45 ປີ ຕານ່າງເສັ້ນທາງບໍລິຄຳໄຊ ໄດ້ຮັບການພັດທະນາ ເພີ່ມຂຶ້ນ 4 ເທົ່າຕົວ

127

ຕານ່າງເສັ້ນທາງຄົມມະນາຄົມຂົນສົ່ງຢູ່ໃນແຂວງບໍລິຄຳໄຊ ຕະຫຼອດ 45 ປີຜ່ານມາ ແມ່ນໄດ້ຮັບການພັດທະນາຫຼາຍດ້ານ ແລະ ເພີ່ມຂຶ້ນ 4 ເທົ່າຕົວ ເຊິ່ງມັນສະແດງອອກ ໃນປີ 1975 ທົ່ວແຂວງມີເສັ້ນທາງຍາວທັງໝົດ 600 ກິໂລແມັດ ມາຮອດ 2020 ມີເສັ້ນທາງຍາວທັງໝົດ 2.491 ກິໂລແມັດ ພ້ອມຍັງໄດ້ກະກຽມແຜນກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 ປາກຊັນ – ບຶງການ ອີກ.

ທ່ານ ວິໄຊ ພູມມີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ກ່າວວ່າ: ຕະຫຼອດ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ວຽກງານໂຍທາທິການ ແລະ ຂົນສົ່ງ ຢູ່ແຂວງບໍລິຄຳໄຊ ໄດ້ມີການພັດທະນາດ້ານພື້ນຖານໂຄງລ່າງເປັນກ້າວໆ ແລະ ຕໍ່ເນື່ອງເປັນຕົ້ນແມ່ນ: ໃນປີ 1975 ຕານ່າງເສັ້ນທາງຢູ່ພາຍໃນແຂວງ 600 ກິໂລແມັດ ແຕ່ມາຮອດປັດຈຸບັນປີ 2020 ຕານ່າງເສັ້ນທາງມີທັງໝົດ 2.491 ກິໂລແມັດ ຖືວ່າເພີ່ມຂຶ້ນ 4 ເທົ່າຕົວ.

ນອກຈາກຕານ່າງເສັ້ນທາງແລ້ວ ພວກເຮົາຍັງມີການພັດທະນາວຽກງານຄົມມະນາຄົມຂົນສົ່ງ ເຊິ່ງປັດຈຸບັນກໍມີຫຼາຍຫົວໜ່ວຍບໍລິການທັງຢູ່ແຂວງ ແລະ ເມືອງຢ່າງທົ່ວເຖິງ ບໍ່ວ່າຈະເປັນຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ. ພ້ອມນີ້, ຍັງໄດ້ມີການພັດທະນາວຽກງານເຄຫາຜັງເມືອງທີ່ຕິດພັນກັບບັນດາການຄຸ້ມຄອງຕົວເມືອງ ແລະ ຊົນນະບົດ ທີ່ໄດ້ມີການພັດທະນາລະບົບນໍ້າປະປາ ແລະ ນໍ້າສະອາດໃນທຸກເມືອງໄດ້ຢ່າງທົ່ວເຖິງ, ວຽກງານປ້ອງກັນຕາຝັ່ງເຈື່ອນຕາມລຳແມ່ນໍ້າຂອງກໍໄດ້ສຸມໃສ່ ເນື່ອງຈາກບໍລິຄຳໄຊ ເປັນແຂວງໜຶ່ງທີ່ມີນໍ້າຂອງໄຫຼຜ່ານຍາວປະມານ 179 ກິໂລແມັດ.

ບໍລິຄຳໄຊ ມີທັງໝົດ 7 ເມືອງ, ມີ 291 ບ້ານ ມາຮອດປັດຈຸບັນພວກເຮົາມີເສັ້ນທາງເຂົ້າເຖິງບ້ານທັງໝົດ 290 ບ້ານ ເທົ່າກັບ 99,6%, ບ້ານທີ່ມີເສັ້ນທາງທຽວໄດ້ 2 ລະດູ ມີ 243 ບ້ານ ເທົ່າກັບ 84%. ນອກຈາກນີ້, ມີເສັ້ນທາງ 231 ເສັ້ນ ມີລວງຍາວທັງໝົດ 2.491 ກິໂລແມັດ, ມີທາງຫຼວງແຫ່ງຊາດ ຈຳນວນ 6 ເສັ້ນ ມີລວງຍາວ 615 ກິໂລແມັດ.

