ຖືເປັນຂ່າວດີ ສໍາລັບທ່ານທີ່ສົນໃຈຊື້ລົດຍີ່ຫໍ້ BMW ເຊິ່ງທາງບໍລິສັດເຜີຍວ່າມີນະໂຍບາຍພິເສດສໍາລັບລູກຄ້າທີ່ໄປຈັບຈອງລົດຕະຫຼອດເດືອນພະຈິກ 2020 ນີ້.
ທ່ານ ພົງຊະກອນ ໂຄດພົມສີ ຜູ້ຈັດການຝ່າຍຂາຍ ບໍລິສັັດ ລ້ານຊ້າງ ຂາອອກ – ຂາເຂົ້າ ຈຳກັດ ຜູ້ນຳເຂົ້າ BMW ຢ່າງເປັນທາງການ ໄດ້ເປີດເຜີຍວ່າ: ເມື່ອວັນທີ 19 – 22 ພະຈິກຜ່ານມາ ແມ່ນໄດ້ມີນະໂຍບາຍ ສໍາລັບຄູ່ແຕ່ງດອງໃໝ່ກັບງານວາງສະແດງ Wedding Fair 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງລົດທີ່ໄດ້ນຳວາງສະແດງມີທັງໝົດ 4 ລຸ້ນ ທີ່ເປັນ Hightlight ກໍຄື BMW Series 5, Series 7, X1 ແລະ X4. ໃນນີ້, ລົດທຸກລຸ້ນຂອງ BMW ທີ່ມີຢູ່ໃນຫ້ອງຂາຍແມ່ນມີໂປຣໂມຣ ຊັນ. ໃນນັ້ນ, ລົດລຸ້ນ X1 ແລະ X4 ໄດ້ມີໂປຣໂມຣຊັນທີ່ຮ່ວມກັບງານ Wedding Fair 2020 ທາງສູນມີແພັກເກັດ ສຳລັບ Honey Moon ໄປທ່ຽວນ້ຳກັດຢໍລະປ່າ 3 ມື້ 2 ຄືນ ສຳລັບຄູ່ຮັກທີ່ສັ່ງຈອງພາຍໃນງານນີ້ ພ້ອມທັງຮັບປະກັນລົດເຖິງ 5 ປີ.
ພາຍໃນງານ BMW ຍັງມີຈຸດຕ້ອນຮັບລູກຄ້າທີ່ສົນໃຈ ຫຼື ຕ້ອງການສອບຖາມຂໍ້ມູນກ່ຽວກັບລົດໃຫ້ເປັນແບບສ່ວນຕົວ.
ທ່ານໃຫ້ຮູ້ອີກວ່າ: ຫ້ອງຂາຍ BMW ຍັງໄດ້ເອົາໃຈໃສ່ລູກຄ້າ ໂດຍການຈັດໂປຣໂມຣ ຊັນຍາວໄປຈົນໝົດເດືອນ ພະຈິກ 2020 ນີ້ ສຳລັບລູກຄ້າທີ່ບໍ່ສາມາດເຂົ້າໄປຊົມງານ Wedding Fair 2020 ແມ່ນສາມາດເຂົ້າໄປຢ້ຽມຊົມ ຫຼື ຈັບຈອງຮັບສິດໄດ້ທີ່ຫ້ອງຂາຍ BMW ໄດ້ ຫຼື ສອບຖາມຂໍ້ມູນໄດ້ທີ່ຫ້ອງຂາຍລົດ BMW ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ທ່ານສາມາດໄປເລືອກໄວ້ພາຍໃນເດືອນນີ້ ເພື່ອເປັນຂອງຂວັນພິເສດກັບຕົນເອງ ເພາະໃນໄລຍະນີ້ທາງບໍລິສັດເພິ່ນມີນະໂຍບາຍດີໆຕ້ອນຮັບທ່ານທີ່ໄປຢ້ຽມຢາມ.