ຄະນະກວດກາສູນກາງພັກ ແລະ ອົງການກາລັດຖະບານ ປະກາດການປັບປຸງກົງຈັກການຈັດຕັ້ງ

327

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງຂຶ້ນໃນວັນທີ 23 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີບັນດາທ່ານຮອງປະທານ, ຫົວຫນ້າກົມ-ຮອງຫົວຫນ້າກົມ ຕະຫລອດຮອດພະນັກງານທົ່ວຄກສພ-ອກລ ເຂົ້າຮ່ວມ.

ທ່ານ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາພັກ, ອົງການກວດກາລັດຖະບານ ແລະ ຮອງຫົວຫນ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຜ່ານມະຕິຂອງຄະນະເລຂາທີການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຈໍານວນໜຶ່ງຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໂດຍໂຮມກົມກວດກາພັກທ້ອງຖິ່ນ ແລະ ກົມກວດກາພັກອ້ອມຂ້າງສູນກາງ ເຂົ້າກັນ ແລ້ວສ້າງຕັ້ງເປັນກົມກວດກາພັກ, ໂຮມ ກົມກວດກາລັດທ້ອງຖິ່ນ ແລະ ກົມກວດກາລັດອ້ອມຂ້າງສູນກາງ ເຂົ້າເປັນກົມກວດກາລັດ, ໂຮມກົມກວດກາຕ້ານການສໍ້ລາດບັງຫຼວງ ແລະ ກົມສືບສວນ-ສອບສວນການສໍ້ລາດບັງຫຼວງ ເຂົ້າກັນແລ້ວສ້າງເປັນກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ທັງນີ້ກໍ່ເພື່ອເຮັດໃຫ້ກົງຈັກການຈັດຕັ້ງຂອງຄະນະກວດກາສູນກາງພັກ ແລະ ອົງການກວດກສດຖະບານ ມີຄວາມກະທັດຮັດ, ເຄື່ອນໄຫວມີປະສິດທິຜົນສູງ, ຮັບປະກັນຄຸນນະພາບໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ ຕິດຕາມ, ກວດກາລັດ ແລະ ວຽກງານຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ.

ຈາກນັ້ນ ທ່ານນາງ ອຽນພອນ ບາວົງເພັດ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ວ່າດ້ວຍການຈັດວາງຊັບຊ້ອນພະນັກງານຂັ້ນກົມເຂົ້າເຮັດວຽກຢູ່ຫ້ອງການ ແລະ ບັນດາກົມ ທັງບັນດາກົມທີ່ໂຮມເຂົ້າກັນ ແລ້ວສ້າງເປັນກົມໃຫມ່ ແລະ ບັນດາກົມທີ່ຍັງຮັກສາໄວ້ ຕື່ມອີກ.

ໂອກາດນີ້ ທ່ານ ປອ. ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການປັບປຸງກົງຈັກການຈັດຕັ້ງ ແລະ ຊັບຊ້ອນພະນັກງານຂັ້ນກົມພາຍໃນ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໃນຄັ້ງນີ້ ພ້ອມກັນນັ້ນທ່ານໄດ້ເນັ້ນໜັກບາງບັນຫາຕື່ມ 1. ໃຫ້ບັນດາສະຫາຍເຂົ້າໃຈແຈ້ງຕື່ມຕໍ່ກັບຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ໃນໄລຍະຜ່ານມາຢູ່ບັນດາກະຊວງ-ອົງການມີກົງຈັກການຈັດຕັ້ງໃຫຍ່ໂຕ ເຮັດໃຫ້ສິ້ນເປືອງງົບປະມານໃນການໃຊ້ຈ່າຍ; 2.ໃຫ້ບັນດາສະຫາຍມີຄວາມຮັບຮູ້ເຂົ້າໃຈ ເປັນເອກະພາບກ່ຽວກັບການຈັດວາງສັບຊ້ອນພະນັກງານຂັ້ນກົມຄືນໃໝ່ ແມ່ນກົດເກນ ຂອງການຈັດຕັ້ງ, ເປັນລະບຽບການທີ່ກໍານົດໃນນິຕິກໍາຕ່າງໆຕ້ອງມີເຂົ້າ-ມີອອກ, ມີການສັບຊ້ອນປ່ຽນຂຶ້ນ-ລົງ ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຕາມນະໂຍບາຍທີ່ພັັກ-ລັດກຳນົດໄວ້ ແລະ ແນໃສ່ເຮັດໃຫ້ແຕ່ລະກົມ, ຫ້ອງການ ມີຄວາມເຂັ້ມແຂງກວ່າເກົ່າ, ມີຄວາມດຸ່ນດ່ຽງ ລະຫວ່າງ ຜູ້ອ່ອນ ແລະ ຜູ້ແຂງ, ສາມາດເຮັດໃຫ້ກົງຈັກການຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບທີ່ກຳນົດໄວ້, ເພື່ອຮັບປະກັນປະສິດທິຜົນ ແລະ ມີປະສິດທິພາບຂອງວຽກງານ; 3. ຫ້ອງການ ແລະ ແຕ່ລະກົມ ກໍ່ຄືພະນັກງານ ແຕ່ລະສະຫາຍຕ້ອງເພີ່ມທະວີ-ຍົກສູງຄວາມຮັບຜິດຊອບ ຕາມໜ້າທີ່ ທີ່ໄດ້ຮັບມອບໝາຍ, ບຸກບືນປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດບຊອບສູງກວ່າເກົ່າ ແລະ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໜ້າວຽກຈຸດສຸມທີ່ຈະສືບຕໍ່ ປະຕິບັດໃນທ້າຍປີ 2020 ແລະ ຕົ້ນປີ 2021 ໃຫ້ປະສົບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂດຍ: ແສງເພັດ ແຊ່ຈ່າວ