ສຳລັບທາງຫຼວງທ້ອງຖິ່ນ  ທີ່ປະກອບມີທາງຫຼວງຂອງ ແຂວງ, ຂອງເມືອງ, ຂອງເທສະບານທັງໝົດ 225 ເສັ້ນ. ສຳລັບປະເພດເສັ້ນທາງແມ່ນມີທາງເບຕົງ ມີທັງໝົດ 30 ກວ່າກິໂລແມັດ, ທາງປູອັດສະຟານ 16 ກິໂລແມັດ, ທາງປູຢາງ 686 ກິໂລແມັດ, ທາງປູແຮ່ 876 ກິໂລແມັດ ແລະ ທາງທຳມະຊາດ 744 ກິໂລແມັດ. ພິເສດໃນການພັດທະນາໃນໄລຍະຜ່ານມາແມ່ນໄດ້ມີປະຊາຊົນ ແລະ ອຳນາດການປົກຄອງບ້ານໄດ້ສຸມທຶນຮອນ ແລະ ແຮງງານເຂົ້າໃນການພັດທະນາເສັ້ນທາງ ໂດຍສະເພາະແມ່ນກຸ່ມບ້ານ ຫຼື ບ້ານ ເຊິ່ງເຮົາສັງລວມໄດ້ທັງໝົດ ມີທັງໝົດ 17 ບ້ານ ຍາວເກືອບ 20 ກິໂລແມັດ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ກ່າວ.

ທ່ານກ່າວຕື່ມວ່າ: ເນື່ອງຈາກບໍລິຄຳໄຊ ເປັນແຂວງທີ່ຕັ້ງຢູ່ພາກກາງ ເປັນປະຕູໂຂງຂອງນະຄອນຫຼວງວຽງຈັນ ມີຈຸດທີ່ແຄບນັບແຕ່ຊາຍແດນຕາເວັນອອກ ຫາ ຕາເວັນຕົກ ລະຫວ່າງ ສສ ຫວຽດນາມ ແລະ ໄທ ລວງຍາວ 148 ກິໂລແມັດ ເຊິ່ງເປັນເສັ້ນທາງທີ່ໃກ້ທີ່ສຸດໃນການລຳລຽງຂົນສົ່ງເຊື່ອມໂຍງກັບບັນດາປະເທດໃກ້ຄຽງ ໃນໄລຍະຜ່ານມາພວກເຮົາກໍໄດ້ມີເສັ້ນທາງສາຍຫຼັກທີ່ເຊື່ອມໂຍງກັບບັນດາປະເທດທີ່ໃກ້ຄຽງ ເປັນຕົ້ນແມ່ນເສັ້ນທາງ 13 ໃຕ້, ທາງເລກ 8 ຜ່ານມາ ກໍໄດ້ມີການບູລະນະໃຫ້ມີສະພາບດີ. ພ້ອມນີ້, ກໍມີເສັ້ນທາງຫຼວງທ້ອງຖິ່ນທີ່ເຊື່ອມຈອດກັບ ສສ ຫວຽດນາມ ເປັນຕົ້ນທາງເລກ 1D ໄປສູ່ນໍ້າອ້ອນ – ແທງຖຸຍ ຊາຍແດນ ສສ ຫວຽດນາມ; ທາງ 1D ຊາຍແດນຕາບເຫີບ ( tam hop ) ສສ ຫວຽດນາມ. ນອກຈາກນີ້, ຍັງມີຈຸດເຊື່ອມຈອດກັບຣາຊະອານາຈັກໄທ ພວກເຮົາມີເສັ້ນທາງ 13 ໃຕ້ ໄປຫາທ່າສະອາດ ທີ່ມີດ່ານປະເພນີ ແລະ ມີດ່ານສາກົນປາກຊັນ ແລະ ຫຼັກຊາວ, ອັນພົ້ນເດັ່ນແມ່ນພວກເຮົາໄດ້ກະກຽມໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ແຫ່ງທີ 5 ປາກ ຊັນ – ບຶງການ.