ໄຟຟ້າສາຂາບໍລິຄຳໄຊ ເອົາໃຈໃສ່ແກ້ໄຂຫາງສຽງສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ

80

ປັດຈຸບັນການຂະຫຍາຍລະບົບຕາຂ່າຍໄຟຟ້າຢູ່      ແຂວງບໍລິຄຳໄຊ ບັນລຸຫຼາຍດ້ານ ເປັນຕົ້ນແມ່ນ 7 ຕົວເມືອງທົ່ວແຂວງມີໄຟຟ້າເຂົ້າເຖິງ 100%, ມີບ້ານທັງໝົດທີ່ໄດ້ຊົມໃຊ້ໄຟແລ້ວ 290 ບ້ານ ຈາກຈຳນວນບ້ານທັງໝົດ, ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ ກວມເອົາ 95%. ພ້ອມນີ້, ໄຟຟ້າສາຂາແຂວງບໍລິຄຳໄຊ ຍັງສູ້ຊົນປະຕິບັດພະລັງງານຕົກເຮ່ຍໄດ້ 9,89% ພ້ອມສຸມໃສ່ວຽກງານແກ້ໄຂຫາງສຽງຂອງສັງຄົມ.

ທ່ານ ຄຳໝອກ ບັນດາວົງ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ໃຫ້ສຳພາດວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ສ້າງຕັ້ງຂຶ້ນໃນວັນທີ 23 ເດືອນພະຈິກ 1996 ປະກອບມີ 6 ພະແນກການ ແລະ 7 ສູນບໍລິການປະຈຳເມືອງ ເຊິ່ງເຮັດໜ້າທີ່ຄຸ້ມຄອງ ແລະ ບໍລິຫານ ແລະ ເປັນປັດໄຈໃນການຂະຫຍາຍຕາຂ່າຍໄຟຟ້າຕາມທິດທາງແຜນນະໂຍບາຍຂອງພັກ – ລັດ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງ, ມາຮອດປັດຈຸບັນບໍລິມາດທີ່ສາຂາພວກເຮົາຄຸ້ມຄອງຕາຂ່າຍ 22 ກິໂລໂວນ ມີ 1.854 ກິໂລແມັດ ແລະ ຕາຂ່າຍແຮງຕໍ່າ 0,4 ກິໂລໂວນ 1.107 ກິໂລແມັດ, ມີໝໍ້ແປງ ຈຳນວນ 1.537 ໜ່ວຍ ເທົ່າກັບ 209,381 ກິໂລໂວນອຳແປ, ມີໝໍ້ນັບໄຟທັງໝົດ 69.913 ໜ່ວຍ, ມາຮອດປັດຈຸບັນນີ້ພວກເຮົາສາມາດຕອບສະໜອງໄຟຟ້າໄດ້ 7 ຕົວເມືອງ ເທົ່າກັບ 100%, ມີ 290 ບ້ານ ພາຍໃນແຂວງທີ່ໄດ້ຊົມໃຊ້ໄຟຟ້າແລ້ວ, ມີຄອບຄົວທີ່ໄດ້ໃຊ້ໄຟຟ້າຖາວອນ ກວມເອົາ 95%.

ທ່ານກ່າວຕື່ມວ່າ: ດ້ານຂອດການບໍລິການວຽກງານໄຟຟ້າ ພວກເຮົາກໍໄດ້ປັບປຸງແກ້ໄຂບັນຫາຫຼາຍຢ່າງ ເປັນຕົ້ນແມ່ນຫາງສຽງຂອງສັງຄົມ ໂດຍການໂຄສະນາຫຼາຍຮູບແບບ ເພື່ອໃຫ້ເຂົ້າເຖິງຜູ້ຊົມໃຊ້ກະແສໄຟຟ້າຜ່ານສື່ຕ່າງໆພາຍໃນແຂວງ ແລະ ເມືອງ ຜ່ານສາຍດ່ວນ 054 1199, ພິເສດແມ່ນໄດ້ໂຄສະນາທາງໂທລະໂຄ່ງຂັ້ນບ້ານ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຕ່າງໆບໍ່ວ່າຈະເປັນການຈົດເລກ, ສົ່ງບິນ, ເກັບເງິນ. ຕາມທິດທາງແຜນການທີ່ພວກເຮົາຈັດຕັ້ງປະຕິບັດແມ່ນຫັນເອົາພະນັກງານປະຈຳຢູ່ແຕ່ລະໄຟຟ້າເມືອງລົງໄປຈົດຕົວເລກກົງເຕີຕິດພັນກັບການເອົາພະນັກງານລົງໄປກວດກາຄວາມແມ່ນຢຳຂອງກົງເຕີ.

