ນັດຊີງ ຈໍາປາສັກ ຊະນະ ຫຼວງພະບາງ ຄວ້າແຊັມບານເຕະທົ່ວປະເທດມີແຟນບານສູງເປັນປະຫວັດສາດ

152

ການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ ລະຫວ່າງວັນທີ 6-21 ພະຈິກ 2020 ປະເພດທີມຊາຍ ເຊິ່ງຮອບຊີງຊະນະເລີດ ຈັດຂຶ້ນໃນວັນທີ 21 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເປັນນັດທີ່ມີແຟນບານເຂົ້າຊົມສູງເປັນປະຫວັດສາດຂອງວົງການບານເຕະພາຍໃນລາວ.

ຕາມການລາຍງານຂອງ ຄະນະກໍາມະການ ລາຍກາຍວ່າ: ນັດທີ່ ຈໍາປາສັກ ດວນຈຸດໂທດ ເອົາຊະນະ ຫຼວງພະບາງ 3-2 ຫຼັງສະເໝີກັນ 1-1 ເປັນນັດທີ່ມີແຟນບານເຂົ້າຊົມໃນສະໜາມຫຼາຍທີ່ສຸດເປັນປະຫວັດສາດໃນວົງການບານເຕະລາວ ໂດຍມີເຖິງ 21.500 ກວ່າຄົນ ເຊ່ິ່ງເປັນຕົວເລກທີ່ສູງສຸດໃນການແຂ່ງຂັນສະເພາະລາຍການພາຍໃນລາວ. ນອກນັ້ນ ຍັງເປັນຕົວເລກທີ່ທຽບເທົ່າໃນລາຍການລະດັບຊີເກມ 2009 ທີ່ລາວເປັນເຈົ້າພາບ ແລະ ນັດຢູ 16 ລະຫວ່າງ ທີມຊາດລາວ ກັບ ທີມຊາດໄທ ໃນຫຼາຍປີທີ່ຜ່ານມາ.(ເບິ່ງຄລິບລຸ່ມນີ້)

ອັນດັບ 2 ຕາມການລາຍງານຂອງ ຄະນະກໍາມະການ ປະຈໍາແຕ່ລະສະໜາມໃນການແຂ່ງຂັນບານເຕະຊາຍ ລາຍກາຍວ່າ: ການແຂ່ງຂັນນັດລະຫວ່າງ ແຂວງຈໍາປາສັກ ພິກເອົາຊະນະ ນະຄອນຫຼວງວຽງຈັນ 2-1 ມີແຟນບານເຂົ້າຊົມໃນສະໜາມເຖິງ 16.353 ຄົນ

ອັນດັບ 3 : ນັດລະຫວ່າງ ຈໍາປາສັກ ຊະນະ ແຂວງຫົວພັນ 5-0 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ໃນວັນທີ 17 ພະຈິກ 2020 ເປັນນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເຖິງ 8.118 ຄົນ.

ອັນດັບ 4 ນັດທີ່ມີແຟນບານເຂົ້າຊົມຫຼາຍທີ່ສຸດເປັນນັດທີ່ ຫຼວງພະບາງ ເອົາຊະນະ ແຂວງຊຽງຂວາງ ທີ່ສະໜາມ ມະຫາວິທະຍາແຫ່ງຊາດ ໃນວັນທີ 17 ພະຈິກ 2020 ມີແຟນບານເຂົ້າຊົມໃນສະໜາມ 6.555 ຄົນ ຕາມການປະເມີນຂອງຄະນະກໍາມະການ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ – ຄໍາສອນ