ດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 14ຄົນ ໃນນັ້ນ ເປັນຄົນລາວ 1ຄົນ(ທັງໝົດເດີນທາງມາຈາກຕ່າງປະເທດ)

795

ສປປລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 14 ຄົນ ຈາກການກວດຫາເຊື້ອ 554 ຄົນ; ໃນນີ້ເປັນຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ທັງໝົດເດີນທາງມາຈາກຕ່າງປະເທດ). ສັງລວມມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອ ຢູ່ລາວ ທັງໝົດ 39 ຄົນ(ປິ່ນປົວດີ24ຄົນ).

ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼລງຂ່າວປະຈຳວັນທີ 23 ພະຈິກ 2020 ວ່າ: ຜ່ານການເກັບຕົວຢ່າງກວດເຊື້ອໃນວັນທີ 22 ພະຈິກ 2020 ພົບຜູ້ຕິດເຊື້ອເພີ່ມອີກ 14 ຄົນ; ໃນນັ້ນ ຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ເພດຊາຍ 11 ຄົນ,ຍິງ 3 ຄົນ) ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ. ຈາກການກວດເບື້ອງຕົ້ນ ທຸກຄົນແມ່ນມີອາການປົກກະຕິ (ບໍ່ສະແດງອາການຫຍັງເຊັ່ນ: ຫວັດ, ໄຂ້, ໄອ, ອຸນຫະພູມສູງ) ແຕ່ກວດພົບເຊື້ອ.

ທ່ານກ່າວຕື່ມວ່າ: ທັງໝົດ 14 ຄົນ ແມ່ນໄດ້ຖືກນຳໄປປິ່ນປົວແຍກປ່ຽວ ຢູ່ໂຮງໝໍມິດຕະພາບ. ສະຫຼຸບລວມແລ້ວມາຮອດວັນທີ 23 ພະຈິກ 2020 ລາວເຮົາມີຕົວເລກສະສົມຜູ້ຕິດເຊື້ອໂຄວິດ-19 ຈຳນວນ 39 ຄົນ ສະເພາະຜູ້ທີ່ຍັງຮັບການປິ່ນປົວຢູ່ໂຮງໝໍປັດຈຸບັນມີທັງໝົດ 15 ຄົນ (ຜູ້ຕິດເຊື້ອໃໝ່ 14+ຜູ້ຕິດເຊື້ອນໍ້າເບີ 25).

ດັ່ງນັ້ນທາງລັດຖະບານກໍມີທິດຊີ້ນຳຕໍ່ຄະນະສະເພາະກິດ, ຄະນະສະເພາະກິດຈະໄດ້ເອົາໃຈໃສ່ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາລຳຈາກປະເທດທີ່ມີການລະບາດນັ້ນເຂົ້າມາ ສປປ ລາວ; ການອອກວີຊ່າໃຫ້ກັບຄົນຕ່າງປະເທດ ທີ່ຢູ່ປະເທດກຳລັງມີການລະບາດພະຍາດໂຄວິດ-19.

ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມສະຕິໃນການປ້ອງກັນການລະບາດເຮັດແນວໃດບໍ່ໃຫ້ມີການລະບາດມາອີກຮອບໃໝ່; ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ວິທີປ້ອງກັນການຕິດເຊື້ອໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງຫຼາຍກວ່າເກົ່າ.