ຈີດີພີ ຂອງຫວຽດນາມ ອາດແຊງສິງກະໂປ ແລະ ມາເລເຊຍ

135

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ຂອງຫວຽດນາມ ອາດຈະແຊງໜ້າ ທັງສິງກະໂປ ແລະ ມາເລເຊຍ ເນື່ອງຈາກການສົ່ງອອກທີ່ເພີ່ມຂຶ້ນ ລວມທັງສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ເປັນຢ່າງດີ, ໃນຂະນະທີ່ປະເທດອື່ນໆໃນພູມີພາກນີ້ ພະຍາຍາມໃຊ້ທຸກມາດຕະການ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກວິກິດໂຄວິດ – 19.

ທັງນີ້, ໄຕມາດ 3 ຈີດີພີຂອງຫວຽດນາມ ຂະຫຍາຍຕົວ 2,6% ເຊິ່ງເປັນການຂະຫຍາຍຕົວ 2 ໄຕມາດຕິດຕໍ່ກັນ ທ່າມກາງທົ່ວໂລກກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ – 19, ໃນຂະນະທີ່ ໄອເອັມເອັຟ ປະເມີນວ່າເສດຖະກິດຂອງຫວຽດນາມຈະຂະຫຍາຍຕົວເພີ່ມຂຶ້ນໃນປີນີ້ ແລະ ຈະເຮັດໃຫ້ ຈີດີພີ ຂອງຫວຽດນາມອາດແຊງໜ້າທັງສິງກະໂປ ແລະ ມາເລເຊຍ ເນື່ອງຈາກການສົ່ງອອກເພີ່ມຂຶ້ນ ໄດ້ຊ່ວຍໃຫ້ ຈີດີພີ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ນອກຈາກນີ້, ນັກລົງທຶນຕ່າງປະເທດຕ່າງກໍພາກັນຍ້າຍຖານການຜະລິດຈາກ ສປ ຈີນ ເຂົ້າມາຫວຽດນາມ ເພື່ອຫຼີກລຽງຫ່ວງໂສ້ອຸປະທານ ໂດຍການສົ່ງອອກຂອງຫວຽດນາມໃນເດືອນຕຸລາ 2020 ເພີ່ມຂຶ້ນ 9,9% ມູນຄ່າ 26,7 ພັນລ້ານໂດລາສະຫະລັດ, ຂະນະທີ່ກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມ ຄາດການວ່າໝົດປີນີ້ການສົ່ງອອກຈະເພີ່ມຂຶ້ນອີກປະມານ 3 – 4%.

ລາຍງານຂ່າວລະບຸວ່າ: ຄວາມຂັດແຍ່ງດ້ານການຄ້າລະຫວ່າງສະຫະລັດອາເມຣິກາ ກັບ ສປ ຈີນ ໄດ້ເອື້ອຜົນປະໂຫຍດຕໍ່ຫວຽດນາມເປັນຢ່າງຍິ່ງ ເນື່ອງຈາກບັນດາບໍລິສັດໄດ້ຍ້າຍຖານການຜະລິດຈາກ ສປ ຈີນ ເຂົ້າໄປຕັ້ງຖານການຜະລິດໃນຫວຽດນາມ ເພື່ອຫຼີກລຽງການເກັບພາສີຈາກສະຫະລັດອາເມຣິກາ. ນອກຈາກນີ້, ຫວຽດນາມ ຍັງມີແຮງງານທີ່ມີທັກສະ, ມີສີມື ລວມທັງຄ່າແຮງງານຕ່ຳກວ່າ ຈຶ່ງເປັນທີ່ດຶງດູດຂອງການລົງທຶນຈາກຕ່າງປະເທດ.