ສຸດມັນ! ຈໍາປາສັກ ດວນຈຸດໂທດຊະນະ ຫຼວງພະບາງ ຄວ້າແຊັມບານເຕະທົ່ວປະເທດໄປຄອງຢ່າງຍິ່ງໃຫຍ່

267

ທີມບານເຕະຊາຍແຂວງຈໍາປາສັກ ໄລ່ຕີສະເໝີ ແຂວງຫຼວງພະບາງ 1-1 ໃນເວລາປົກກະຕິ ກ່ອນທີ່ຈະດວນຈຸດໂທດເອົາຊະນະ ແຂວງຫຼວງພະບາງ 3-2 ຄວ້າແຊັມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຂໍ່ານັບຮອບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີໄປຄອງຢ່າງຍິ່ງໃຫຍ່ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ປະຈໍາວັນທີ 21 ພະຈິກ 2020

ນັດດັ່ງກ່າວໃນເຄິ່ງເວລາທໍາອິດ ແຂວງຫຼວງພະບາງ ເປີດເກມບຸກໄດ້ດີກວ່າ ແລະ ຕໍ່ເນື່ອງ ກ່ອນທີ່ ສິນນະກອນ ຍິງໃຫ້ກັບ ແຂວງຫຼວງພະບາງ ຂຶ້ນນໍາ 1-0 ກ່ອນຈົບເຄິ່ງເວລາທໍາອິດທີ່ຄະແນນດັ່ງກ່າວ.

ສ່ວນເຄິ່ງເວລາທີ 2 ແຂວງຈໍາປາສັກ ປັບເກມໄດ້ຢ່າງໂດດເດັ່ນກັບມາເປັນຝ່າຍຄຸມເກມ ແລະ ໄດ້ໂອກາດບຸກຢ່າງຕໍ່ເນື່ອງ ກ່ອນທີ່ ທິບພະຈັນ ຄໍາໃບອ່ອນ ກອງໜ້າດາວເດັ່ນຂອງທີມຈະມາຍິງປະຕູຕີສະເໝີໃຫ້ກັບ ແຂວງຈໍາປາສັກ ໄລ່ມາເປັນ 1-1.

ຢ່າງໃດກໍຕາມ, ໄລຍະເວລາທີ່ເຫຼືອ ຈໍາປາສັກ ໄດ້ໂອກາດບຸກ ແລະ ຍິງຫຼາຍກວ່າ, ສ່ວນ ແຂວງຫຼວງພະບາງ ອາໄສຈັກຫວະສວນກັບ ແຕ່ເຮັດຫຍັງກັນບໍ່ໄດ້ຈົບການແຂ່ງຂັນເວລາປົກກະຕິ 90 ນາທີສະເໝີກັບ 1-1.

ເຮັດໃຫ້ກໍາມະການຕ້ອງຕໍ່ເວລາພິເສດ ກໍຍັງສະເໝີກັນ 1-1 ເຮັດໃຫ້ຕ້ອງມາຕັດສິນດ້ວຍການດວນຈຸດໂທດ ປາກົດວ່າ: ທີມແຂວງຈໍາປາສັກ ຄົມດວ່າຍິງພາດ 1 ຄົນ, ສ່ວນ ຫຼວງພະບາງ ພາດເຖິງ 3 ຄົນ ເຮັດໃຫ້ ຈໍາປາສັກ ເອົາຊະນະໄປ 3-2 ຄວ້າແຊັມບານເຕະທົ່ວປະເທດໄປຄອງ.