ພິເສດແມ່ນພວກເຮົາເນັ້ນໃສ່ວຽກງານການກວດກາຫັນໃສ່ວຽກງານທີ່ຕິດພັນກັບຜົນປະໂຫຍດຂອງຜູ້ໃຊ້ໄຟຟ້າສະເພາະ. ໃນນີ້, ແມ່ນເລັ່ງໃສ່ 5 ຂັ້ນຕອນໃນການກວດກາທີ່ເກີດຂຶ້ນໃນສັງຄົມ ຄື: ການຈົດກ່າຍຕົວເລກໃຫ້ຖືກຕ້ອງຕາມຕົວເລກຈິງ; ຫຼັງຈາກໄດ້ຕົວເລກມາແລ້ວຜູ້ຕີຕົວເລກເຂົ້າສະໂນດຕ້ອງກວດກາກ່ອນ; ກ່ອນຈະຜະລິດຕົວເລກພະລັງງານອອກເປັນເງິນ ແລະ ເຂົ້າໃບບິນກໍຕ້ອງມີການກວດກາ; ກ່ອນຈະຢາຍບິນໄຟຟ້າໃຫ້ພະນັກງານຕ້ອງກວດກາຕົວຈິງວ່າ ມູນຄ່າໄຟຟ້າເໝາະສົມກັບເຮືອນຜູ້ໃຊ້ບໍ ແລະ ຂັ້ນຕອນທີ 5 ແມ່ນການກວດກາແບບມີສ່ວນຮ່ວມຂອງຜູ້ໃຊ້ໄຟຟ້າເອງ ເຮັດໃຫ້ປັດຈຸບັນຫາງສຽງດັ່ງກ່າວແມ່ນໄດ້ຫຼຸດໜ້ອຍຖອຍລົງ, ທ່ານ ຄຳໝອກ ບັນດາວົງ ກ່າວ.

ສ່ວນການສູ້ຊົນພະລັງງານຕົກເຮ່ຍໃຫ້ໄດ້ຕົວເລກດຽວ ປັດຈຸບັນພວກເຮົາປະຕິບັດໄດ້ຕົວເລກດຽວ ຄື: 9,89% ເຊິ່ງທາງຕົວເລກລັດວິສາຫະກິດໄຟຟ້າລາວກຳນົດໃຫ້ແມ່ນ 9,0% ຄາດວ່າພວກເຮົາຈະສູ້ຊົນຮັກສາເປີເຊັນບໍ່ໃຫ້ເກີນໃຫ້ໄດ້ຕົວເລກດຽວ ຫຼື ຫຼຸດໜ້ອຍລົງຍິ່ງເປັນການດີ. ດັ່ງນັ້ນ, ໃນປີ 2021 ພວກເຮົາຈະສູ້ຊົນໃຫ້ໄດ້ຕົວເລກດຽວ 9% ພ້ອມປະຕິບັດພາກຕາຂ່າຍ 22 ກິໂລໂວນ ດ້ວຍການປັບປຸງຕາຂ່າຍໃຫ້ມີມາດຖານເຕັກນິກທີ່ຖືກຕ້ອງ; ກວດກາການບັນທຸກໝໍ້ແປງໃຫ້ໄດ້ຕາມເຕັກນິກທີ່ກຳນົດໃຫ້; ສຸມໃສ່ວຽກກວດກາກົງເຕີທີ່ມີພະລັງງານເທົ່າ 0 ຫາສາເຫດວ່າຍ້ອນຫຍັງ; ສຸມໃສ່ວຽກງານເກັບກູ້ໜີ້ສິນທັງພາກທຸລະກິດ, ທີ່ຢູ່ອາໄສຕ່າງໆໃຫ້ເຫຼືອໜ້ອຍລົງ ແລະ ສືບຕໍ່ແກ້ໄຂຫາງສຽງສັງຄົມໃນການຈົດກ່າຍຕົວເລກ, ການຕີຕົວເລກໃຫ້ຖືກຕ້ອງ ແລະ ຊັດເຈນທີ່ສຸດ; ວຽກສ້ອມແປງແມ່ນເອົາໃຈໃສ່ໃນການບໍລິການໃຫ້ໄວ ແລະ ຖືກຕ້ອງຕາມເຕັກນິກ.