ສາວງາມບ້ານທ່າງອນ ລ້າມຸງກຸດອີກຄັ້ງໃນເວທີ ນາງສາວລາວ 2020 ລ້ອມດາວ ສ້ອຍທອງດີ ML38

297

ລ້ອມດາວ ສ້ອຍທອງດີ ຫຼື ດາວ ອາຍຸ 24 ປີ ທີ່ຫຼາຍໆຄົນອາດຮູ້ຈັກດີ ເພາະເຄີຍປະກວດເວທີ Miss Beauty Power Laos 2019 ໄດ້ຕຳແຫນ່ງນາງງາມຜິວງາມ ເປັນໜຶງສາວຜູ້ເຂົ້າຮອບ 40 ຄົນ ໃນເວທີນາງສາວລາວ 2020

ລ້ອມດາວ ສ້ອຍທອງດີ ML38 ສູງ165 ຊັງຕີແມັດ, ສັດສ່ວນ32-26-35


ລ້ອມດາວ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດລາວ ຄະນະອັກສອນສາດ ສາຂາພາສາອັງກິດ ປະຈຸບັນກຳລັງສຶກສາຢູ່ ສະຖາບັນທະນາຄານ ສາຂາທະນາຄານ ປີ5


ອາໄສຢູ່ບ້ານ ທ່າງ່ອນ ເມືອງໄຊທານີ ແຂວງນະຄອນຫລວງ ແລະ ມີບ້ານແມ່ຢູ່ ເມືອງທຸລະຄົມ ແຂວງວຽງຈັນ ເລີຍໃສ່ຕົວແທນ ແຂວງວຽງຈັນ


ເຫດຜົນທີ່ເຂົ້າມາປະກວດຍ້ອນມີຄວາມຝັນຢາກເປັນຜູ້ຍິງຄົນໜຶ່ງ ທີ່ປະກອບສ່ວນໃນການອະນຸຮັກຮີດຄອງປະເພນີລາວໃຫ້ຄົນລຸ້ນຫລັງໄດ້ເຫັນໃນນາມນາງສາວລາວ.

ສຳລັບເວທີນີ້ລ້ອມດາວ ກໍ່ຫວັງວ່າຈະໄດ້ຮັບໂອກາດຕິດ1 ໃນ 5 ຄົນສຸດທ້າຍ

.


ຄັ້ງນີ້ມີຄວາມກຽມພ້ອມໃນດ້ານບຸກຄະລິກຄະພາບ ແລະ ຄວາມພ້ອມຂອງຮ່າງກາຍແລະຈິດໃຈຢ່າງເຕັມທີ່.

.


ລ້ອມດາວຄິດວ່ານ້ອງກໍ່ເປັນແມ່ຍິງລາວຄົນຫນຶ່ງທີ່ມີຄວາມພ້ອມທີ່ຈະຮຽນຮູ້ທຸກສິ່ງທຸກຢ່າງແລະມາພັດທະນາຕົນເອງໃຫ້ທຸກຄົນໄດ້ເຫັນວ່ານ້ອງກໍ່ເຫມາະສົມສຳຫລັບເວທີນາງສາວລາວ 2020 ນີ້ຄືກັບກັບແມ່ຍິງລາວຄົນອື່ນໆ


ສຸດທ້າຍນີ້ນ້ອງເອງ ລ້ອມດາວ ML38 ຕົວແທນຈາກແຂວງວຽງຈັນ ຂໍຝາກທຸກໆຄົນຊ່ວຍຕິດຕາມເປັນກຳລັງໃຈເຊຍນ້ອງໄປຈົນຮອດຮອບສຸດທ້າຍແນ່ເດີ້ ຂໍຂອບໃຈ