ແຂວງຄຳມ່ວນ ມີຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າ ກວມເອົາ 92,08%

170

ແຂວງຄຳມ່ວນ ມີທ່າກ້າວຫຼາຍເທົ່າຕົວໃນການສະໜອງໄຟຟ້າໃຫ້ແກ່ຜູ້ຊົມໃຊ້ຢູ່ພາຍໃນແຂວງ ເຊິ່ງສະແດງອອກໃນປີ 1975 – 1985 ໝໍ້ນັບໄຟທັງໝົດມີ 1.718 ໜ່ວຍ ມີ 11 ບ້ານທີ່ຊົມໃຊ້ໄຟຟ້າ, ມີ 1.450 ຄອບຄົວ. ແຕ່ມາຮອດປັດຈຸບັນ 2020 ຈຳນວນໝໍ້ນັບໄຟມີທັງໝົດ 89.733 ໜ່ວຍ ໃນ 10 ຕົວເມືອງ ກວມເອົາ 100% ມີໄຟຟ້າເຂົ້າເຖິງ, 563 ບ້ານ ເທົ່າກັບ 98,8% ຂອງບ້ານທັງໝົດພາຍໃນແຂວງ, ມີທັງໝົດ 74.606 ຄອບຄົວ ເທົ່າ 92,08% ຂອງຄອບຄົວທັງໝົດ.

ທ່ານ ທົງສະຫວັດ ແດງອິນພະຍົມ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄຳມ່ວນ ປະກອບມີຄະນະສາຂາ 4 ທ່ານ, ມີ 10 ພະແນກການ, 10 ສູນບໍລິການທີ່ປະຈຳຢູ່ເມືອງ. ພ້ອມນັ້ນ, ຍັງມີໜ່ວຍບໍລິການທີ່ສ້າງຕັ້ງຂຶ້ນແນໃສ່ອຳນວຍຄວາມສະດວກໃຫ້ກັບປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ, ມີບຸກຄະລາກອນທັງໝົດ 212 ຄົນ.

ສຳລັບການສະໜອງໄຟຟ້າໃນປີ 1975 – 1985 ໃຫ້ປະຊາຊົນຢູ່ແຂວງຄຳມ່ວນ ແມ່ນມີແຕ່ຢູ່ເມືອງດຽວຄືເມືອງທ່າແຂກ ມີສະຖານີຮັບ ແລະ ຈ່າຍໄຟຟ້າ 22 ກິໂລໂວນ ມີພຽງ 1 ແຫ່ງຍາວ 12 ກິໂລແມັດ, ພາກຕາຂ່າຍແຮງຕໍ່າ 0,4 ກິໂລໂວນ 30 ກວ່າກິໂລແມັດ, ໝໍ້ແປງມີພຽງ 19 ຊຸດ ລວມກຳລັງຕິດຕັ້ງມີ 2.700 ກວ່າກິໂລໂວນອຳແປ, ໝໍ້ນັບໄຟທັງໝົດມີ 1.718 ໜ່ວຍ, ມີ 11 ບ້ານທີ່ຊົມໄຟ, ມີ 1.450 ຄອບຄົວ.

ນັບແຕ່ປີ 1986 ເຖິງປັດຈຸບັນໄຟຟ້າສາຂາແຂວງຄຳມ່ວນ ໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດຂະຫຍາຍໄຟຟ້າລົງສູ່ຊົນນະບົດ ສາມາດສະໜອງໄຟລະບົບ 22 ກິໂລໂວນ ມີ 5 ແຫ່ງ ເພີ່ມຂຶ້ນ 4 ແຫ່ງ, ສະຖານີ 115/22 ເມືອງທ່າແຂກ, 115/22 ເມືອງມະຫາໄຊ, 115/22 ເມືອງຍົມມະລາດ, 115/22 ຄອນສົງນໍ້າທອນ, 115/22 ທ່າສາລາ; ຕາຂ່າຍ 12,7 ກິໂລໂວນ 2.389 ກິໂລແມັດ, ຕາຂ່າຍພາກແຮງຕໍ່າ 0,22, 0,4 1.230 ກິໂລແມັດ, ໝໍ້ແປງທັງໝົດ 2.194 ຊຸດ ກຳລັງຕິດຕັ້ງ 367,37 ກິໂລໂວນອຳແປ, ຈຳນວນໝໍ້ນັບໄຟມີທັງໝົດ 89.733 ໜ່ວຍ. ໃນ 10 ຕົວເມືອງມີໄຟຟ້າເຂົ້າເຖິງກວມເອົາ 100%, ມີ 563 ບ້ານ ເທົ່າກັບ 98,8% ຂອງບ້ານທັງໝົດພາຍໃນແຂວງ, ມີທັງໝົດ 74.606 ຄອບຄົວ ເທົ່າ 92,08% ຂອງຄອບຄົວທັງໝົດພາຍໃນແຂວງ.

ເພື່ອຮັບປະກັນໃຫ້ແກ່ວຽກງານການສະໜອງດ້ານການບໍລິການຜູ້ຊົມໃຊ້ໄຟຟ້າ, ມີພະແນກການທີ່ຮອງຮັບສ້ອມແປງບຳລຸງຮັກສາ, ມີໜ່ວຍງານແປງໄຟຟ້າຮັບໃຊ້ບໍລິການໄຟຕົກໄຟມອດ 24 ຊົ່ວໂມງ ໃນເທສະບານເມືອງທ່າແຂກ, ມີທີມງານເຕັກນິກຄວາມປອດໄພ ແລະ ປະຊາສຳພັນໃນການລົງເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນໃນການຊົມໃຊ້, ການຊຳລະຄ່າໄຟ, ຂໍ້ຫ້າມມີຫຍັງແດ່, ຄວນເຮັດແນວໃດ. ສຳລັບຈຸດຮັບເງິນຄ່າກະແສໄຟປະຈຳເດືອນ 4 ຈຸດໃນເມືອງທ່າແຂກ ແລະ ລົງແນະນຳໃຫ້ປະຊາຊົນຖ້າສະດວກສາມາດໄປຊຳລະຜ່ານລະບົບທະນາຄານໄດ້ຜ່ານທະນາຄານພັດທະນາລາວ, ທະນາຄານການຄ້າ, ທະນາຄານລາວ – ຫວຽດກໍໄດ້.