ເກາະກະແສທຸລະກິດອາຫານ ແລະ ເຄື່ອງດື່ມ ໃນປີ 2021

295

ໃນປີ 2020 ວິກິດການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນໃຫ້ພຶດຕິກຳຜູ້ບໍລິໂພກປ່ຽນແປງໄປຫຼາຍ. ແນ່ນອນວ່າເສດຖະກິດ, ທຸລະກິດທົ່ວໂລກຕ່າງກໍໄດ້ຮັບຜົນກະທົບເຊັ່ນກັນ, ຢ່າງໃດກໍຕາມບາງທຸລະກິດພັດສວນກະແສ ແລະ ຍັງສາມາດເຕີບໂຕໄດ້ດີ ທັງຍັງມີທຸລະກິດໃໝ່ໆເກີດຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ເຊັ່ນ: ທຸລະກິດສົ່ງອາຫານ Delivery ທີ່ມີຫຼາກຫຼາຍເຕັກໂນໂລຊີ ການຊຳລະເງິນຜ່ານແອັບພລິເຄຊັນເພີ່ມຂຶ້ນ.

ຄໍລຳຊື້ໄດ້ຂາຍໝານວັນນີ້ ຈະແນະນຳກະແສທຸລະກິດອາຫານ ແລະ ເຄື່ອງດື່ມໃນປີ 2021 ຈະມີທ່າອ່ຽງແນວໃດ?.

  1. ທຸລະກິດ Delivery: ໃນສະຖານະການທີ່ມີການລະບາດຂອງພະຍາດໂຄວິດ – 19, ຜູ້ຄົນກັກຕົວຢູ່ເຮືອນ ແລະ ເຮັດວຽກແບບ Work from Home ໄລຍະຕົ້ນປີໄປຈົນເຖິງກາງປີທີ່ຜ່ານມາ ສົ່ງຜົນໃຫ້ທຸລະກິດຮ້ານອາຫານຕ້ອງປ່ຽນວິທີການບໍລິການຈາກການນັ່ງກິນຢູ່ຮ້ານເປັນການສັ່ງກັບເຮືອນແທນ ເຊິ່ງສົ່ງຜົນກະທົບຕາມມາຈາກການປ່ຽນແປງຂອງພຶດຕິກຳຜູ້ບໍລິໂພກ ຄື: ການສັ່ງອາຫານຜ່ານແອັບພລິເຄຊັນ ແລະ ທາງອອນລາຍ ຈະຍັງຄົງມີຕໍ່ເນື່ອງໄປໃນປີ 2021 ໂດຍທີ່ຜ່ານມານັ້ນ Food Delivery ໃນນະຄອນຫຼວງວຽງຈັນ ຫຼື ໃນເມືອງໃຫຍ່ ກໍຈະມີ Food Panda ແລະ ມີຫຼາຍບໍລິສັດເຮັດຂຶ້ນມາ ເພື່ອບໍລິການລູກຄ້າ, ຕອບໂຈດດ້ານຄວາມສະດວກ ແລະ ວ່ອງໄວ.

  2. ຄວາມໂປ່ງໃສຂອງຜະລິດຕະພັນ: ເປັນໜຶ່ງໃນກະແສທີ່ກຳລັງຈະມາໃນປີ 2021 ນີ້ຄື ຄວາມໂປ່ງໃສ ແລະ ຄຸນນະທຳຂອງຜູ້ປະກອບການ ແລະ ເຈົ້າຂອງທຸລະກິດອາຫານ ແລະ ເຄື່ອງດື່ມ ເນື່ອງຈາກໃນປັດຈຸບັນຜູ້ບໍໂພກໃຫ້ຄວາມສຳຄັນກັບແຫຼ່ງທີ່ມາຂອງວັດຖຸດິບ ວ່າມີທີ່ມາທີ່ໄປແນວໃດ, ຖືກຫຼັກອະນາໄມ ຫຼື ບໍ່, ຖ້າຫາກຜູ້ປະກອບການສາມາດໃຫ້ຂໍ້ມູນຢ່າງຖືກຕ້ອງ ແລະ ເປັນຄວາມຈິງໃຫ້ແກ່ຜູ້ບໍລິໂພກໄດ້ ຈະມີສ່ວນຊ່ວຍໃຫ້ລູກຄ້າເກີດ ຄວາມເຊື່ອໃຈໃນສິນຄ້າຂອງທ່ານ.

  3. ສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ: ນອກຈາກຜູ້ບໍລິໂພກຕ້ອງການຮູ້ກ່ຽວກັບທີ່ມາຂອງວັດຖຸດິບອາຫານແລ້ວນັ້ນ ຄວາມເປັນມິດຕໍ່ສິ່ງແວດລ້ອມ, ຂັ້ນຕອນການຜະລິດຄືສິ່ງທີ່ຜູ້ບໍລິໂພກໃນປັດຈຸບັນໃຫ້ຄວາມສຳຄັນເຊັ່ນກັນ ເນື່ອງຈາກໃນປັດຈຸບັນພວກເຮົາສາມາດເລືອກຊື້ອາຫານ ແລະ ເຄື່ອງດື່ມໄດ້ຫຼາກຫຼາຍ.

  4. ຫຼຸດປະລິມານຫວານ, ມັນ, ເຄັມ: ກະແສຮັກສຸຂະພາບນັ້ນບໍ່ເປັນພຽງກະແສໃໝ່ແຕ່ຢ່າງໃດ ແຕ່ຢາກຈະເນັ້ນຢ້ຳທຸກໆທ່ານວ່າເພື່ອສຸຂະພາບທີ່ດີ ແລະ ໃນໄລຍະຍາວ ຜູ້ບໍລິໂພກໃນອະນາຄົດຈະເລືອກຮັບປະທານອາຫານທີ່ມີນ້ຳຕານໜ້ອຍ ຫຼື ການເລືອກອາຫານທີ່ໃຫ້ຄວາມຫວານແບບທາງເລືອກ ເພື່ອສຸຂະພາບ ແລະ ກະແສອາຫານ ເພື່ອສຸຂະພາບຍັງຄົງຢູ່ໃນກະແສຢ່າງແນ່ນອນ.

ທີ່ມາ: stepstraining.co