ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນຄັ້ງທີ IX 

0
312

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນຄັ້ງທີ IX  ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ພະຈິກ 2020 ທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງໆສາລະວັນ.

ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ຕາງໜ້າຄະນະກວດກາ, ຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບຳນານ ຜູ້ຊົງຄຸນວຸດທິ, ຜູ້ແທນສົມບູນ ຈຳນວນ 323 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ຈຳນວນ 14 ພັນກວ່າສະຫາຍ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.


ພາຍຫຼັງ ສະຫາຍ ໂພໄຊ ໄຊຍະສອນ ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການ,  ກໍໄດ້ຜ່ານບົດລາຍງານການເມືອງ ທັງສອງພາກ, ຊຶ່ງພາກທຳອິດ ແມ່ນໄດ້ຕີລາຄາໝາກຜົນ ຂອງການຈັດຕັັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ : ເຖິງວ່າໄດ້ພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພພິບັດຂອງທຳມະຊາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງສັບສົນ, ແຕ່ພາຍໃຕ້ການນຳພາອັນສະຫຼາດ, ສ່ອງໃສຂອງພັກ-ລັດຖະບານ ບວກກັບຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບສູງຂອງຄະນະພັກ, ອົງການປົກຄອງແຂວງ, ບັນດາສະຫາຍສະມາຊິກພັກ-ພະນັກງານ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າ ໄດ້ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດພັດທະນາກ້າວຂຶ້ນ ຢ່າງຕໍ່ເນື່ອງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ ກໍ່ຄືຂອງອົງຄະນະພັກແຂວງ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ສໍາລັບໝາກຜົນແຫ່ງການການຈັດຕັ້ງປະຕິບັດ ບັນດາຄາດໝາຍ ຂອງມະຕິກອງປະຊຸມໃຫຍ່ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 5 ປີຜ່ານມາ ເສດຖະກິດຂະຫຍາຍຕົວ ສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ຫຼື ( GDP ) ບັນລຸໄດ້ 20.595 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ ໄດ້ 9,72 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາສະຫະລັດ.

ໃນ 5 ປີຜ່ານມາ ໄດ້ສຸມທຶນຮອນເຂົ້າໃສ່ການແກ້ໄຂຄວາມທຸກຍາກຢ່າງແຂງແຮງ. ມາຮອດປັດຈຸບັນ, ຄອບຄົວທຸກຍາກຫຼຸດລົງ ຍັງເຫຼືອ 3.604 ຄອບຄົວ ກວມ 4,9 %, ບ້ານທຸກຍາກ ຍັງເຫຼືອ 52 ບ້ານ ກວມ 8,9% ຂອງຈໍານວນບ້ານທັງໝົດ.


ສ່ວນພາກທີສອງ ກໍຄືທິດທາງລວມ, ຄາດໝາຍສູ້ຊົນ, ທິດທາງໜ້າທີ່ຈຸດສຸມ ໃນການນໍາພາຂອງອົງຄະນະພັກ ໃນ 5 ປີຕໍ່ໜ້າ ແມ່ນສືບຕໍ່ນໍາພາພັດທະນາແຂວງ, ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງ, ມີກິນມີໃຊ້, ມີຜາສຸກ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແຕ່ນີ້ຮອດປີ 2025 ໃຫ້ມີປະສິດທິຜົນ, ບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆ ໃນການພັດທະນາໃນໄລຍະຜ່ານມາ, ສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະໃໝ່, ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ກາຍເປັນຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ, ເປັນຫົວຈັກໃຫ້ການເຕີບໂຕ ເພື່ອສ້າງພື້ນຖານໃຫ້ແກ່ຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ເພິ່ງຕົນເອງທາງດ້ານເສດຖະກິດເປັນກ້າວໆ. ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 7-8% ຕໍ່ປີ, ລາຍໄດ້ສະເລ່ຍ ຕໍ່ຫົວຄົນໃຫ້ບັນລຸ 12 ລ້ານກີບ ຂຶ້ນໄປ.


ກອງປະຊຸມໃຫຍ່ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ແຕ່ວັນທີ 23-24 ພະຈິກ 2020, ຊຶ່ງເນື້ອໃນຂອງກອງປະຊຸມ ແມ່ນສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025); ຮັບຟັງການປະກອບຄຳເຫັນ ຈາກຂະແໜງການ, ກົມກອງ, ຄອບຄົວຕົວແບບ ຈຳນວນໜຶ່ງ, ພ້ອມທັງ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ແລະ ເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.

ອັນສຳຄັນ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກ ສະຫາຍ ຄຳພັນ ພົມມະທັດ ເພື່ອໃຫ້ຄະນະບໍລິຫານງານພັກແຂວງສາລະວັນ ຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.

ພາບຂ່າວນັກຂ່າວໜັງສືພິມສາລະວັນ

LEAVE A REPLY

Please enter your comment!
Please enter your name here