45 ປີ ການພັດທະນາຕານ່າງຄົມມະນາຄົມຂົນສົ່ງ ແຂວງຄຳມ່ວນ ມີໂສມໜ້າໃໝ່ຫຼາຍດ້ານ

190

ພາຍຫຼັງໄດ້ຮັບການປົດປ່ອຍທົ່ວແຂວງຄຳມ່ວນ ມີເສັ້ນທາງຜ່ານແຂວງບໍ່ເຖິງ 300 ກິໂລແມັດ ແຕ່ມາຮອດປັດຈຸບັນລະບົບຕານ່າງເສັ້ນທາງໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ເຮັດໃຫ້ທົ່ວແຂວງມີເສັ້ນທາງທັງໝົດ 3.804,89 ກິໂລແມັດ.

ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກ່ອນປີ 1975 ແມ່ນຢູ່ໃນໄລຍະຂອງສົງຄາມການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບໃຊ້ສົງຄາມ ເປັນຕົ້ນເສັ້ນທາງເຂດເມືອງບົວລະພາ, ເສັ້ນທາງໂຮຈິມິນ ເຊິ່ງກໍ່ສ້າງໄປຕາມຮ່ອມພູ ແລະ ເຂດປ່າຕຶບດົງໜາ ເພື່ອລໍາລຽງອາວຸດຍຸດໂທປະກອນຮັບໃຊ້ສົງຄາມໃນໄລຍະນັ້ນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃໝ່ໃນໄລຍະຕົ້ນດ້ານລະບົບຕານ່າງເສັ້ນທາງ ແມ່ນຍັງບໍ່ທັນໄດ້ມີການປັບປຸງ ໂດຍສະເພາະເສັ້ນທາງແຕ່ເທສະບານແຂວງ ຫາ ເທສະບານບັນດາເມືອງ, ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງຫາເມືອງ, ການໄປ – ມາຫາສູ່ຂອງປະຊາຊົນ ແມ່ນດ້ວຍການຍ່າງ, ການຂົນສົ່ງແມ່ນນໍາໃຊ້ລໍ້ ຫຼື ກວຽນ ເພື່ອໄປໄຮ່ນາຮົ້ວສວນ ສ່ວນການຂົນສົ່ງແລກປ່ຽນສິນຄ້າແມ່ນເກືອບບໍ່ມີ. ໃນໄລຍະດັ່ງກ່າວແມ່ນມີພຽງແຕ່ທາງຫຼວງແຫ່ງຊາດ ເລກ 13 ໃຕ້ 1 ເສັ້ນ ຕັດຜ່ານແຂວງ ຄໍາມ່ວນ ລວງຍາວ 135 ກິໂລແມັດ ທີ່ມີສະພາບໜ້າທາງເປັນດິນແດງ ແລະ ທາງເລກທີ 12 ເລີ່ມແຕ່ຕົວເມືອງທ່າແຂກ ຫາ ບ້ານລັງຄັງ ເມືອງບົວລະພາ ລວງຍາວ 129 ກິໂລແມັດ ເຊິ່ງໃນໄລຍະນັ້ນໜ້າທາງທີ່ເປັນດິນແດງແມ່ນມີພຽງແຕ່ 55 ກິໂລແມັດ ຄືໄລຍະແຕ່ເມືອງທ່າແຂກ ຫາ ເມືອງຍົມມະລາດ ສ່ວນທີ່ເຫຼືອແມ່ນຍັງດິນທໍາມະຊາດ. ນອກຈາກນັ້ນ, ສະພາບຢູ່ສອງຂ້າງຂອງເສັ້ນທາງຍັງມີຮ່ອງຮອຍຂອງຂຸມລະເບີດ ເປັນຈໍານວນຫຼວງຫຼາຍຕະຫຼອດແລວເສັ້ນທາງດັ່ງກ່າວ.

