຊີ້ນໍາຂອງອົງຄະນະພັກກະຊວງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກ ກໍ່ຄືແຜນພັດທະນາຂະແໜງການສຶກສາ ແລະ ກີລາ 2016-2020 ໂກຍຍາດມາໄດ້ຜົນສໍາເລັດຫຼາຍດ້ານ ໜຶ່ງໃນນັ້ນແມ່ນ ການພັດທະນາວຽກງານການສຶກສາກ່ອນໄວຮຽນ ໂດຍໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງການສຶກສາກ່ອນໄວຮຽນ ແລະ ສ້າງນິຕິກຳທີ່ກ່ຽວຂ້ອງ ເຮັດໃຫ້ການສຶກສາກ່ອນໄວຮຽນ ມີການຂະຫຍາຍຕົວຢ່າງກວ້າງຂວາງໃນແຕ່ລະທ້ອງຖິ່ນ. ເຮັດໃຫ້ອັດຕາຂອງເດັກອາຍຸ 5ປີ ທີ່ໄດ້ເຂົ້າຮຽນໃນສະຖານການສຶກສາກ່ອນໄວຮຽນ ເພີ່ມຈາກ 70,9% ໃນສົກຮຽນ 2015-2016 ເປັນ 82,7% ໃນສົກ 2019-2020.

ຄຽງຄູ່ກັນນັ້ນກໍ່ໄດ້ເອົາໃຈໃສ່ຊີ້ນໍາການປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາ ຂອງເດັກໃນເກນອາຍຸ ລວມທັງການປັບປຸງຄຸນນະພາບຂອງການຮຽນການສອນໃນຊັ້ນປະຖົມສຶກສາ ໂດຍໄດ້ຍາດແຍ່ງການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ແລະ ສຸມງົບປະມານທີ່ມີເຂົ້າໃສ່ການປັບປຸງຫຼັກສູດ, ສະໜອງອຸປະກອນຮັບໃຊ້ການຮຽນການສອນ, ຝຶກອົບຮົມຄູສອນ ແລະ ປັບປຸງພື້ນຖານໂຄງລ່າງຕ່າງໆ ລວມທັງສິ່ງອໍານວຍຄວາມສະດວກທາງດ້ານສຸຂະອະນາໄມ.

ນອກຈາກນີ້ ການສຶກສາຊັ້ນມັດທະຍົມຕອນຕົ້ນໄດ້ຖືກກໍານົດເປັນການສຶກສາພາກບັງຄັບ (ອີງໃສ່ກົດໝາຍສະບັບປັບປຸງ 2015) ບົນພື້ນຖານດັ່ງກ່າວຄະນະພັກແຕ່ລະຂັ້ນໄດ້ສົມທົບກັບສງຄົມ ແລະ ຊຸມຊົນ ສຸມການພັດທະນາໃສ່ວຽກງານດັ່ງກ່າວ ເຊິ່ງເຮັດໃຫ້ມີການຂະຫຍາຍຕົວຫຼາຍສົມຄວນ ເຮັດໃຫ້ອັດຕາເຂົ້າຮຽນລວມເພີ່ມຈາກ 82,2% ໃນສົກ 2015-2016 ເປັນ 83,3% ໃນສົກປີ 2019-2020. ໄດ້ຊີ້ນໍາການຈັດຕັ້ງ ການຮຽນ-ການສອນ ຫ້ອງຮຽນສາມັນວິຊາຊີບຢູ່ບັນດາໂຮງຮຽນກິນນອນຊົນເຜົ່າຈໍານວນໜຶ່ງ ເຊິ່ງເຮັດໃຫ້ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍເພີ່ມຈາກ 47,8% ເປັນ 54,8%.