ຫຼັງຈາກນັ້ນ, ການພັດທະນາຕານ່າງພື້ນຖານໂຄງລ່າງຢູ່ພາຍໃນແຂວງຄໍາມ່ວນ ແມ່ນໄດ້ຮັບການກໍ່ສ້າງຍົກລະດັບ ສາມາດເຂົ້າເຖິງບັນດາເມືອງ, ເຂດຊົນນະບົດ ບັນດາກຸ່ມບ້ານ, ບ້ານ ແລະ ເຂດຫ່າງໄກສອກຫຼີກໄດ້ຢ່າງທົ່ວເຖິງ; ຫຼາຍເສັ້ນທາງໄດ້ຮັບການຍົກລະດັບຈາກໜ້າທາງເປັນດິນທໍາມະຊາດມາເປັນທາງມາດຕະຖານດິນແດງ, ຈາກທາງດິນແດງມາເປັນມາດຕະຖານໜ້າທາງທາງປູຢາງ ແລະ ໜ້າທາງປູດ້ວຍເບຕົງ, ທ່ານ ພິດສະໄໝ ກອງຊາເດດ ກ່າວ.

ປັດຈຸບັນເສັ້ນທາງພາຍໃນແຂວງ ລວມມີລວງຍາວທັງໝົດ 3.804,89 ກິໂລແມັດ. ໃນນັ້ນ, ທາງປູເບຕົງ ຍາວ 38,51 ກິໂລແມັດ; ທາງປູຢາງ ຍາວ 710,06 ກິໂລແມັດ; ທາງດິນແດງ ຍາວ 1.926,84 ກິໂລແມັດ ແລະ ທາງດິນທໍາມະຊາດ ຍາວ 1.129,47 ກິໂລແມັດ. ໃນນີ້, ເປັນເສັ້ນທາງທຽວໄດ້ 2 ລະດູ 83,45%, ທຽວໄດ້ລະດູດຽວ 15,68% ແລະ ບໍ່ມີທາງອອກ ເທົ່າກັບ 0,87% ( ເດີນທາງທາງນໍ້າ ) ໝາຍຄວາມວ່າຈາກລວງຍາວເສັ້ນທາງ 264 ກິໂລແມັດ ໄລຍະປົດປ່ອຍໃໝ່ມາເປັນ 3.800 ກິໂລແມັດ ໃນປັດຈຸບັນເພີ່ມຂຶ້ນ 14,40 ເທົ່າຕົວ.

ທ່ານກ່າວຕື່ມວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 3 ທ່າແຂກ – ນະຄອນພະນົມ ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ ໃນວັນທີ 11/11/2011 ໄດ້ກາຍເປັນທ່າແຮງສຳຄັນໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງຄຳມ່ວນ, ປະລິມານການສັນຈອນຂອງລົດບັນທຸກສິນຄ້າຜ່ານແດນແມ່ນມີປະລິມານເພີ່ມສູງຂຶ້ນ ເຊິ່ງໃນປີ 2019 ມີພາຫະນະຂົນສົ່ງຜ່ານແດນຂາອອກ 51.583 ຄັນ, ບໍລິມາດສິນຄ້າ 1.172.087ໂຕນ, ພາຫະນະຂົນສົ່ງຜ່ານແດນ ຂາເຂົ້າ 93.643 ຄັນ, ບໍລິມາດສິນຄ້າ 1.111.940 ໂຕນ.

ສຳລັບແຜນປີ 2021 ແຂວງ ຄຳມ່ວນຈະສືບຕໍ່ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງທີ່ມີຄວາມຈໍາເປັນ ແລະ ສໍາຄັນ ໃຫ້ໄດ້ກໍ່ສ້າງເປັນທາງປູຢາງລົງສູ່ສອງຕົວເມືອງ ຄື: ໂຄງການກໍ່ສ້າງທາງປູຢາງ ແຕ່ບ້ານປ່າໜາມ ຫາ ເມືອງບົວລະພາ, ເສັ້ນທາງຫຼວງແຫ່ງຊາດ ເລກ 1F ແຕ່ຂົວນໍ້າສາໂທ ເມືອງມະຫາໄຊ ຫາ ເມືອງໄຊບົວທອງ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 11 ແຕ່ແຍກທາງເລກ 13 ໃຕ້ ບ້ານໂພນສະຫວ່າງ ຫາ ບ້ານແມງ ເຂດແດນແຂວງບໍລິຄໍາໄຊ ລວງຍາວ 62 ກິໂລແມັດ.